ເກີດເຫດໄຟໄໝ້ປ່າຢູ່ ສ.ເກົາຫລີ ເຮັດມີຜູ້ເສຍຊີວິດ 37 ຄົນ

27/03/2025 11:27
Email Print 273
ຂປລ ເກີດເຫດ ໄຟໄໝ້ປ່າ ໃນ ສ.ເກົາຫລີ ຢ່າງຮຸນແຮງ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 37 ຄົນ ແລະ ບາດເຈັບອີກ 19ຄົນ.ໃນນັ້ນ ມີ 6 ຄົນ ຮັບບາດເຈັບສາຫັດ ພວມໄດ້ຮັບ ການປິ່ນປົ່ວ ສຸກເສີນ ຢູ່ໂຮງໝໍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເກີດເຫດ ໄຟໄໝ້ປ່າ ໃນ ສ.ເກົາຫລີ ຢ່າງຮຸນແຮງ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 37 ຄົນ ແລະ ບາດເຈັບອີກ 19ຄົນ.ໃນນັ້ນ ມີ 6 ຄົນ ຮັບບາດເຈັບສາຫັດ ພວມໄດ້ຮັບ ການປິ່ນປົ່ວ ສຸກເສີນ ຢູ່ໂຮງໝໍ.ຕາມການລາຍງານ ຂອງອົງການ ສູນກາງ ຮັບມືກັບ ໄພພິບັດ ສ.ເກົາຫລີ ລະບຸວ່າ:  ບັນດາ ສະຖານທີ່ ເກີດໄຟໄໝ້ ເລີ່ມເກີດຂຶ້ນ ແຕ່ວັນທີ 21-26 ມີນາ ຜ່ານມາ ຢູ່ນະຄອນ ແອນດອງ(Andong ) ແລະ ຫລາຍທ້ອງຖິ່ນ ຂອງ ສ.ເກົາຫລີ ຍັງສືບຕໍ່ແຜ່ລາມ ເປັນບໍລິເວນກວ້າງ. ເຫດການໄຟໄໝ້ຄັ້ງນີ້ ໄດ້ຈູດເຜົາທຳລາຍ ເນື້ອທີ່ປ່າ 17.534 ເຮັກຕາ. ມີປະຊາຊົນ ທ້ອງຖິ່ນ ຫລາຍກວ່າ 26.000 ຄົນ ພວມຍົກຍ້າຍ ໄປຍັງ ບ່ອນລີ້ໄຟ ລວມໝູ່. ປັດຈຸບັນ, ອຳນາດກາ ນປົກຄອງທ້ອງຖິ່ນ ພວມລະດົມ ທຸກແຫລ່ງ ກຳລັງ ເພື່ອຄວບຄຸມ ໄຟໄໝ້ ດັ່ງກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top