ຂປລ
ສະພາ ເທດສະບານ ເມືອງກຽວໂຕ ຂອງ ຍີ່ປຸ່ນ ມີມະຕິອະນຸມັດ ກົດໝາຍພາສີ ທີ່ພັກອາໄສ ສະບັບດັດແກ້ ເພື່ອເພີ່ມ ການຈັດເກັບ ພາສີ ທີ່ພັກ ຈາກຜູ້ເຂົ້າພັກ ໂຮງແຮມ ໂດຍມີອັດຕາພາສີ ສູງສຸດ ປະມານ 10.000 ເຢນ ຕໍ່ຄືນ ຄ່າທີ່ພັກ 100.000 ເຢນຂຶ້ນໄປຕໍ່ຄືນ.
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ເມືອງກຽວໂຕ ປະເທດ ຍີ່ປຸ່ນ ເມື່ອວັນທີ 26 ມີນາ, ສະພາ ເທດສະບານ ເມືອງກຽວໂຕ ຂອງ ຍີ່ປຸ່ນ ມີມະຕິອະນຸມັດ ກົດໝາຍພາສີ ທີ່ພັກອາໄສ ສະບັບດັດແກ້ ເພື່ອເພີ່ມ ການຈັດເກັບ ພາສີ ທີ່ພັກ ຈາກຜູ້ເຂົ້າພັກ ໂຮງແຮມ ໂດຍມີອັດຕາພາສີ ສູງສຸດ ປະມານ 10.000 ເຢນ ຕໍ່ຄືນ ຄ່າທີ່ພັກ 100.000 ເຢນຂຶ້ນໄປຕໍ່ຄືນ. ໂດຍຈະເລີ່ມບັງຄັບໃຊ້ ນັບແຕ່ວັນທີ 1 ມີນາ 2026.
ກ່ອນໜ້ານີ້ ອັດຕາພາສີ ສູງສຸດ 1.000 ເຢນ ສຳລັບ ຄ່າທີ່ພັກ 50.000 ເຢນຂຶ້ນໄປຕໍ່ຄືນ. ສະບັບ ດັດແກ້ ດັ່ງກ່າວ ຈະເຮັດໃຫ້ເມືອງກຽວໂຕ ມີລາຍໄດ້ ຈາກພາສີ ທີ່ພັກ ເພີ່ມຂຶ້ນເປັນ ປະມານ 12.600 ລ້ານເຢນຕໍ່ປີ ຊຶ່ງເປັນຕົວເລກ ເພີ່ມຂຶ້ນ ຢ່າງຫລວງຫລາຍ ຈາກ 5.200 ລ້ານເຢນ ເມື່ອສົກປີງົບປະມານ 2023 ຜ່ານມາ./
KPL