ສປຈີນ ຍັງເປັນສູນກາງຕ່ອງໂສ້ ມູນຄ່າການຜະລິດ ລະດັບໂລກ

28/03/2025 08:59
Email Print 384
ຂປລ ການລາຍງານທ່າອ່ຽງ ແລະ ຄວາມກ້າວໜ້າ ໃນການລວມກຸ່ມ ຂອງ ເສດຖະກິດ ອາຊີ ໄດ້ເຜີຍແພ່ ໃນກອງປະຊຸມ ອາຊີ ໂປ໋ອ໋າວ ໂດຍມີ ເນື້ອໃນ ລະບຸວ່າ: ສປຈີນ ຍັງສືບຕໍ່ຄອງຕຳແໜ່ງ ສູນກາງ ຕ່ອງໂສ້ມູນຄ່າ ການຜະລິດ ລະດັບໂລກ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ , ການລາຍງານທ່າອ່ຽງ ແລະ ຄວາມກ້າວໜ້າ ໃນການລວມກຸ່ມ ຂອງ ເສດຖະກິດ ອາຊີ ໄດ້ເຜີຍແພ່ ໃນກອງປະຊຸມ ອາຊີ ໂປ໋ອ໋າວ ໂດຍມີ ເນື້ອໃນ ລະບຸວ່າ: ສປຈີນ ຍັງສືບຕໍ່ຄອງຕຳແໜ່ງ ສູນກາງ ຕ່ອງໂສ້ມູນຄ່າ ການຜະລິດ ລະດັບໂລກ.

ການຄ້າສິນຄ້າ ລະດັບ ກາງນັ້ນ ສ່ວນຫລາຍ ໄດ້ເພິ່ງພາ ສປຈີນ ຫລາຍກວ່າ ອາເມລິກາເໜືອ ນັບແຕ່ ປີ 2017 ຜ່ານມາ, ໂດຍສະເພາະ ໃນປີ 2023 ທົ່ວໂລກ ໄດ້ເພິ່ງພາ ສິນຄ້າ ຂັ້ນກາງ ຈາກ ສປຈີນ ກວມເອົາ 16% ເມື່ອທຽບກັບຕົວເລກ 15% ຈາກ ອາເມລິກາເໜືອ , ໃນຂະນະທີ່ ຄວາມຂັດແຍ່ງ ທາງການຄ້າ ຢູ່ສ.ອາເມລິກາ ທີ່ກະຕຸ້ນໃນປີ 2018 ບໍ່ໄດ້ຊ່ວຍຍົກລະດັບ ສະຖານະການ ຂອງ ສ.ອາເມລິກາ ໃນຕ່ອງໂສ້ ມູນຄ່າ ການຜະລິດ ລະດັບໂລກ ແຕ່ຢ່າງໃດ. /

 

KPL

ຂ່າວອື່ນໆ

ads
ads

Top