ຂປລ
ໃນໄລຍະ 3 ອາທິດຜ່ານມາ, ລາຄາຫຸ້ນຂອງ 7 ບໍລິສັດໃຫຍ່ ດ້ານວິທະຍາສາດເຕັກໂນໂລຊີ ໃນຕະຫລາດຫລັກຊັບ ຂອງ ສ.ອາເມຣິກາ ໄດ້ຕົກຕ່ຳລົງ 2.700 ຕື້ໂດລາສະຫະລັດ.
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ຊ່ອງຂ່າວ ແລະ ການຄ້າ ຜູ້ບໍລິໂພກ ອາເມຣລິກາ ລາຍງານວ່າ: ໃນໄລຍະ 3 ອາທິດຜ່ານມາ, ລາຄາຫຸ້ນຂອງ 7 ບໍລິສັດໃຫຍ່ ດ້ານວິທະຍາສາດເຕັກໂນໂລຊີ ໃນຕະຫລາດຫລັກຊັບ ຂອງ ສ.ອາເມຣິກາ ໄດ້ຕົກຕ່ຳລົງ 2.700 ຕື້ໂດລາສະຫະລັດ. ນັກເສດຖະສາດ ແລະ ບຸກຄົນໃນຝ່າຍຕະຫລາດ ຂອງ ສ.ອາເມລິກາ ເປັນຫ່ວງວ່າ: ການປະຕິບັດ ນະໂຍບາຍ ພາສີ ອາດເຮັດໃຫ້ ເສດຖະກິດ ອາເມລິກາ “ຊຸດໂຊມລົງ ຈົນເຖິງຂັ້ນ ເກີດສະພາບເງິນເຟີ້ ໃນເວລາດຽວກັນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL