ສາຍການບິນຫວຽດເຈັດຂະຫຍາຍສາຍການບິນ ແລະ ເປີດເສັ້ນທາງບິນກົງໃໝ່ໄປຍີ່ປຸ່ນ

30/04/2025 14:09
Email Print 305
ຂປລ ສາຍການບິນຫວຽດເຈັດ (VietJet) ໄດ້ຕ້ອນຮັບເຮືອບິນ Airbus A321neo ACF ລຸ້ນໃໝ່ ເພື່ອ ພັດທະນາສາຍການບິນໃຫ້ທັນສະໄໝຂຶ້ນ. ນອກ​ນັ້ນ,​ຍັງ​ມີ​ການ​ເປີດ​ຕົວ​ເສັ້ນທາງ​ບິນໂດຍກົງ​ໃໝ່​ທີ່​ເຊື່ອມ​ຕໍ່​ກັບນະຄອນ​ໂຮ່ຈີ່​ມິງ ​ກັບ Nagoya ​ແລະ Fukuoka ປະເທດຍີ່ປຸ່ນ

         ຂປລ. ສາຍການບິນຫວຽດເຈັດ (VietJet) ໄດ້ຕ້ອນຮັບເຮືອບິນ Airbus A321neo ACF ລຸ້ນໃໝ່ ເພື່ອ ພັດທະນາສາຍການບິນໃຫ້ທັນສະໄໝຂຶ້ນ. ນອກ​ນັ້ນ,​ຍັງ​ມີ​ການ​ເປີດ​ຕົວ​ເສັ້ນທາງ​ບິນໂດຍກົງ​ໃໝ່​ທີ່​ເຊື່ອມ​ຕໍ່​ກັບນະຄອນ​ໂຮ່ຈີ່​ມິງ ​ກັບ Nagoya ​ແລະ Fukuoka ປະເທດຍີ່ປຸ່ນ, ​ໂດຍ​ເຮັດໃຫ້​ໃຫ້​ຜູ້​ໂດຍສານ​ມີ​ທາງ​ເລືອກ​ໃນ​ການ​ເດີນທາງ​ຫລາຍຂຶ້ນ ຊຶ່ງຢູ່ໃນແຜນການພັດທະນາ ​ປີ 2025 ຂອງ VietJet ​ເພື່ອ​ແນ່​ໃສ່​ປັບປຸງ​ຄວາມ​ສະດວກ​ໃນ​ການ​ເດີນທາງ ​ແລະ ຊຸກຍູ້​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ເສດຖະກິດ​ໃນ​ທົ່ວ​ພາກ​ພື້ນອາຊີ - ປາຊີ​ຟິກ.

ເພື່ອເປັນການສະເຫລີມສະຫລອງວັນສຳຄັນ ດັ່ງກ່າວ ສາຍການບິນ VietJet ໄດ້ສະເໜີລາຄາພິເສດຊັ້ນ Eco-Class ໂດຍເລີ່ມຈາກ  0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບຖ້ຽວບິນສາກົນມາທີ່ປະເທດຫວຽດນາມ. ລາຄາພິເສດນີ້ແມ່ນມີໃຫ້ຈອງທຸກໆວັນສຸກຈົນຮອດວັນທີ 31 ທັນວາ 2025, ໂດຍມີກຳນົດເວລາເດີນທາງແຕ່ມື້ນີ້ຈົນເຖິງທ້າຍປີ (ບໍ່ລວມໄລຍະເທສະການທ່ອງທ່ຽວ ແລະ ວັນພັກລັດຖະການ). ສາມາດຈອງໄດ້ຜ່ານ www.vietjetair.com ຫລື ແອັບມືຖື VietJet Air. ເຮືອບິນລຸ້ນໃໝ່ຂອງ VietJet ໄດ້ລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນເຍີດ, ນະຄອນ ໂຮ່ຈີ່ມິງ ໃນວັນທີ 25 ເມສາ 2025, ພາຍຫລັງບິນຈາກນະຄອນ Hamburg, ປະເທດເຢຍລະມັນ. ເຮືອບິນລຳນີ້​ແມ່ນ​ເຮືອບິນ​ໃໝ່​ລຳ​ທີ 3 ຂອງ VietJet ​ທີ່ໄດ້​ເພີ່ມ​ເຂົ້າ​ໃນ​ກອງທັບ​ເຮືອ​ນັບ​ແຕ່​ຕົ້ນ​ປີ 2025. ສາຍ​ການບິນ​ມີ​ແຜນ​ຈະ​ສືບ​ຕໍ່​ຮັບ​ເຮືອບິນ​ໃໝ່​ຈາກ Airbus ​ແລະ Boeing ເພື່ອ​ເພີ່ມ​ທະວີປະສິດທິພາບຂອງສາຍການບິນ​ ໃນ​ພາກ​ພື້ນ.

