ຂປລ
ທ່ານ ໂດນັນທຣໍາ ປະທານາທິບໍດີ ສ,ອາເມລິກາ ໄດ້ກຽມຕັດເງິນທຶນ ສະໜັບ ສະໜູນ ອົງກອນ ພັນທະມິດ ເພື່ອວັກຊິນ (ກາວີ) ຊຶ່ງເປັນ ອົງກອນ ດ້ານສຸຂະພາບ ລະດັບໂລກ ທີ່ຈັດຫາ ວັກຊິນ ໃຫ້ແກ່ ປະເທດ ພວມພັດທະນາ.
ຂປລ. ສຳນັກຂ່າວ ເອເອຟພີ, ເມື່ອບໍ່ດົນມານີ້, ທ່ານ ໂດນັນທຣໍາ ປະທານາທິບໍດີ ສ,ອາເມລິກາ ໄດ້ກຽມຕັດເງິນທຶນ ສະໜັບ ສະໜູນ ອົງກອນ ພັນທະມິດ ເພື່ອວັກຊິນ (ກາວີ) ຊຶ່ງເປັນ ອົງກອນ ດ້ານສຸຂະພາບ ລະດັບໂລກ ທີ່ຈັດຫາ ວັກຊິນ ໃຫ້ແກ່ ປະເທດ ພວມພັດທະນາ.
ການຕັດສິນໃຈດັ່ງກ່າວ ລວມມີ ຢູ່ໃນຄຳສັ່ງ 281 ໜ້າ ຊຶ່ງໜ່ວຍງານ ດ້ານການພັດທະນາ ລະຫວ່າງ ປະເທດ ຂອງ ສ.ອາເມລິກາ (ຢູເອສເອດ) ສົ່ງໃຫ້ແກ່ ສະພາຄອງເກຣສ ເມື່ອບໍ່ດົນມານີ້ , ໂດຍຈະເປັນການ ຕັດງົບປະມານ ທີ່ກ່ຽວຂ້ອງ ຫລາຍຫວ່າ 1 ຕື້ໂດລາສະຫະລັດ. ດ້ານກາວີ ອອກຖະແຫລງການ ສະແດງຄວາມເສຍໃຈ ແລະ ເປີດເຜີຍວ່າ ຫາກ ສ.ອາເມ ລິກາ ຍັງຄົງມອບຄວາມສະໜັບສະສະໜູນ ຈະສາມາດມອບ ຄວາມຊ່ວຍເຫລືອ ດ້ານວັກຊິນ ໃຫ້ແກ່ປະຊາຊົນ ອີກຫລາຍກວ່າ 8 ລ້ານຄົນ ໃນໄລຍະເວລາ 5 ປີ ໃນຕໍ່ໜ້າ./
KPL