ຂປລ
ບໍ່ວ່າອາຊີບໃດກ່ໍຕາມຖ້າເຮັດແລ້ວມີຄວາມສຸກ, ບໍ່ຄັດກັບລະບຽບກົດໝາຍບ້ານເມືອງ, ບວກໃສ່ມີຄວາມດຸໝັ່ນຂະຫຍັນພຽນ, ຮູ້ປະຢັດມັດທະຍັດຈະເຮັດໃຫ້ຄອບຄົວມີການພັດທະນານັບມ້ືດີຂ້ຶນເປັນກ້າວ.
*ບ່ໍວ່າອາຊີບໃດກ່ໍຕາມຖ້າເຮັດແລ້ວມີຄວາມສຸກ, ບໍ່ຄັດກັບລະບຽບກົດໝາຍບ້ານເມືອງ, ບວກໃສ່ມີຄວາມດຸໝັ່ນຂະຫຍັນພຽນ, ຮູ້ປະຢັດມັດທະຍັດຈະເຮັດໃຫ້ຄອບຄົວມີການພັດທະນານັບມ້ືດີຂ້ຶນເປັນກ້າວ. ເໝືອນດັ່ງຄອບຄົວຂອງທ່ານນາງ ແສງຈັນ ວິໄລທອງ ອາຍຸ 42 ປີ; ຢູ່ເມືອງວັງວຽງ, ແຂວງວຽງຈັນ ທີ່ໄດ້ຢຶດຖືເອົາການປູກພືດເປັນສິນຄ້າ ເຊິ່ງສາມາດສ້າງລາຍຮັບໄດ້ 50-60 ລ້ານກີບຕໍ່ປີ.
ທ່ານ ນາງ ແສງຈັນ ວິໄລທອງ ເຊິ່ງເປັນຄອບຄົວຕົວແບບໃນການປູກພືດເປັນສິນຄ້າໃຫ້ຮູ້ວ່າ: ຄອບຄົວຂອງຕົນມີສະມາຊິກທັງໝົດ 5 ຄົນ, ຍິງ 2 ຄົນ ໃນນັ້ນ, ແຮງງານຕົ້ນຕໍ ມີ 2 ຄົນ ເຊິ່ງໄດ້ເລີ່ມຢຶດຖືການປູກພືດເປັນສິນຄ້າມາຕັ້ງແຕ່ປີ 2014 ເປັນຕົ້ນມາ; ສາເຫດ ແລະ ແຮງຈູງໃຈທີ່ເຮັດໃຫ້ຂ້າພະເຈົ້າຢຶດຖືເອົາການປູກພືດເປັນສິນຄ້າເນື່ອງຈາກວ່າຄອບຄົວຂອງຂ້າພະເຈົ້າໄດ້ປະກອບອາຊີບເປັນຊາວນາ ຖືເອົາການປູກຝັງເພື່ອລ້ຽງຊີບມາແຕ່ດັ່ງເດີມ. ໃນເບື້ອງຕົ້ນໄດ້ເລີ່ມປູກຜັກກະລໍ່າປີ ແລະ ຜັກອື່ນໆ ແຕ່ຍັງບໍ່ທັນປູກເປັນຈຳນວນຫລາຍ ເນ່ືອງຈາກວ່າບໍ່ທັນມີຕະຫລາດຮອງຮັບ, ພຽງແຕ່ປູກເພື່ອຮັບໃຊ້ຄອບຄົວເຫລືອກິນຈຶ່ງຂາຍ ແລະ ຍັງປູກແບບປະຖົມປະຖານບໍ່ທັນຮູ້ນໍາເອົາເຕັກນິກວິທະຍາສາດເຂົ້າມາຊ່ວຍເປັນຕົ້ນແມ່ນການໃສ່ຝຸ່ນ, ປຸຍ, ການປ້ອງກັນພະຍາດ ແລະ ສັດຕູພືດຕ່າງໆເຮັດໃຫ້ຜົນຜະລິດບາງປີກ່ໍໄດ້ຮັບຜົນ ແລະ ບາງປີກໍບ່ໍໄດ້ຮັບຜົນເທົ່າທີ່ຄວນ. ມາຮອດປີ 2018- 2019 ເລີ່ມມີໂຄງການສົ່ງເສີມກະສິກຳເຂົ້າມາບ້ານຜາຮ່ອມ, ຄອບຄົວຂ້າພະເຈົ້າຈຶ່ງຕັດສິນໃຈເຂົ້າຮ່ວມກັບໂຄງການດັ່ງກ່າວ ແລະ ກໍ່ໄດ້ຜ່ານການຝຶກອົບຮົມດ້ານເຕັກນິກການປູກພືດ, ການບົວລະບັດຮັກສາ ແລະ ການປ້ອງກັນພືດ. ຈາກນັ້ນ, ຈຶ່ງເລີ່ມມີການຂະຫຍາຍເນື້ອທີ່ປູກພືດແຕ່ລະຊະນິດໃຫ້ກວ້າງອອກ ເພ່ືອເຮັດໃຫ້ຜົນລະປູກກາຍເປັນສິນຄ້າຈາກເນື້ອທີ່ 1 ໄລ່ ກາຍເປັນ 6 ໄລ່ ຫລື ເທົ່າກັບ 