ຂປລ
ຄະນະ ກຳມະການ ເອີຣົບ (EC) ໄດ້ປະກາດແຜນ ການກະທຳເພື່ອ ເພີ່ມທະວີບປັນຍາປະດິດ (AI) ເພື່ອແນໃສ່ ນຳສະຫະພາບ ເອີຣົບ (EU) ກາຍເປັນທະວີບ ນຳໜ້າ ທົ່ວໂລກ ກ່ຽວກັບ AI.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຄະນະ ກຳມະການ ເອີຣົບ (EC) ໄດ້ປະກາດແຜນ ການກະທຳເພື່ອ ເພີ່ມທະວີບປັນຍາປະດິດ (AI) ເພື່ອແນໃສ່ ນຳສະຫະພາບ ເອີຣົບ (EU) ກາຍເປັນທະວີບ ນຳໜ້າ ທົ່ວໂລກ ກ່ຽວກັບ AI. ແຜນການດັ່ງກ່າວ ໂດຍ ທ່ານ ນາງ ຢູຊູລາ ວອນເດີ ເລເຢັນ(Usula von der Leyen) ປະທານ ຄະນະ ກຳມະການ ເອີຣົບ ແນະນໍາ ໃນກອງປະຊຸມ ສຸດຍອດ ການກະທຳ ປັນຍາປະດິດ (AI) ໃນເດືອນ ກຸມພາ 2025 ຢູ່ນະຄອນຫລວງ ປາຣີ, ຝຣັ່ງ ເພື່ອຫັນປ່ຽນ ບັນດາ ຂະແໜງການ ອຸດສາຫະກຳ ທີ່ເປັນມູນເຊື້ອຂອງ ເອີຣົບ ກາຍເປັນ ກຳລັງໜູນ ແກ່ການປ່ຽນແປງໃໝ່ ແລະ ເພີ່ມລະດັບ ຄວາມໄວຂອງ AI ຢ່າງແຮງ. ສຳລັບ ການແຂ່ງຂັນ ຍາດທີ່ຕັ້ງນຳໜ້າ ໃນຂົງເຂດ AI ຍັງດຳເນີນຢ່າງແຮງ. ແຜນການກະທຳ ຈະຊຸກຍູ້ ຄວາມສາມາດ ປ່ຽນແປງໃໝ່ AI ຂອງ EU ຜ່ານບັນດາ ເສົາຄ້ຳຫລັກ, ຄື: ການສ້າງ ພື້ນຖານ ໂຄງລ່າງ ຖານຂໍ້ມູນ ຂ່າວສານ ແລະ cloud computing AI ທີ່ມີຂອບ ຂະໜາດໃຫຍ່; ເພີ່ມທະວີ ຄວາມສາມາດ ສຳຜັດກັບ ແຫລ່ງຂໍ້ມູນ ມະຫາສານ ແລະ ມີຄຸນນະພາບສູງ; ພັດທະນາ ບັນດາ ຫລັກສູດ ແລະ ຊຸກຍູ້ ການໝູນໃຊ້ AI ເຂົ້າໃນບັນດາ ຂົງເຂດ ຍຸດທະສາດຂອງ EU./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL