ຂປລ
ກະຊວງການຄ້າຈີນ ໄດ້ຮ່ວມກັບ 6 ພາກສ່ວນ ເລີ່ມຈັດກິດຈະກຳຕ່າງໆໃນຫົວຂໍ້ “ຊື້ເຄື່ອງຢູ່ຈີນ” ໃນງານວາງສະແດງສິນຄ້າອຸປະໂພກ -ບໍລິໂພກສາກົນຈີນຄັ້ງທີ 5 ທີ່ຈັດຂຶ້ນຢູ່ແຂວງໄຫຫລຳ
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,ວັນທີ 13 ເມສານີ້, ກະຊວງການຄ້າຈີນ ໄດ້ຮ່ວມກັບ 6 ພາກສ່ວນ ເລີ່ມຈັດກິດຈະກຳຕ່າງໆໃນຫົວຂໍ້ “ຊື້ເຄື່ອງຢູ່ຈີນ” ໃນງານວາງສະແດງສິນຄ້າອຸປະໂພກ -ບໍລິໂພກສາກົນຈີນຄັ້ງທີ 5 ທີ່ຈັດຂຶ້ນຢູ່ແຂວງໄຫຫລຳ ເພື່ອຈັດຕັ້ງປະຕິບັດຕາມ ແຜນນະໂຍບາຍ ຂອງສູນກາງພັກກອມມູນິດຈີນ ແລະ ລັດຖະບານຈີນ ກ່ຽວກັບ ການຊຸກຍູ້ດ້ານອຸປະໂພກ-ບໍລິໂພກ ແລະ ຂະຫຍາຍ ຄວາມຕ້ອງການ ພາຍໃນປະເທດ, ເລັ່ງດຳເນີນກິດຈະກຳ ສະເພາະ ທີ່ຊຸກຍູ້ດ້ານອຸປະໂພກ-ບໍລິໂພກ, ກະຊວງການຄ້າຈີນຮ່ວມກັບ 6 ພາກສ່ວນ ໄດ້ຈັດວາງການດຳເນີນກິດ ຈະກຳທີ່ມີຫລາກຫລາຍສີສັນ ແລະ ມີຫລາຍຮູບແບບ ເຊັ່ນ: ຊື້ເຄື່ອງຄຸນນະພາບສູງ, ອາຫານ ຄຸນນະພາບສູງ, ການທ່ອງທ່ຽວ ຄຸນນະພາບສູງ, ງານວາງສະແດງສິນຄ້າ ທີ່ມີຄຸນນະພາບສູງ ແລະອື່ນໆ ຢູ່ທ້ອງຖິ່ນຕ່າງໆ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL