ຂປລ
ໃນໄລຍະ ທີ່ດຳເນີນ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14, ປະສິດທິພາບ ແລະ ປະສິດທິຜົນ ຂອງການນຳໃຊ້ນ້ຳ ໃນທົ່ວສັງຄົມ ໄດ້ຍົກສູງຂຶ້ນ ຢ່າງພົ້ນເດັ່ນ, ຖືວ່າ ໄດ້ສຳເລັດ ເປົ້າໝາຍຕົ້ນຕໍ ຂອງການສ້າງສັງຄົມ ແບບປະຢັດນ້ຳ ໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ກ່ອນເວລາກຳນົດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກະຊວງ ຊັບພະຍາກອນນ້ຳ ຂອງ ສປ ຈີນ ໃຫ້ຮູ້ວ່າ: ໃນໄລຍະ ທີ່ດຳເນີນ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14, ປະສິດທິພາບ ແລະ ປະສິດທິຜົນ ຂອງການນຳໃຊ້ນ້ຳ ໃນທົ່ວສັງຄົມ ໄດ້ຍົກສູງຂຶ້ນ ຢ່າງພົ້ນເດັ່ນ, ຖືວ່າ ໄດ້ສຳເລັດ ເປົ້າໝາຍຕົ້ນຕໍ ຂອງການສ້າງສັງຄົມ ແບບປະຢັດນ້ຳ ໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ກ່ອນເວລາກຳນົດ. ຕົວເລກຫລ້າສຸດ ສະແດງ ໃຫ້ເຫັນວ່າ: ປີ 2024, ຍອດປະລິມານນຳໃຊ້ນ້ຳ ໃນທົ່ວປະເທດຈີນ ຢູ່ທີ່ 592,8 ຕື້ແມັດກ້ອນ, ປະລິມານນຳໃຊ້ນ້ຳຕໍ່ GDP ແຕ່ລະໝື່ນຢວນ ແລະ ປະລິມານນຳໃຊ້ນ້ຳ ຕໍ່ມູນຄ່າ ເພີ່ມດ້ານອຸດສາຫະກຳ ແຕ່ລະໝື່ນຢວນ ໃນທົ່ວປະເທດຕ່າງ ໄດ້ຫລຸດລົງ 17,7% ແລະ 23,6% ຕາມລຳດັບ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL