ຂປລ
ສປ ຈີນ ຈະສືບຕໍ່ ເພີ່ມງົບປະມານ ການເງິນ ສູນກາງ ເພື່ອສະໜັບ ສະໜູນທ້ອງຖິ່ນ ແລະ ຂະແໜງການ ໃນການກໍ່ສ້າງ ພື້ນຖານໂຄງລ່າງ ດ້ານຂໍ້ມູນ ທີ່ມີລັກສະນະພື້ນຖານ, ລັກສະນະສາທາລະນະ ປະໂຫຍດ ແລະ ລັກສະນະ ໄລຍະຍາວ ຈຳນວນໜຶ່ງ
ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ອົງການ ຂໍ້ມູນແຫ່ງຊາດຈີນ ໃຫ້ຮູ້ວ່າ: ສປ ຈີນ ຈະສືບຕໍ່ ເພີ່ມງົບປະມານ ການເງິນ ສູນກາງ ເພື່ອສະໜັບ ສະໜູນທ້ອງຖິ່ນ ແລະ ຂະແໜງການ ໃນການກໍ່ສ້າງ ພື້ນຖານໂຄງລ່າງ ດ້ານຂໍ້ມູນ ທີ່ມີລັກສະນະພື້ນຖານ, ລັກສະນະສາທາລະນະ ປະໂຫຍດ ແລະ ລັກສະນະ ໄລຍະຍາວ ຈຳນວນໜຶ່ງ;ນຳໃຊ້ທຶນ ພັນທະບັດ ແຫ່ງລັດ ໄລຍະຍາວ ພິເສດໃຫ້ດີ, ເລັ່ງລັດການສ້າງ ໂຄງປະກອບ ພື້ນຖານໂຄງລ່າງ ດ້ານຂໍ້ມູນແຫ່ງຊາດ ແລະ ເລັ່ງລັດ ການຄົ້ນຄວ້າ ສ້າງແຜນພື້ນຖານໂຄງລ່າງ ດ້ານຂໍ້ມູນແຫ່ງ ຊາດເພື່ອແນໃສ່ ໄລຍະປະຕິບັດ “ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 15”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL