ຂປລ
ວັນທີ 18 ກັນຍາປີນີ້ ເປັນວັນ ຄົບຮອບ 94ປີ ຂອງເຫດການ “18 ກັນຍາ”. ວັນທີ 18 ກັນຍາ 1931, ກອງທະຫານຍີ່ປຸ່ນ ປະຈຳ ຢູ່ເຂດພາກຕາເວັນອອກ ສຽງເໜືອ ຂອງ ສປ ຈີນ ໄດ້ຫລອນໂຈມຕີ ເຟີ່ງທ່ຽນ (ນະຄອນເສີນຢາງ ແຂວງຫລຽວໜິງ ໃນປັດຈຸບັນ) ຢ່າງໂຫດຮ້າຍ ແລ້ວຍຶດຄອງເຂດພາກຕາເວັນອອກສຽງເໜືອຈີນ ດ້ວຍກຳລັງອາວຸດ, ໃນປະຫວັດສາດ ເອີ້ນເຫດນີ້ວ່າ ເຫດການ “18 ກັນຍາ”

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 18 ກັນຍາປີນີ້ ເປັນວັນ ຄົບຮອບ 94ປີ ຂອງເຫດການ “18 ກັນຍາ”. ວັນທີ 18 ກັນຍາ 1931, ກອງທະຫານຍີ່ປຸ່ນ ປະຈຳ ຢູ່ເຂດພາກຕາເວັນອອກ ສຽງເໜືອ ຂອງ ສປ ຈີນ ໄດ້ຫລອນໂຈມຕີ ເຟີ່ງທ່ຽນ (ນະຄອນເສີນຢາງ ແຂວງຫລຽວໜິງ ໃນປັດຈຸບັນ) ຢ່າງໂຫດຮ້າຍ ແລ້ວຍຶດຄອງເຂດພາກຕາເວັນອອກສຽງເໜືອຈີນ ດ້ວຍກຳລັງອາວຸດ, ໃນປະຫວັດສາດ ເອີ້ນເຫດນີ້ວ່າ ເຫດການ “18 ກັນຍາ” ຫລັງເກີດເຫດການ ດັ່ງກ່າວແລ້ວ, ປະຊາຊົນຈີນ ຢູ່ເຂດພາກຕາເວັນອອກ ສຽງເໜືອ ໄດ້ລຸກຮືຂຶ້ນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ຢ່າງພິລະອາດຫານ, ກາຍເປັນຈຸດ ເລີ່ມຕົ້ນ ຂອງສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຍາກ ຂອງຍີ່ປຸ່ນ ພ້ອມທັງ ໄດ້ເປີດສາກສົງຄາມຕໍ່ຕ້ານ ຟາດຊິດໂລກ. ຫລັງຈາກນັ້ນ ມາເປັນເວລາ 14 ປີ, ປະຊາຊົນຈີນ ໄດ້ຕໍ່ສູ້ຕ້ານຟາດຊິດຍີ່ປຸ່ນ ຜູ້ຮຸກຮານຢ່າງທໍລະຫົດ ອົດທົນ ແລະ ຍືດເຍື້ອ ຍາວນານ ດ້ວຍການເສຍສະຫລະເລືອດເນື້ອ ຊີວິດຢ່າງຫລວງຫລາຍ ຈົນສາມາດຍາດໄດ້ໄຊຊະນະ ຢ່າງສົມບູນ ເປັນຄັ້ງທຳອິດ ໃນການຕໍ່ຕ້ານການຮຸກຮາກ ຈາກສັດຕູຕ່າງດ້າວ ນັບແຕ່ ປະຫວັດສາດສະໄໝໃໝ່ ເປັນຕົ້ນມາ. ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຮັບຟັງ ການລາຍງານ ສະຫລຸບຜົນງານຂອງພິທີລະນຶກໄຊຊະນະສົງຄາມ ປະຊາຊານຈີນ ຕໍ່ຕ້ານຍີ່ປຸ່ນ ແລະ ສົງຄາມ ຕໍ່ຕ້ານຟາດຊິດໂລກ ຄົບຮອບ 80ປີ ທີ່ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ເມື່ອວັນທີ 