ເອີຣົບ ປະຕິຮູບຄວາມປອດໄພ ເທິງຖະໜົນ ດ້ວຍການໃຊ້ໃບຂັບຂີ່ດີຈິຕອນ

28/03/2025 08:59
Email Print 360
ຂປລ ສະຫະພາບ ເອີຣົບ (ອີຢູ) ໄດ້ອະນຸມັດ ໃຫ້ນໍາໃຊ້ ໃບອະນຸຍາດ ຂັບຂີ່ດີຈິຕອນ, ການຄວບຄຸມ ຜູ້ຂັບຂີ່ລາຍໃໝ່ ແລະ ໃຫ້ບັນດາ ປະເທດ ສະມາຊິກ ຕັດສິນໃຈ ກ່ຽວກັບ ການກວດ ສຸຂະພາບ ເພື່ອຂໍໃບອະນຸຍາດ ຂັບຂີ່ ພາຍໃຕ້ເປົ້າໝາຍ ການປັບປຸງ ຄວາມປອດໄພຕາມຖະໜົນ.

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ​ ຈາກ​ ນະຄອນຫລວງ ບຣຸກແຊນ ປະ​ເທດ ​ແບນຊິກ ​ເມື່ອ​ວັນ​ທີ 26 ມີນາ​,  ສະຫະພາບ ​ເອີຣົບ (ອີ​ຢູ) ໄດ້ອະນຸມັດ​ ໃຫ້ນໍາໃຊ້ ​ໃບ​ອະນຸຍາດ ຂັບ​ຂີ່​ດີ​ຈິ​ຕອນ, ການ​ຄວບ​ຄຸມ ​ຜູ້​ຂັບ​ຂີ່​ລາຍ​ໃໝ່ ​ແລະ ​ໃຫ້​ບັນດາ ປະ​ເທດ ສະມາຊິກ ຕັດ​ສິນໃຈ​ ກ່ຽວ​ກັບ ການກວດ​ ສຸຂະພາບ ​ເພື່ອ​ຂໍ​ໃບ​ອະນຸຍາດ ຂັບ​ຂີ່ ພາຍ​ໃຕ້​ເປົ້າ​ໝາຍ ການ​ປັບປຸງ ຄວາມ​ປອດ​ໄພ​ຕາມຖະໜົນ. ການ​ປະຕິ​ຮູບ​ດັ່ງກ່າວ ​ເປັນ​ສ່ວນ​ໜຶ່ງ​ ຂອງ ຊຸດ​ມາດ​ຕະການ ຄວາມ​ປອດ​ໄພ​ ເທິງ​ຖະໜົນ ເພື່ອໃຫ້ຍອດຈຳນວນ ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ ​ຕາມຖະໜົນ​ໃຫ້​​ ໃນ​ປີ 2030 ​ໂດຍ​ມີ ​ຜູ້​​ແທນ​ ຈາກ ທັງ​ລັດຖະສະພາ ​ເອີຣົບ ​ແລະ ຄະນະ​ມົນຕີ​ເອີຣົບ ລວມ​ເຖິງ​  ລັດຖະບານ​ຈາກ 27 ປະ​ເທດ ສະມາຊິກ ອີ​ຢູ ຮ່ວມ​ພິຈາລະນາ. ຢ່າງ​ໃດ​ກໍ່ຕາມ  ມາດ​ຕະການ ​ດັ່ງກ່າວ ຍັງ​ຄົງ​ຕ້ອງ​ຜ່່ານ​ການ​ຮັບຮອງ ຈາກ​ ທັງ​ຄະນະ​ມົນຕີ ​ແລະ ລັດຖະສະພາ ກ່ອນ​ຈະ​ຖືກ​ ບັງຄັບ​ໃຊ້. /

 

KPL

ຂ່າວອື່ນໆ

ads
ads

Top