ພ້ອມ​ກັນ​ນັ້ນ, VietJet ​ໄດ້​ຂະຫຍາຍ​ເຄືອ​ຂ່າຍ​ສາກົນ​ດ້ວຍ​ຜົນສຳ​ເລັດ​ຂອງ​ສອງ​ບໍລິການ​ໂດຍ​ກົງ​ໃໝ່​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ທີ່​ເຊື່ອມ​ຕໍ່​ນະຄອນ ໂຮ່ຈີ່​ມິງ ຫາ Nagoya ​ແລະ Fukuoka. ໃນປັດຈຸ​ບັນ​ມີ​ຖ້ຽວ​ບິນໄປກັບ 4 ຖ້ຽວ ​ແລະ 3 ຖ້ຽວບິນ​​ຕໍ່​ອາທິດ​ຕາມ​ລຳດັບ. ​ໃນ​ໂອກາດ​ດັ່ງກ່າວ, VietJet ​ໄດ້​ເປີດ​ກວ້າງ​ເຄືອ​ຂ່າຍ​ສາກົນ​ຕື່ມ​ອີກ ດ້ວຍ​ການ​ເປີດ​ບໍລິການ 4 ​ເສັ້ນທາງ​ໃໝ່​ທີ່​ເຊື່ອມ​ຕໍ່​ນະຄອນ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈີ່ມິງ ກັບ ​ປັກ​ກິ່ງ ​ແລະ ກວາງ​ໂຈ່​ວປະເທດ​ຈີນ. ການ​ເພີ່ມ​ຖ້ຽວບິນນີ້​ສະແດງໃຫ້ເຫັນການຂະຫຍາຍຕົວຂອງ VietJet ໃນປີ 225 ​ເຊິ່ງລວມທັງ​ການ​ບໍລິການ​ໃໝ່​ກັບປະເທດ​ອິນ​ເດຍ​ໃນ​ເດືອນ​ແລ້ວ​ນີ້ ​ແລະ ການ​ເປີດ​ໃຊ້​ເສັ້ນທາງ​ສາຍ​ການບິນ Phu Quoc – ສິງກະ​ໂປ​ໃນ​ເດືອນ​ພຶດສະພາທີ່ຈະມາເຖິງນີ້. ການ​ຂະ​ຫຍາຍ​ຕົວ​ຂອງ​ເຮືອ​ບິນ ແລະ ເຄືອ​ຂ່າຍ​ການ​ບິນ​ສາ​ກົນ​ຢ່າງ​ຕໍ່ເນື່ອງ ຂອງ VietJet ແມ່ນເພື່ອເພີ່ມ​ຄວາມ​ສະ​ດວກ​ໃນ​ການ​ເດີນ​ທາງ ພ້ອມ​ທັງ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ແລະ ເສດ​ຖະ​ກິດ​ໃນ​ທົ່ວ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ. ສາຍ​ການ​ບິນ​ຍັງຍຶດໝັ້ນ​ຈຸດຢືນ​ຂອງ​ຕົນ​ເປັນ​ສາຍ​ການ​ບິນ​ຍຸກ​ໃໝ່​ທີ່ນຳ​ໜ້າ ສາມາດເຊື່ອມ​ຕໍ່​ຫວຽດ​ນາມ ກັບ​ ບັນ​ດາ​ຈຸດ​ໝາຍ​ປາຍທາງສຳ​ຄັນ​ຂອງ​ໂລກ.


KPL

ຂ່າວອື່ນໆ

ads
ads

Top