1 ເຮັກຕາ ແລະ ໄດ້ປູກເປັນຂະບວນການຢູ່ພາຍໃນບ້ານ. ໃນນັ້ນ, ເດັ່ນກວ່າໝູ່ແມ່ນປູກຜັກກະລໍ່າປີ, ຜັກກາດຊອມ, ຜັກກາດນ້ຳ, ໝາກເຜັດ, ສາລີ ແລະ ອື່ນໆ ຕາມຄວາມຮຽກຮ້ອງຕ້ອງການໃນທ້ອງຕະຫລາດ ເຊິ່ງນັບແຕ່ນ້ັນມາກໍ່ເລີ່ມມີແມ່ຄ້າ-ຊາວຂາຍມາ ພົວພັນເກັບຊື້ຢູ່ກັບທີ່ ໂດຍບໍ່ໄດ້ໄປສົ່ງຕະຫລາດ ແລະ ນັ່ງຂາຍທົ່ວໄປເຊິ່ງສະເລ່ຍລາຍຮັບຈາກການຂາຍຜົນຜະລິດໄດ້ 50.000.000 ຫາ 60.000.000 ກີບຄອບຕໍ່ປີ. ດ້ວຍການປະຢັດມັດທະຍັດ ແລະ ສະສົມລາຍຮັບດັ່ງກ່າວນັ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວນັບມື້ນັບດີຂ້ຶນເທື່ອລະກ້າວ ເຊິ່ງສະແດງອອກຄື ມີເຮືອນຢູ່ຖາວອນ, ມີພາຫະນະຮັບໃຊ້ຄອບຄົວ, ສາມາດສົ່ງເສີມລູກເຂົ້າຮຽນ ແລະ ມີເງິນແຮ່ໄວ້ໃຊ້ຈ່າຍໃນເວລາຈຳເປັນອີກຈຳນວນໜຶ່ງ.
ພ້ອມນີ້ທ່ານຍັງໄດ້ຍົກໃຫ້ເຫັນຄວາມຫຍຸ້ງຍາກໃນການຜະລິດ ແລະ ສະໜອງສິນຄ້າໃນທ້ອງຕະຫລາດເຊັ່ນ: ລາຄາສິນຄ້າມີການປ່ຽນແປງຢູ່ຕະຫລອດເວລາ (ລາຄາຂຶ້ນ-ລົງຕາມໃຈແມ່ຄ້າຄົນກາງ), ຕະຫລາດຮັບຮອງບໍ່ແນ່ນອນ, ການຜະລິດໄດ້ແຕ່ລະດູແລ້ງ. ສໍາລັບລະດູຝົນເປັນໄລຍະທີ່ພືດ-ຜັກໄດ້ລາຄາສູງ ແຕ່ກົງກັນຂ້າມບໍ່ສາມາດປູກພືດຜັກໄດ້ຕາມຄວາມຕ້ອງການຍ້ອນວ່າເຮືອນຮ່ົມບໍ່ພຽງພໍ, ຕົ້ນທຶນໜ້ອຍ ແລະ ການສື່ສານກັບກຸ່ມການຜະລິດຊະນິດພືດ- ຜັກດຽວກັນຢູ່ພາຍໃນປະເທດຍັງບໍ່ທັນມີ, ພຽງແຕ່ພ້ອມກັນປູກຕາມລະດູການຈຶ່ງເຮັດໃຫ້ບາງໄລຍະເກີດມີພືດ-ຜັກຫລາຍລາຄາສິນຄ້າໃນທ້ອງຕະຫລາດຕົກຕໍ່າ ແລະ ບາງໄລຍະຂາດຜົນລະປູກເຮັດໃຫ້ລາຄາສິນຄ້າສູງຂຶ້ນ. ໃນຕໍ່ໜ້າຈະສືບຕໍ່ປັບປຸງຮູບແບບ ແລະ ວິທີການຜະລິດໃຫ້ໄປຕາມເຕັກນິກ, ວິຊາການເຮັດໃຫ້ສະມັດຕະພາບຜົນຜະລິດສູງຂ້ຶນກວ່າເກົ່າ, ພົວພັນກັບການຕະຫລາດໃຫ້ກວ້າງຂວາງ ແລະ ເລືອກເອົາພືດທີ່ຕະຫລາດມີຄວາມຕ້ອງການສູງ, ຄຽງຄູ່ກັນນັ້ນຕ້ອງໄດ້ມີການສຶກສາ-ແລກປ່ຽນກັບແຕ່ລະກຸ່ມການຜະລິດໃນແຕ່ລະທ້ອງຖ່ິນທັງຢ່ພາຍໃນເມືອງ, ແຂວງ ແລະ ຕ່າງເມືອງ, ຕ່າງແຂວງໃຫ້ຫລາຍຂ້ຶນເພ່ືອ ວາງແຜນການວິທີການປູກພືດ-ຜັກຊະນິດຕ່າງໆໃນລະດູການດຽວກັນເພື່ອຮັບປະກັນເຮັດໃຫ້ລາຄາຜົນຜະລິດບໍ່ຕົກຕໍ່າຄືໃນໄລຍະຜ່ານມາ.
KPL