ວິທີກ້າຖົ່ວງອກທີ່ໄດ້ຮັບຜົນດີ

19/03/2025 05:58
Email Print 739
ຂປລ ປັດຈຸບັນ ຖົ່ວງອກກຳລັງເປັນທ່ີນິຍົມບໍລິໂພກຢ່າງຫລວງຫລາຍ ບ່ໍວ່າຈະໃສ່ເຂົ້າປຽກ, ໃສ່ລາບ ແລະ ອ່ືນໆ, ແຕ່ທ່ານຮູ້ບ່ໍວ່າຖ່ົວງອກຍັງມີສານອາຫານທ່ີມີປະໂຫຍດຕ່ຮ່າງກາຍມີທາດໂປຣຕີນ, ວິຕາມິນ ແລະ ເກືອແຮ່ ເຊິ່ງເປັນທາດທີ່ດີຕ່ໍສຸຂະພາບຂອງຄົນເຮົາ.

    *ປັດຈຸບັນ ຖົ່ວງອກກຳລັງເປັນທ່ີນິຍົມບໍລິໂພກຢ່າງຫລວງຫລາຍ ບ່ໍວ່າຈະໃສ່ເຂົ້າປຽກ, ໃສ່ລາບ ແລະ ອ່ືນໆ, ແຕ່ທ່ານຮູ້ບ່ໍວ່າຖ່ົວງອກຍັງມີສານອາຫານທ່ີມີປະໂຫຍດຕ່ຮ່າງກາຍມີທາດໂປຣຕີນ, ວິຕາມິນ ແລະ ເກືອແຮ່ ເຊິ່ງເປັນທາດທີ່ດີຕ່ໍສຸຂະພາບຂອງຄົນເຮົາ. ຖົ່ວງອກເປັນພືດຊະນິດດຽວທີ່ໃຊ້ເວລາການເພາະ 3-4 ມື້ ເທົ່ານັ້ນກໍ່ສາມາດນຳມາຮັບປະທານໄດ້. ມື້ນີ້ເຮົາກໍມີວິທີ ແລະ ຂັ້ນຕອນການກ້າຖົ່ວງອກທີ່ໄດ້ຮັບຜົນດີມາຝາກທ່ານຜູ້ອ່ານ.

1, ກຽມໄຫ ຫລື ຖັງ, ເອົານ້ຳຮ້ອນປະສົມກັບນ້ຳເຢັນ (ນ້ຳປົກກະຕິ) ຄື: ນ້ຳຮ້ອນ 1 ສ່ວນ ຖອກລົງໄຫ ຫລື ຖັງ ເພື່ອໃຫ້ໄດ້ນ້ຳອຸ່ນປະມານ 50-60 ອົງສາເພື່ອກຽມແຊ່ຖົ່ວ.

2, ແກ່ນຖົ່ວທີ່ຈະນຳມາເຮັດຄວນເລືອກຖົ່ວທີ່ນິຍົມບໍລິໂພກເຊັ່ນ: ຖົ່ວຂຽວ. ກ່ອນຈະເຮັດຕ້ອງລ້າງຖ່ົວໃຫ້ສະອາດກ່ອນໂດຍການແຊ່ຖົ່ວໃນນ້ຳອຸ່ນທີ່ກຽມໄວ້ປະໄວ້ຈົນນ້ຳເຢັນລົງ ແລະ ແຊ່ຕໍ່ໄປດົນ 6-8 ຊົ່ວໂມງ.

3, ນຳໄຫອີກໜ່ວຍໜຶ່ງ (ໄຫທີ່ກຽມເຮັດຖ່ົວງອກ) ນຳມາເຈາະຮູນ້ອຍໆຢູ່ບໍລິເວນກົ້ນໄຫປະມານ 7-8 ຮູ ເພື່ອລະບາຍນ້ຳບໍ່ໃຫ້ຂັງໃນເວລາທີ່ເຮົາຫົດນ້ຳ ແລະ ບໍ່ໃຫ້ຖ່ົວເນ່ົາ. ຫລັງຈາກນ້ັນ, ກ່ໍນຳຖ່ົວທ່ີແຊ່ໄວ້ (ຕາມຂ້ັນຕອນ 2) ຄົບ 6-8 ຊົ່ວໂມງໃສ່ລົງໄຫທີ່ເຈາະຮູ (ຖົ່ວທີ່ແຊ່ດ້ວຍນ້ຳອຸ່ນແລ້ວ    ຈະຕ່ືງຂຶ້ນ)ໂດຍປົກກະຕິຖົ່ວ 1 ສ່ວນ ຈະເຕີບໂຕເປັນຖົ່ວງອກປະມານ 5-6 ເທົ່າດັ່ງນັ້ນຂະໜາດຂອງພາຊະນະທີ່ໃສ່ຄວນເລືອກໃຫ້ຈະເໝາະສົມ.

4, ເມື່ອເອົາຖົ່ວໃສ່ໄຫແລ້ວເຂ່ຍໄປມາໃຫ້ພຽງກັນແລ້ວປິດປາກໄຫ ດ້ວຍຟອງນ້ຳ ຫລື ຜ້າແພຫລັງຈາກນັ້ນຫົດນ້ຳໃຫ້ທົ່ວການຫົດນ້ຳຄວນຫົດ 2 ເທື່ອຕໍ່ວັນ, ເທື່ອທຳອິດຫົເພື່ອລະບາຍຄວາມຮ້ອນ ເທື່ອທີ 2 ເພື່ອໃຫ້ຖົ່ວຊຸ່ມນ້ຳ ແລະ ຄວນເກັບໄວ້ໃນທີ່ຮົ່ມບໍ່ຮ້ອນ ແລະ ພື້ນແຫ້ງ.

      ຫລັງຈາກເຮັດຂັ້ນຕອນທີ 4 ສໍາເລັດມື້ທີ 2 ແກ່ນຖົ່ວກໍ່ຈະເລີ່ມງອກອອກມາ, ມື້ທີ 3 ຖົ່ວງອກກໍ່ຈະເລີ່ມຈະເລີນເຕີບໂຕແຕ່ຍັງບໍ່ໃຫຍ່ພໍປານໃດໃນມື້ທີ 4 ຖົ່ວງອກກໍ່ຈະໃຫຍ່ສົມບູນ ແລະ ສາມາດນຳມາຮັບປະທານໄດ້ຢ່າງແຊບ.

                      ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top