ສສ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ກຳປູເຈຍ ໃນພາກພື້ນ ອາຊຽນ

22/09/2025 22:09
Email Print 199
ຂປລ ຕາມບົດລາຍງານ ທາງການ ຂອງລັດຖະບານລາຊະອາຈັກ ກຳປູເຈຍ ທີ່ຫາກໍ່ ປະກາດແລ້ວ, ວົງເງິນການຄ້າ ລະຫວ່າງ ກຳປູເຈຍ ກັບບັນດາປະເທດ ສະມາຊິກ ອາຊຽນ ບັນລຸເກືອບ 11 ຕື້ໂດລາສະຫະລັດ ໃນໄລຍະ 8 ເດືອນຂອງປີ 2025, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຕາມບົດລາຍງານ ທາງການ ຂອງລັດຖະບານລາຊະອາຈັກ ກຳປູເຈຍ ທີ່ຫາກໍ່ ປະກາດແລ້ວ, ວົງເງິນການຄ້າ ລະຫວ່າງ ກຳປູເຈຍ ກັບບັນດາປະເທດ ສະມາຊິກ ອາຊຽນ ບັນລຸເກືອບ 11 ຕື້ໂດລາສະຫະລັດ ໃນໄລຍະ 8 ເດືອນຂອງປີ 2025, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024. ໃນນັ້ນ, ຫວຽດນາມ ແມ່ນຄູ່ຄ້າ ໃຫຍ່ທີ່ສຸດຂອງ ກຳປູເຈຍ ໃນ ອາຊຽນ. ຈາກນັ້ນ ທ່ານ ໂດ້ຫວຽດເຟືອງ, ຫົວໜ້າສຳນັກງານ ຕ່າງໜ້າການຄ້າ ຫວຽດນາມ ປະຈຳ ກຳປູເຈຍ ໃຫ້ຮູ້ວ່າ ຄວາມສາມາດບົ່ມຊ້ອນດ້ານການຄ້າ ລະຫວ່າງ 2 ປະເທດແມ່ນໃຫຍ່ຫລວງທີ່ສຸດ.“ຫວັງວ່າ, ດ້ວຍຄວາມເອົາໃຈໃສ່ໜູນຊ່ວຍ ຂອງທຸກຂະແໜງການ, ຄວາມມານະພະຍາຍາມ, ຄວາມຕັດສິນໃຈຄອງຕະຫລາດ ຂອງບັນດາວິສາຫະກິດ ຫວຽດນາມ, ໃນໄລຍະຈະມາເຖິງນີ້, ສິນຄ້າຂອງ ສສ ຫວຽດນາມ ຈະນັບມື້ ນັບມີຫລາຍຢູ່ ກຳປູເຈຍ, ແລະ ນຳມາເຊິ່ງ ການປະກອບສ່ວນ ຢ່າງໃຫຍ່ຫລວງ ໃຫ້ແກ່ ການພົວພັນດ້ານການຄ້າ 2 ຝ່າຍລະຫວ່າງ 2 ປະເທດ, ຖືກກັບ ຄວາມຫວັງຂອງການນຳ 2 ຝ່າຍ ແມ່ນຈະບັນລຸລະດັບ 20 ຕື້ໂດລາສະຫະລັດ ໂດຍໄວໃນໄລຍະຈະມາເຖິງ”./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top