ຂປລ
ກຳມະກອນ ຫລື ຊາວຜູ້ອອກແຮງງານໃນທົ່ວປະເທດ ມີບົດບາດສຳຄັນຫລາຍດ້ານໃນການຂັບເຄື່ອນການພັດທະນາປະເທດຊາດ, ພັດ ທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

*ກຳມະກອນ ຫລື ຊາວຜູ້ອອກແຮງງານໃນທົ່ວປະເທດ ມີບົດບາດສຳຄັນຫລາຍດ້ານໃນການຂັບເຄື່ອນການພັດທະນາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ທ່ານ ກົງໃຈ ຊຸມພົນພັກດີ ຜູ້ອຳນວຍການລັດວິສາຫະກິດໂຮງພິມແຫ່ງລັດ ໄດ້ໃຫ້ສຳພາດຕໍ່ສ່ືມວນຊົນໃນວັນທີ 29 ເມສາ 2025 ເນື່ອງໃນໂອກາດວັນກຳມະກອນສາກົນ ຄົບຮອບ 139 ປີ ໂດຍທ່ານໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງກຳມະກອນກໍຄືຊາວຜູ້ອອກແຮງງານໃນຂອບເຂດທົ່ວປະເທດຕໍ່ການພັດທະນາປະເທດຊາດໃນແຕ່ລະໄລຍະເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ, ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ສະເພາະພະນັກງານກຳມະກອນພາຍໃນໂຮງພິມແຫ່ງລັດ ແມ່ນມີຄວາມຈູບຈ້າວຫ້າວຫັນ, ບຸກບືນສຸມທຸກກຳລັງ ແຮງ, ກຳລັງໃຈເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ທີ່ໄດ້ຮັບມອບໝາຍເຮັດໃຫ້ການປະຕິບັດແຜນວຽກໃນແຕ່ລະມື້-ແຕ່ລະອາທິດ, ແຕ່ລະໜ້າວຽກສໍາເລັດຕາມກຳນົດເວລາ, ທັງຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ເຊ່ິງລັດວິສາຫະກິດໂຮງພິມແຫ່ງລັດ ມີພະນັກງານ-ກຳມະກອນທັງໝົດ 60 ກວ່າຄົນ, ເປັນພະນັກງານທ່ີມີປະສົບການ, ມີຄວາມຮູ້, ມີຄວາມຊຳນິຊຳນານໃນການດຳເນີນການເຮັດໃຫ້ໂຮງພິມ ມີຄວາມຍືນຍົງຄົງຕົວ ແລະ ສ້າງຜົນກຳໄລໃນແຕ່ລະປີ.
ທ່ານ ກົງໃຈ ຊຸມພົນພັກດີ ຍັງໃຫ້ຮູ້ອີກວ່າ: ຕະຫລອດໄລຍະຜ່ານມາຄະນະພັກ, ຄະນະນຳໂຮງພິມແຫ່ງລັດ ໄດ້ເອົາໃຈໃສ່ເບິ່ງແຍງດູແລພະນັກງານ-ກຳມະກອນຢູ່ພາຍໃນໂຮງພິມເປັນຢ່າງດີ ເປັນຕົ້ນພະນັກງານທຸກຄົນໄດ້ເຂົ້າເປັນສະມາຊິກປະກັນສັງຄົມ ແລະ ມີສະຫວັດດີການຕ່າງໆ ໂດຍສະເພາະໄດ້ມີການກວດພະຍາດໃຫ້ພະນັກງານ ເປັນປະຈຳໃນແຕ່ລະປີ, ມີນະໂຍບາຍອຸດໜູນເກີດລູກ ແລະ ເຈັບເປັນຕ່າງໆ ໂດຍທາງໂຮງພິມໄດ້ຈ່າຍໃຫ້ 100% ແລະ ອື່ນໆ. ພ້ອມນີ້, ໂຮງພິມຍັງເຫັນໄດ້ຄວາມສຳຄັນຕ່ໍວຽກງານພັດທະ ນາຊັບພະຍາກອນມະນຸດ ໂດຍໄດ້ຈັດຊຸດຝຶກອົບຮົມຕ່າງໆ, ພ້ອມທັງສົ່ງພະນັກງານໄປຝຶກອົບຮົມດ້ານຕ່າງໆຢູ່ທັງພາຍໃນ ແລະ ຕ່າງໆປະເທດ ເພ່ືອເພ່ີມທັກສະ, ເພີ່ມຄວາມຮູ້ໃຫ້ພະນັກງານມີຄວາມເຂ້ັມແຂງ, ຮັບປະກັນໃຫ້ໄດ້ບຸກຄະລາກອນທີ່ມີຄວາມຮູ້, ຄວາມ ສາມາດ ເພື່ອມາພັດທະນາໂຮງພິມໃຫ້ມີຄວາມກ້າວໜ້າທັນຕາມຍຸກຕາມສະໄໝ ແລະ ອື່ນໆ.
ພ້ອມກັນນີ້, ທ່ານ ກົງໃຈ ຊຸມພົນພັກດີ ຍັງໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດວັນກໍາມະກອນສາກົນ ຄົບຮອບ 139 ປີ ເຊິ່ງເປັນວັນທ່ີມີຄວາມໝາຍສຳຄັນຢ່າງຍ່ິງສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕ້ົາໂຮມຄວາມສາມັກຄີກັນລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພ່ືອທວງເອົາສິດທິພື້ນຖານຂອງຕົນ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນ. ພ້ອມນີ້, ຍັງໄດ້ຮຽກຮ້ອງມາຍັງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວຈົ່ງມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເຊື່ອໝ້ັນຕໍ່ການນໍາພາຂອງພັກ ປະກອບສ່ວນເຂ້ົາໃນການປະຕິບັດແຜນພັດທະນາເສດຖະກິດຂອງຊາດ, ສືບຕໍ່ຝຶກຝົນຫລ່ໍຫລອມຕົນເອງໃຫ້ກາຍເປັນກຳລັງແຮງງານທີ່ມີລະບຽບວິໄນ ໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ ແລະ ກາຍເປັນກໍາລັງຫລັກແຫລ່ງໃນພາລະ ກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຍືນຍົງ ແລະ ໝັ້ນຄົງ.
ໂດຍ: ທະນູທອງ
KPL