ຜູ້ເຂົ້າເມືອງແບບຜິດກົດໝາຍ ໄດ້ຮັບເງິນສົດໃຫ້ອອກຈາກ ສ.ອາເມລິກາ

06/05/2025 21:26
Email Print 101
ຂປລ ສ.ອາເມລິກາ ໄດ້ອອກແຈ້ງການວ່າ: ຜູ້ເຂົ້າເມືອງ ແບບຜິດກົດໝາຍ ໃນ ສ.ອາເມລິກາ ຈະໄດ້ຮັບເງິນສົດ 1.000 ໂດລາສະຫະລັດ ຕໍ່ຄົນ ເພື່ອອອກຈາກ ສ.ອາເມລິກາ ດ້ວຍຄວາມສະໝັກໃຈ ແລະ ແຕ່ລະຄົນ ຍັງໄດ້ຮັບ ການໜູນຊ່ວຍ ກ່ຽວກັບ ຄ່າເດີນທາງ ແລະ ປີ້ຍົນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 5 ພຶດສະພານີ້, ສ.ອາເມລິກາ ໄດ້ອອກແຈ້ງການວ່າ: ຜູ້ເຂົ້າເມືອງ ແບບຜິດກົດໝາຍ ໃນ ສ.ອາເມລິກາ ຈະໄດ້ຮັບເງິນສົດ 1.000 ໂດລາສະຫະລັດ ຕໍ່ຄົນ ເພື່ອອອກຈາກ ສ.ອາເມລິກາ ດ້ວຍຄວາມສະໝັກໃຈ ແລະ ແຕ່ລະຄົນ ຍັງໄດ້ຮັບ ການໜູນຊ່ວຍ ກ່ຽວກັບ ຄ່າເດີນທາງ ແລະ  ປີ້ຍົນ. ຕາມກະຊວງປ້ອງກັນຄວາມສະຫງົບ ພາຍໃນ ສ.ອາເມລິກາ ເປີດເຜີຍວ່າ: ບ້ວງເງິນດັ່ງກ່າວ ຍັງຕ່ຳກວ່າ ລາຍຈ່າຍ ໃນການເນລະເທດ ຜູ້ເຂົ້າເມືອງ ແບບຜິດກົດໝາຍ ເຊິ່ງລວມມີ ບັນດາການຈັບຕົວ, ກັກຂັງຊົ່ວຄາວ ແລະ ເນລະເທດ, ດ້ວຍມູນຄ່າ ທັງໝົດ ອາດຈະຂຶ້ນເຖິງ 17.000 ໂດລາສະຫະລັດ. ພາຍຫລັງ ທ່ານ ໂດນັນທຣຳ(Donald Trump) ປະທານາທິບໍດີ ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະເນລະເທດ ຜູ້ເຂົ້າເມືອງ ແບບຜິດກົດໝາຍ ນັບລ້ານຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສ.ອາເມລິກາ. ນັບມາຮອດ ປັດຈຸບັນ ມີທັງໝົດ 152.000 ຄົນ ຖືກເນລະເທດ ໄປຍັງຄຸກ ຕັ້ງຢູ່ອ່າວ Guantanamo ແລະ El Salvador./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top