ບໍລິການຈັດຫາງານ ພາຍໃນປະເທດ ແລະ ໄປຕ່າງປະເທດ

05/05/2025 09:45
Email Print 190
ຂປລ ໃນກົດໝາຍວ່າດ້ວຍແຮງງານແມ່ນກົດໝາຍໜຶ່ງທີ່ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດ ຕາມກວດກາການພັດທະນາສີມືແຮງງານ, ການຈັດຫາງານ, ການເຄື່ອນຍ້າຍແຮງງານ, ການປົກປ້ອງແຮງງານເພ່ືອຍົກສູງຄຸນນະພາບ.

   *ໃນກົດໝາຍວ່າດ້ວຍແຮງງານແມ່ນກົດໝາຍໜຶ່ງທີ່ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາການພັດທະນາສີມືແຮງງານ, ການຈັດຫາງານ, ການເຄື່ອນຍ້າຍແຮງງານ, ການປົກປ້ອງແຮງງານເພ່ືອຍົກສູງຄຸນນະພາບ, ຜະລິດຕະພາບຂອງງານໃນສັງຄົມຮັບຮອງການຫັນເປັນອຸດສາຫະກຳ ແລະ ທັນສະໄໝແນໃສ່ເຮັດໃຫ້ຜູ້ໃຊ້ແຮງງານໄດ້ຮັບການປົກປ້ອງສິດ,  ຜົນປະໂຫຍດອັນຊອບທຳ ແລະ ມີຊີວິດການເປັນຢູ່ນັບມ້ືນັບດີຂ້ຶນປະກອບສ່ວນເຂົ້າໃນການສົ່ງເສີມການລົງທຶນ, ພັດທະນາເສດຖະກິດ- ສັງຄົມແຫ່ງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

    ຢູ່ໃນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ເລກທີ 43/ສພຊ ນະຄອນຫລວງວຽງຈັນ, ວັນທີ 24 ທັນວາ 2013 ໃນພາກ  III: ການ ສົ່ງເສີມການຈັດຫາງານ. ໃນນັ້ນ,  ໝວດ 3 ການບໍລິການຈັດຫາງານພາຍໃນປະເທດ ແລະ ໝວດ 4 ການລິການຈັດຫາງານໄປຕ່າງປະເທດ ເຊ່ິ່ງມີດັ່ງຕໍ່ໄປນີ້:

ມາາດດຕຕາາ  36 ກາການບນບໍລໍລິກາິການຈນຈັດັດ ຫາງຫາງານານພາຍພາຍໃໃນນປປະະເທເທດ:ດ: ຂະແໜງ ການແຮງງານ ແລະ ສະຫວັດດີການ ສັງຄົມ, ວິສາຫະກິດບໍລິການຈັດຫາ ງານ ແລະ ອົງການຈັດຕ້ັງສັງຄົມທ່ ໄດ້ຮັບອະນຸຍາດສາມາດໃຫ້ບໍລິການ ຈັດຫາງານພາຍໃນປະເທດ.ສຳລັບຫົວໜ່ວຍແຮງງານທີ່ມີ ຄວາມຕ້ອງການແຮງງານນ້ັນ ກ ສາມາດຮັບສະໝັກງານດ້ວຍຕົນ ເອງໄດ້.

ມາດຕາ 37 ແຜນຄວາມຕແຜນຄວາມຕ້ອງ້ອງ  ການແຮການແຮງງານ:ງງານ: ທຸກຮູບແບບການ ລົງທຶນລວມທັງຫົວໜ່ວຍແຮງ ງານຕ້ອງມີແຜນຄວາມຕ້ອງການ ແຮງງານໃນແຕ່ລະໄລຍະ. ແຜນ ຄວາມຕ້ອງການແຮງງານຂອງແຕ່ ລະພາກສ່ວນຕ້ອງແຈ້ງຕໍ່ອົງການ ຄຸ້ມຄອງວຽກງານແຮງງານທີ່ກ່ຽວ ຂ້ອງ ເພື່ອວາງແຜນສະໜອງແຮງ ງານໃຫ້ພຽງພໍກັບຄວາມຕ້ອງການ.

ມາດຕາ 38  ການບການບໍລໍລິການຈິການຈັດຫາັດຫາ ງານໄປຕ່າງປະເທດ: ງານໄປຕ່າງປະເທດ: ການບໍລິການ ຈັດຫາງານໄປຕ່າງປະເທດ ແມ່ນ ການສ່ົງແຮງງານລາວໄປເຮັດ ວຽກ, ຝຶກງານ, ຝຶກໃນໜ້າວຽກ ເຮັດໃຫ້ແຮງງານດັ່ງກ່າວ ໄດ້ຮຽນ ຮູ້, ຖອດຖອນບົດຮຽນ, ຍົກລະດັບ ຄວາມຮູ້ຄວາມສາມາດທາງດ້ານ ເຕັກນິກ, ພັດທະນາສີມືແຮງງານ ແລະ ສ້າງທັດສະນະຄະຕິກ່ຽວກັບ ການເຮັດວຽກແບບອຸດສາຫະກຳ.ລັດບໍ່ອະນຸຍາດໃຫ້ຈັດສ່ົງຜູ້ອອກ ແຮງງານລາວ ໄປເຮັດວຽກຢູ່ຕ່າງ ປະເທດໃນອາຊີບ ແລະ ຂົງເຂດທ່ ເປັນອັນຕະລາຍຕໍ່ສຸຂະພາບ ແລະ ຄວາມປອດໄພ, ອາຊີບທີ່ຄັດກັບ ຮີດຄອງປະເພນີ, ວັດທະນະທຳ, ລະບຽບກົດໝາຍຂອງ ສປປ ລາວ ແລະ ປະເທດທີ່ຮັບເອົາແຮງງານ ລາວ ແລະ ໄປປະເທດທີ່ບໍ່ຮັບປະກັນ ຄວາມປອດໄພ.

ມາດຕາ 39  ອອົງົງການຈການຈັດສັດສົົ່ງ່ງ ແຮງງານລາວ ແຮງງານລາວ ໄປເຮໄປເຮັດວຽກຢັດວຽກຢູູ່່ ຕຕ່າງ່າງປປະະເທເທດມີດີດັັ່ງ່ງນນີີ້:

1.ອົງການຄຸ້ມຄອງວຽກງານແຮງງານ;

2. ວິສາຫະກິດບໍລິການຈັດຫາງານ. ສຳລັບຫົວໜ່ວຍແຮງງານນັ້ນ ກໍສາມາດສົ່ງຜູ້ອອກແຮງງານລາວໄປຝຶກງານຢູ່ຕ່າງປະເທດຕາມການອະນຸຍາດຂອງອົງການຄຸ້ມຄອງວຽກງານແຮງງານ.

ມາດຕາ 40  ສິດ  ແລະ  ພັນທະຂອງວິສາຫະກິດບໍລິການ ການຈັດຫາງານ: ວິສາຫະກິດບໍລິການຈັດຫາງານ ເພື່ອສົ່ງແຮງງານລາວໄປ ເຮັດວຽກຢູ່ຕ່າງປະເທດມີສິດ ແລະ ພັນທະດັ່ງນີ້:

1. ພົວພັນກັບບໍລິສັດ ແລະ ປະເທດທີ່ຈະຮັບເອົາແຮງງານລາວໄປເຮັດວຽກໂດຍຜ່ານທາງການທູດ;

2. ເຊັນສັນຍາກ່ຽວກັບການສົ່ງແຮງງານລາວໄປຕ່າງປະເທດ;

3. ປະກອບເອກະສານຂໍອະນຸຍາດ, ຈັດການຝຶກອົບຮົມໃຫ້ແຮງງານລາວ ກ່ອນໄປເຮັດວຽກຢູ່ຕ່າງປະເທດ. ສຳລັບແຮງງານຕາມລະດູການແມ່ນອະນຸຍາດໃຫ້ເຮັດວຽກ ຊົ່ວຄາວ;

4. ຕິດຕາມ, ກວດກາ, ປົກປ້ອງ, ຄຸ້ມຄອງ ແລະ ໃຫ້ການຊ່ວຍເຫລືອແກ່ແຮງງານລາວໃນໄລຍະເຮັດວຽກຢູ່ຕ່າງປະເທດ ແລະ ຈັດສົ່ງຄືນປະເທດພາຍຫລັງສິ້ນສຸດສັນຍາ ຫລື ໃນກໍລະນີສຸກເສີນ;

5. ຈ່າຍຄ່າທຳນຽມ, ຄ່າບໍລິການ, ອາກອນໃຫ້ລັດຢ່າງຖືກຕ້ອງ ແລະ ຄົບຖ້ວນ; 

6.  ປະຕິບັດສິດ ແລະ ພັນທະອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

KPL

ຂ່າວອື່ນໆ

ads
ads

Top