ອົດສະຕຣາລີ ປະກາດເລືອກຕັ້ງໃນຕົ້ນເດືອນພຶດສະພານີ້

28/03/2025 16:49
Email Print 326
ຂປລ ທ່ານ ແອນໂທນີ ອໍລບາເນຊີ,ນາຍົກ ລັດຖະມົນຕີ ອົດສະຕຣາລີ ປະກາດ ໃຫ້ມີ ການເລືອກຕັ້ງ ທົ່ວໄປ ໃນວັນທີ3 ພຶດສະພານີ້ ໂດຍພັກການເມືອງຕ່າງໆ ຈະມີເວລາ ໂຄສະນາ ຫາສຽງ 5 ອາທິດ

ຂປລ.ຕາມຂ່າວຈາກ ຊິດນິ້, ວັນທີ28ມີນານີ້, ທ່ານ ແອນໂທນີ ອໍລບາເນຊີ,ນາຍົກ ລັດຖະມົນຕີ ອົດສະຕຣາລີ ປະກາດ ໃຫ້ມີ ການເລືອກຕັ້ງ ທົ່ວໄປ ໃນວັນທີ3 ພຶດສະພານີ້ ໂດຍພັກການເມືອງຕ່າງໆ ຈະມີເວລາ ໂຄສະນາ ຫາສຽງ 5 ອາທິດ ຄາດວ່າ ບັນຫາ ຄ່າຄອງຊີບ ຈະເປັນບັນຫາຫລັກ ໃນການຫາສຽງ ຄັ້ງນີ້.ສຳລັບ ຜົນການສຳຫລວດ ຄັ້ງຫລ້າສຸດ ຂອງຊາວອົດສະຕຣາລີ ພົບວ່າ: ພັກແຮງງານ ຊຶ່ງເປັນພັກຂອງລັດຖະບານ ແລະ ພັກແນວຮ່ວມເສລີ ແຫ່ງຊາດ ຊຶ່ງເປັນພັກຝ່າຍຄ້ານ ມີຄະແນນສຽງນິຍົມ ໃກ້ຄຽງກັນ ກາຍເປັນສິ່ງທ້າທາຍ ໃນການລົງໂຄສະນາ ບັ້ນຫາສຽງ ຂອງພັກ ຄັ້ງນີ້ ຢ່າງຟົດຟື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top