ຂປລ
,ຕາມແຈ້ງການຂອງ ກະຊວງການຄ້າ ອາເມລິກາ ໄດ້ເພີ່ມບັນຊີລາຍຊື່ ຖືກຈຳກັດ ດ້ານການຄ້າ ລວມມີ 80 ອົງການ ຂອງຫລາຍປະເທດ, ໃນນັ້ນມີ ອີຣານ ແລະ ສະຫະລັດ ອາຣັບ ເອມມີເລດ (UAE).
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້,ຕາມແຈ້ງການຂອງ ກະຊວງການຄ້າ ອາເມລິກາ ໄດ້ເພີ່ມບັນຊີລາຍຊື່ ຖືກຈຳກັດ ດ້ານການຄ້າ ລວມມີ 80 ອົງການ ຂອງຫລາຍປະເທດ, ໃນນັ້ນມີ ອີຣານ ແລະ ສະຫະລັດ ອາຣັບ ເອມມີເລດ (UAE). ກະຊວງການຄ້າ ອາເມລິກາ ໄດ້ຊີ້ແຈ້ງວ່າ ນີ້ແມ່ນບັນດາ ອົງການ ທີ່ຖືກກ່າວຫາວ່າ ມີບັນດາ ການເຄື່ອນໄຫວ ກໍ່ຜົນເສຍຫາຍ ຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະ ໄປຝືນກັບ ນະໂຍບາຍ ການຕ່າງປະເທດຂອງ ສ.ອາເມລິກາ. ບັນດາອົງການດັ່ງກ່າວ ຈະບໍ່ສາມາດ ເຂົ້າເຖິງ ເຕັກໂນໂລຊີ ແລະ ສິນຄ້າ ອາເມລິກາໄດ້ ຖ້າຫາກວ່າ ບໍ່ມີການອະນຸຍາດ ຂອງລັດຖະບານ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL