ກຳປູເຈຍ ຈະເປີດໃຊ້ສະໜາມບິນສາກົນແຫ່ງໃໝ່

28/03/2025 08:56
Email Print 252
ຂປລ ກຳປູເຈຍ ຄາດວ່າ ສະໜາມບິນ ສາກົນ ແຫ່ງໃໝ່ ຢູ່ ນະຄອນຫລວງ ພະນົມເປັນ ຈະເປີດນຳໃຊ້ ໃນເດືອນ ກໍລະກົດນີ້. ນີ້ຖືເປັນ ບາດກ້າວສຳຄັນ ໃນການສົ່ງເສີມ ຂະແໜງອຸດສາຫະກຳ ການທ່ອງທ່ຽວ ຂອງ ກຳປູເຈຍ ທີ່

ຂປລ. ອ້າງຕາມຂ່າວ ພະນົມເປັນ ຂອງ ກຳປູເຈຍ, ເມື່ອບໍ່ດົນມານີ້, ກຳປູເຈຍ ຄາດວ່າ ສະໜາມບິນ ສາກົນ ແຫ່ງໃໝ່ ຢູ່ ນະຄອນຫລວງ ພະນົມເປັນ ຈະເປີດນຳໃຊ້ ໃນເດືອນ ກໍລະກົດນີ້. ນີ້ຖືເປັນ ບາດກ້າວສຳຄັນ ໃນການສົ່ງເສີມ ຂະແໜງອຸດສາຫະກຳ ການທ່ອງທ່ຽວ ຂອງ ກຳປູເຈຍ ທີ່ຢຸດຈຶ້ງ ເນື່ອງຈາກ ການແພ່ ລະບາດ ຂອງພະຍາດ ພະຍາດໂຄວິດ-19 ໃຫ້ກັບຄືນມາ ເຕີບໂຕອີກຄັ້ງ.

ສະໜາມບິນ ສາກົນ ເຄໂຊ (Techo International Airport-TIA) ຕັ້ງຢູ່ ລະຫວ່າງ ແຂວງກັນດາລ ກັບແຂວງຕາແກ້ວ ຫ່າງຈາກ ນະຄອນຫລວງ ພະນົມເປັນ ໄປທາງໃຕ້ ປະມານ 30 ກິໂລແມັດ , ກວມເອົາເນື້ອທີ່ ຫລາຍກວ່າ 16.000 ໄລ່ ຊື່ງເລີ່ມກໍ່ສ້າງ ມາຕັ້ງແຕ່ ປີ 2019, ດ້ວຍງົບປະມານ 1.500 ລ້ານໂດລາ ສະຫະລັດ ໂດຍແມ່ນ ການ ຮ່ວມທຶນ ລະຫວ່າງ ລັດຖະບານ ກຳປູເຈຍ, ບັນດາບໍລິສັດ ການລົງທືຶນ  ກຳປູເຈຍ ແລະ ອື່ນໆ ສ່ວນບໍລິສັດຜູ້ຮັບເໝົາ ກໍ່ສ້າງຄື: ກຸ່ມບໍລິສັດ China Construction Third Engineering Bureau Group Co., Ltd . ການກໍ່ສ້າງສະໜາມບິນ TIA  ແບ່ງອອກເປັນ 3 ໄລຍະ ໂດຍເບື້ອງຕົ້ນ ຄາດວ່າ ຈະສາມາດຮັບຮອງ ນັກເດີນທາງ ໄດ້ 13 ລ້ານຄົນຕໍ່ປີ. ຈາກນັ້ນ ປີ 2033 ພື້ນທີ່ອາຄານ ຜູ້ໂດຍສານ ສະໜາມບິນແຫ່ງໃໝ່ ຈະສາມາດ ຮັບຮອງຈຳນວນຄົນໄດ້ ເຖິງ 30 ລ້ານຄົນ ແລະ 50 ລ້ານຄົນ ໃນປີ 2050. ທ່ານ ຊາຣສ ແວນ ຜູ້ອຳນວຍການ ໂຄງການກໍ່ສ້າງ ສະໜາມບິນ ແຫ່ງໃໝ່ ເປີດເຜີຍວ່າ ສະໜາມບິນແຫ່ງ      ໃໝ່ ຂອງ ນະຄອນຫລວງ ພະນົມເປັນ ຈະໃຫ້ບໍລິການ ຢ່າງບໍ່ເປັນທາງການ ໃນເດືອນກໍລະກົດ ປີ 2025 ແລະ ຈະເປັນສະໜາມບິນຫລັກ ຂອງ ປະເທດ ກຳປູເຈຍ ແຫ່ງທີ 2 ./.

KPL

ຂ່າວອື່ນໆ

ads
ads

Top