ສປ ຈີນ-ສສ ຫວຽດນາມ ມີມູນຄ່າການຄ້າຫລາຍກວ່າ 200 ຕື້ໂດລາສະຫະລັດ

11/04/2025 12:34
Email Print 718
ຂປລ ມູນ​ຄ່າ​ການ​ຄ້າ​ ສອງ​ຝ່າຍ​ ລະ​ຫວ່າງ​ ສປ ຈີນ-ສສ ຫວຽດ​ນາມ ​ບັນ​ລຸ ຫລາຍກວ່າ 200 ຕື້​ໂດ​ລາ ສະຫະລັດ ​​ເປັນ​ເວ​ລາ 4 ປີ ​ຕິດ​ຕໍ່​ກັນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 10 ເມ​ສາ​ນີ້, ​ທ່ານ​ ນາງ ​ເຮີ​ຢົງ​ຊຽນ, ໂຄ​ສົກ ​ກະ​ຊວງ​ ການ​ຄ້າ​ຈີນ ​ໄດ້​ຢືນ​ຢັນ ໃນ​ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວ​ ປະ​ຈຳ ​ຂອງ​ກະ​ຊວງ​ ການ​ຄ້າ​ຈີນວ່າ: ມູນ​ຄ່າ​ການ​ຄ້າ​ ສອງ​ຝ່າຍ​ ລະ​ຫວ່າງ​ ສປ ຈີນ-ສສ ຫວຽດ​ນາມ ​ບັນ​ລຸ ຫລາຍກວ່າ 200 ຕື້​ໂດ​ລາ ສະຫະລັດ ​​ເປັນ​ເວ​ລາ 4 ປີ ​ຕິດ​ຕໍ່​ກັນ. ເມື່ອ​ຮອດປີ 2024, ບັນ​ລຸ​ເຖິງ 260,65 ຕື້​ໂດ​ລາ ສະຫະລັດ, ເພີ່ມ​ຂຶ້ນ 13,5% ເມື່ອ​ທຽບ​ໃສ່​ປີ 2023. ທ່ານ ​ນາງ​ ເຮີ​ຢົງ​ຊຽນ​ ກ່າວຕື່ມ​ວ່າ: ການ​ຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ ​ການ​ຄ້າ​ ລະ​ຫວ່າງ ສປ ​ຈີນ-ສສ ຫວຽດ​ນາມ ​ໄດ້​ຮັບ​ການ​ພັດ​ທະ​ນາ​ ຢ່າງ​ໝັ້ນ​ທ່ຽງ, ເລີ່ມ​ແຕ່​ປີ 2004 ເປັນ​ຕົ້ນ​ມາ, ສປ ຈີນ ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ ອັນ​ດັບ​ທີ 1 ຂອງ​ ສສ ຫວຽດ​ນາມ, ເລີ່ມ​ແຕ່​ປີ 2016 ເປັນ​ຕົ້ນ​​ມາ, ສສ ຫວຽດ​ນາມ ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ ອັນ​ດັບ​ທີ 1 ໃນ​ອາ​ຊຽນ ​ຂອງ ​ສປ ຈີນ. ຂະນະທີ່ ສປ ຈີນ ​ຍິນ​ດີ ​ຮ່ວມ​ກັບ ສສ ​ຫວຽດ​ນາມ, ຕັ້ງ​ໜ້າ​ ຈັດ​ຕັ້ງ​ປະ​ຕິ​ບັດ ​ຄວາມ​ເຫັນ ​ທີ່​ເປັນ​ເອ​ກະ​ພາບ ​​ສຳ​ຄັນ​ຕ່າງໆ​ ຂອງຜູ້​ນຳ​ສູງ​ສຸດ ຂອງ​ສອງ​ພັກ​ ສອງ​ລັດ ​ຈີນ-ຫວຽດ​ນາມ ກ່ຽວ​ກັບ​ ການ​ລົງ​ເລິກ ​ຄູ່​ຮ່ວມ​ຊາ​ຕາ​ກຳ​ ຈີນ-ຫວຽດ​ນາມ​ ຢ່າງ​ຕໍ່​ເນື່ອງ, ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ ​ການ​ຄ້າ​ ລະ​ຫວ່າງ​ ສອງ​ປະ​ເທດ​ ໄດ້​ຮັບ​ການ​ຍົກສູງ​ ຄຸນ​ນະ​ພາບ​ ແລະ ຍົກ​ລະ​ດັບ​ສູງ​ຂຶ້ນ ເພື່ອ​​ນຳ​ເອົາ ຄວາມ​ສຸ​ກ ​ໃຫ້​ແກ່​ ປະ​ຊາ​ຊົນ​ສອງ​ຊາດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top