ຂປລ
ເສດຖະກິດຈີນ ເລີ່ມຕົ້ນໄດ້ດີ ໃນໄຕມາດທຳອິດ ຂອງປີນີ້. ຍອດມູນຄ່າ ການຈຳໜ່າຍ ໃນຫລາຍຂົງເຂດ ທົ່ວປະເທດ ໄດ້ເພີ່ມຂຶ້ນ ຢ່າງໝັ້ນທ່ຽງ.
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອີງຕາມ ຕົວເລກ ສະຖິຕິ ດ້ານສ່ວຍສາ ອາກອນ ຫລ້າສຸດ ທີ່ອົງການ ສ່ວຍສາອາກອນ ແຫ່ງຊາດຈີນ ໄດ້ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ເສດຖະກິດຈີນ ເລີ່ມຕົ້ນໄດ້ດີ ໃນໄຕມາດທຳອິດ ຂອງປີນີ້. ຍອດມູນຄ່າ ການຈຳໜ່າຍ ໃນຫລາຍຂົງເຂດ ທົ່ວປະເທດ ໄດ້ເພີ່ມຂຶ້ນ ຢ່າງໝັ້ນທ່ຽງ. ໃນນັ້ນ, ຍອດມູນຄ່າ ການຈຳໜ່າຍ ຂອງອຸດສາຫະກຳ ຜະລິດ ເພີ່ມຂຶ້ນ 4,8% ແລະ ຍອດມູນຄ່າ ການຈຳໜ່າຍ ດ້ານການບໍລິໂພກ ຂອງຂະແໜງ ການບໍລິການເພີ່ມຂຶ້ນ 5,3% ເມື່ອທຽບໃສ່ ປີກາຍນີ້. ພ້ອມດຽວກັນນັ້ນ, ຄຽງຄູ່ກັບ ສປ ຈີນ ມີການບຸກທະລຸ ແລະ ນຳໃຊ້ໃນຂົງເຂດ ປັນຍາປະດິດ, ໄດ້ຊຸກຍູ້ ສົ່ງເສີ່ມ ໃຫ້ຍອດມູນຄ່າ ການຈຳໜ່າຍ ຂອງຂະແໜງ ການບໍລິການຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງ ການບໍລິການ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ ລ້ວນແຕ່ ເພີ່ມຂຶ້ນຫລາຍກວ່າ 10%./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL