ສ.ອາເມລິກາ ເພີ່ມພາສີນຳເຂົ້າຝືນກັບຫລັກການການຄ້າຍຸຕິທຳ

06/05/2025 22:07
Email Print 114
ຂປລ ທ່ານ ​ອັນ​ວາ ອີ​ບ​ຣາ​ຮິມ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ມາ​ເລ​ເຊຍ​ ໄດ້​ກ່າວ​ຕຳນິ ​ຢ່າງ​ຮ້າຍ​ແຮງ ​ຕໍ່​ຂໍ້​ຕົກ​ລົງ​ ເພີ່ມ​ພາ​ສີ​ຕໍ່​ສິນ​ຄ້າ​ທີ່​ນຳ​ເຂົ້າ​ ຈາກ​ມາ​ເລ​ເຊຍ​ ຂອງ​ ສ.ອາ​ເມ​ລິ​ກາ ແລະ ກ່າວ​ວ່າ ນີ້​ໄດ້ “ຝືນ​ກັບຫລັກ​ການ ​ການ​ຄ້າ​ຍຸ​ຕິ​ທຳ” ແລະ ເປັນ​ການ​ກົດ​ໜີບ​ ຕໍ່​ປະ​ເທດ ​ພວມ​ພັດ​ທະ​ນາ ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ໃນ​ກອງ​ປະ​ຊຸມ ​ວິ​ສາ​ມັນ​ ຂອງ​ສະ​ພາ​ແຫ່ງ​ຊາດ​ ທີ່​ຈັດ​ຂຶ້ນ ​ໃນວັນ​ທີ 5 ພຶດ​ສະ​ພາ​ນີ້, ທ່ານ ​ອັນ​ວາ ອີ​ບ​ຣາ​ຮິມ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ມາ​ເລ​ເຊຍ​ ໄດ້​ກ່າວ​ຕຳນິ ​ຢ່າງ​ຮ້າຍ​ແຮງ ​ຕໍ່​ຂໍ້​ຕົກ​ລົງ​ ເພີ່ມ​ພາ​ສີ ​ຕໍ່​ສິນ​ຄ້າ​ ທີ່​ນຳ​ເຂົ້າ​ ຈາກ​ມາ​ເລ​ເຊຍ​ ຂອງ​ ສ.ອາ​ເມ​ລິ​ກາ ແລະ ກ່າວ​ວ່າ ນີ້​ໄດ້ “ຝືນ​ກັບຫລັກ​ການ ​ການ​ຄ້າ​ຍຸ​ຕິ​ທຳ” ແລະ ເປັນ​ການ​ກົດ​ໜີບ​ ຕໍ່​ປະ​ເທດ ​ພວມ​ພັດ​ທະ​ນາ ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ. ທ່ານ ​ອັນ​ວາ ອີບ​ຣາ​ຮິມ ໄດ້​ຕອບ​ໂຕ​ຖ້ອຍ​ຄຳ​ຂອງ ສ.​ອາ​ເມ​ລິກ​າ​ທີ່​ວ່າ ມາ​ເລ​ເຊຍ​ ໄດ້​ເກັບ​ພາ​ສີ ​ສະ​ເລ່ຍ ​ຕໍ່​ສິນ​ຄ້າ ​ອາ​ເມ​ລິ​ກາ​ ເປັນ 47% ແລະ ຊີ້​ອອກວ່າ ອັດ​ຕາ​ພາ​ສີ​ຕົວ​ຈິງ​ ມີ​ພຽງ​ແຕ່ 5,6%.ຂະນະທີ່ ລັດ​ຖະ​ບານ ​ມາ​ເລ​ເຊຍ​ ຈະ​ປົກ​ປ້ອງ ​ຜົນ​ປະ​ໂຫຍດ​ ຂອງ​ຕົນ​ ຢ່າງ​ເດັດ​ດ່ຽວ, ຊຸກ​ຍູ້​ ການ​ຮ່ວມ​ມື​ ດ້ານ​ການ​ຄ້າ​ກັບ​ ອາ​ຊຽນ, ສປ ຈີນ ແລະ ເພື່ອນ​ມິດສາກົນ, ປ່ອຍ​ເງິນ​ກູ້​ໃຫ້​ແກ່​ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​-​ນ້ອຍ ​ຢູ່​ມາ​ເລ​ເຊຍ​, ເປີດກວ້າງ​ ຊ່ອງ​ທາງ​ ສົ່ງ​ອອກ ແລະ ສະ​ແຫວງ​ຫາ ​ການ​ສົນ​ທະ​ນາ​ ໂດຍ​ກົງ​ກັບ ສ.​ອາ​ເມ​ລິ​ກາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top