3 ກັນຍານີ້ ໄດ້ກ່າວເນັ້ນໜັກ ໃຫ້ຍຶດໝັ້ນ ທັດສະນະ ອັນຖືກຕ້ອງ ກ່ຽວກັບ ສົງຄາມຕໍ່ຕ້ານ ການຮຸກຮານ ຂອງຍີ່ປຸຸ່ນ ແລະ ສົງຄາມໂລກ ຄັ້ງທີສອງ, ມີຄວາມໝັ້ນໃຈຕົນເອງທາງດ້ານປະຫວັດສາດ ຢ່າງໜັກແໜ້ນ, ຮັບເອົາສະຕິປັນຍາ ແລະ ພະລັງແຮງ ຈາກໄຊຊະນະ ທີ່ຍິ່ງໃຫຍ່ ແຫ່ງສົງຄາມ ທົ່ວຊົນຊາດຈີນ ຮ່ວມໃຈກັນ ຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ຢ່າງພິລະອາດຫານ ທີ່ນຳພາໂດຍພັກກອມມູນິດຈີນ, ຍຶດໝັ້ນຢືນຢູ່ຂ້າງທີ່ຖືກຕ້ອງ ໃນປະຫວັດສາດ, ກຳແໜ້ນຄວາມເປັນເຈົ້າການ ທາງປະຫວັດສາດ, ຖືປະຫວັດສາດ ເປັນແວ່ນແຍງ ເພື່ອສ້າງອະນາຄົດ ທີ່ສົດໃສຢ່າງບໍ່ຢຸດຢັ້ງ.ຫລັງຈາກ ເຫດການ “18 ກັນຍາ” ເກີດຂຶ້ນໄດ້ 3ວັນ, ສູນກາງພັກກອມມູນິດຈີນ ໄດ້ອອກຖະແຫລງການໂດຍຮຽກຮ້ອງ ໃຫ້ກຳມະກອນ ຊາວນາ ແລະ ປະຊາຊົນ ຜູ້ຕົກຢູ່ໃນຄວາມທຸກທໍລະມານ ທົ່ວປະເທດຈີນ ຈົ່ງຮ່ວມໃຈກັນລະດົມກຳລັງອາວຸດ ໃຫ້ຄຳຕອບອັນໜັກໜ່ວງ ແກ່ພວກໂຈນຍີ່ປຸ່ນ ແລະ ພວກຈັກກະພັດ. ຕໍ່ມາໃນປີ 1937 ຫລັງຈາກເຫດການ “7 ກໍລະກົດ” ເກີດຂຶ້ນໄດ້ສອງວັນ, ສູນກາງພັກກອມມູນິດຈີນ ໄດ້ອອກໂທລະເລກ ຕໍ່ທົ່ວປະເທດໂດຍຮຽກຮ້ອງໃຫ້ທົ່ວຊົນຊາດຈີນ ຈົ່ງຮ່ວມໃຈກັນ ສ້າງເປັນກຳແພງ ອັນແໜ້ນແກ່ນ ແຫ່ງແນວໂຮມ ເອກະພາບແຫ່ງຊາດ ເພື່ອຕໍ່ຕ້ານການຮຸກຮານ ຂອງສັດຕູຍີ່ປຸ່ນ. ເຫດການ “7 ກໍລະກົດ” ໄດ້ກາຍເປັນຈຸດເລີ່ມຕົ້ນ ຂອງສົງຄາມ ທົ່ວຊົນຊາດຈີນ ຕໍ່ສູ້ຕ້ານການຮຸກຮານ ຂອງຍີ່ປຸ່ນ, ຈາກນີ້ ໄດ້ບຸກເບີກ ສະໝໍລະພູມຮົບຫລັກ ຢູ່ຕາເວັນອອກຂອງສົງຄາມຕໍ່ຕ້ານຟາດຊິດໂລກ. ລະຫວ່າງ ເດືອນສິງຫາປີ 1940 ຫາເດືອນມັງກອນປີ 1941, ກອງປະຕິວັດຊາດ ສາຍທີ 8 ທີ່ນຳພາໂດຍພັກກອມມູນິດຈີນ ໄດ້ເປີດບັ້ນຮົບໃຫຍ່ ດ້ວຍກຳລັງຮົບຈຳນວນ 105 ກອງພັນຢູ່ພາກເໜືອຈີນ ສະນັ້ນ, ຈຶ່ງໄດ້ຊື່ວ່າ ບັ້ນຮົບໃຫຍ່ຮ້ອຍກອງພັນ ໂດຍໄດ້ດຳເນີນການສູ້ຮົບ 1824 ຄັ້ງ, ໄດ້ທັບມ້າງ ແລະ ຜ່າວົງປິດລ້ອມ ກົນອຸບາຍກົງຂັງ ຂອງສັດຕູຍີ່ປຸ່ນ, ໄດ້ຕອບໂຕ້ຖ້ອຍຄວາມ “ເສຍຊາດ” ແລະ “ຍອມຈຳນົນ”ຢ່າງແຂງແຮງ ເຊິ່ງເຮັດໃຫ້ທົ່ວໂລກໄດ້ເຫັນເຖິງມານະຈິດ ແລະ ກຳລັງແຮງ ຂອງພັກກອມມູນິດຈີນ ແລະ ປະຊາຊົນຈີນ ໃນການຕໍ່ຕ້ານ ການຮຸກຮານຂອງຍີ່ປຸ່ນ. ວັນທີ 7 ກໍລະກົດປີນີ້, ໃນເວລາຢ້ຽມຊົມຫໍລະນຶກບັ້ນຮົບໃຫຍ່ ຮ້ອຍກອງພັນ ຢູ່ແຂວງຊ່ານຊີ່, ທ່ານ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ: “ບັ້ນຮົບໃຫຍ່ຮ້ອຍກອງພັນທີ່ຍິ່ງໃຫຍ່ ໃນປະຫວັດສາດ ໄດ້ສະແດງໃຫ້ເຫັນ ຢ່າງເຕັມສ່ວນເຖິງບົດບາດ ທີ່ເປັນກຳລັງ ຫລັກແຫລ່ງຂອງພັກໃນສົງຄາມ ທົ່ວຊົນຊາດຈີນ ຕໍ່ຕ້ານຍີ່ປຸ່ນ, ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງກຳລັງແຮງອັນໃຫຍ່ຫຼວງ ຂອງສົງຄາມປະຊາຊົນທີ່ນຳພາ ໂດຍພັກກອມມູນິດຈີນ.” ພາຍໃຕ້ຄັນທຸງ ແຫ່ງແນວໂຮມເອກະພາບແຫ່ງຊາດ ເພື່ອຕໍ່ຕ້ານຍີ່ປຸ່ນ ທີ່ພັກກອມມູນິດຈີນ ລິເລີ່ມສ້າງຕັ້ງຂຶ້ນ, ລູກຫຼານປະຊາຊາດຈີນ ທັງພາຍໃນ ແລະ ຕ່າງປະເທດ ສາມັກຄີ ເປັນປຶກແຜ່ນ ແໜ້ນໜາ ແບບບໍ່ເຄີຍມີມາກ່ອນ, ຕື່ນຕົວຍາດກັນເຂົ້າຮ່ວມ ສົງຄາມອັນຍິ່ງໃຫຍ່ ເພື່ອປ້ອງກັນຊາດ,ໃນທີ່ສຸດກໍໄດ້ຮັບໄຊຊະນະ ອັນຍິ່ງໃຫຍ່.ໃນສະໄໝສົງຄາມ ຕໍ່ຕ້ານການຮຸກຮານ, ເມື່ອປະເຊີນໜ້າກັບຍົນສູ້ຮົບ ແລະ ປືນໃຫຍ່ຂອງສັດຕູ, ກອງທັບຈີນທີ່ມີອາວຸດຍຸດໂທປະກອນຫຼ້າຫຼັງໄດ້ຕໍ່ສູ້ຢ່າງນອງເລືອດ, ມາເຖິງທຸກມື້ນີ້, ອາວຸດຍຸດໂທປະກອນ ແບບໃໝ່ ໄດ້ສະແດງໃນພິທີສວນສະໜາມ ເພື່ອສະເຫລີມສະຫລອງໄຊຊະນະສົງຄາມປະຊາຊົນຈີນ ຕໍ່ຕ້ານຍີ່ປຸ່ນ ແລະ ສົງຄາມ ຕໍ່ຕ້ານຟາດຊິດໂລກ ຄົບຮອບ 80ປີ, ອາວຸດຍຸໂທປະກອນທີ່ກ້າວໜ້າທັນສະໄໝ ໄດ້ປາກົດຕົວເປັນ ທີ່ປະຈັກຕາຕໍ່ຊາວໂລກ; ຈາກການທີ່ບໍ່ສາມາດຜະລິດແມ່ນແຕ່ລົດຄັນໜຶ່ງ, ເຮືອບິນຄັນໜຶ່ງ, ລົດຕັງຄັນໜຶ່ງແລະ ລົດໄຖນາຄັນໜຶ່ງໃນເມື່ອກ່ອນ, ຈົນຮອດທຸກມື້ນີ້, ສປ ຈີນ ໄດ້ສ້າງໃຫ້ມີລະບົບອຸດສາຫະກຳທີ່ຄົບຖ້ວນ ທີ່ສຸດໃນໂລກ. ພັກກອມມູນິດຈີນ ໄດ້ນຳພາ ແລະ ອີງໃສ່ປະຊາຊົນສາມາດ ສ້າງຜົນສຳເລັດ ທີ່ສະຫງ່າລາສີເປັນທີ່ປະຈັກຕາ ຕໍ່ຊາວໂລກ. ເມື່ອເບິ່ງໃນອະນາຄົດ, ທ່ານ ສີ ຈິ້ນຜິງ ໄດ້ເວົ້າຢ່າງໜັກແໜ້ນວ່າ: “ເວລາໃດ, ພວກເຮົາ ກໍຕ້ອງຖືຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນ ເປັນໃຈກາງ, ຖືຜົນປະໂຫຍດ ຂອງປະເທດຊາດ ເປັນໃຈກາງ, ສຸມຄວາມພະຍາຍາມ ຢ່າງບໍ່ລົດລະ ເພື່ອເພີ່ມຄວາມສຸກ ໃຫ້ແກ່ ປະຊາຊົນ.”ໃນຂະບວນການອັນຍິ່ງໃຫຍ່ ແຫ່ງສົງຄາມປະຊາຊົນຈີນ ຕໍ່ຕ້ານຟາດຊິດຍີ່ປຸ່ນ ໄດ້ກຳເນີດໃຫ້ມີນ້ຳໃຈ ຕໍ່ຕ້ານການຮຸກຮານອັນຍິ່ງໃຫຍ່, ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: “ນ້ຳໃຈຕໍ່ຕ້ານການຮຸກຮານອັນຍິ່ງໃຫຍ່ ເປັນຊັບສົມບັດດ້ານຈິດໃຈອັນປະເສີດລ້ຳເລີດ ຂອງປະຊາຊົນຈີນ, ຈະເປັນພະລັງຈິດໃຈ ອັນເຂັ້ມແຂງ ໃນການກະຕຸກຊຸກຍູ້ ໃຫ້ປະຊາຊົນຈີນ ຜ່ານຜ່າ ຄວາມຫຍຸ້ງຍາກອຸປະສັກ ອັນຕະລາຍນາໆ ປະການ ແລະ ບຸກບືນ ສູ້ຊົນເພື່ອບັນລຸເປົ້າໝາຍການຟື້ນຟູ ຄວາມຈະເລີນຮຸ່ງເຮືອງ ທີ່ຍິ່ງໃຫຍ່ ຂອງປະຊາຊາດຈີນ ຕະຫລອດການ. ກ່ອນພິທີລະນຶກໄຊຊະນະ ສົງຄາມປະຊາຊົນຈີນ ຕໍ່ຕ້ານຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80ປີ ຈະເລີ່ມຂຶ້ນ, ຢູ່ຫໍໄຊທຽນອ່ານເໝິນ ທີ່ນະຄອນຫລວງປັກກິ່ງ ມີພາບປະທັບໃຈທີ່ສ້າງຄວາມຊາບຊຶ້ງ ໃຫ້ແກ່ຜູ້ຄົນທັງຫລາຍ ຈົນນັບບໍ່ຖ້ວນ. ທ່ານ ສີ ຈິ້ນຜິງ ໄດ້ຍ່າງໄປຫານັກຮົບເກົ່າ ແລະ ສະຫາຍອາວຸໂສທີ່ເຄີຍເຂົ້າຮ່ວມສົງຄາມ ຕໍ່ຕ້ານຍີ່ປຸ່ນ 6 ທ່ານ, ເພິ່ນກົ້ມຫົວຈັບມືກັບເຂົາເຈົ້າ ຢ່າງສະໜິດສະໜົມ ດ້ວຍຮອຍຍີ້ມ. ການຈັບມືແບບນີ້ ຖືວ່າ ເປັນການສະແດງຄວາມເຄົາລົບ ນັບຖື ຕໍ່ວິລະຊົນ ແລະ ເປັນການຍ້ອງຍໍສັນລະເສີນ ຕໍ່ນ້ຳໃຈອັນສູງສົ່ງ. ຂະບວນການໃໝ່ ແຫ່ງການສ້າງສາປະເທດສັງຄົມນິຍົມ ທັນສະໄໝຢ່າງຮອບດ້ານຂອງ ສປ ຈີນ ເປັນຂະບວນການ ທີ່ເຕັມໄປດ້ວຍ ກຽດສະຫງ່າ ແລະ ຄວາມໃຝ່ຝັນ. ແຕ່ວ່າ, ເສັ້ນທາງກ້າວໄປຂ້າງໜ້າບໍ່ແມ່ນເສັ້ນທາງທີ່ຮາບພຽງ ສະດວກສະບາຍ ຕະຫລອດໄປ.ທ່ານ ສີ ຈິ້ນຜິງ ກ່າວເນັ້ນໜັກວ່າ: “ພວກເຮົາຕ້ອງເສີມຂະຫຍາຍນ້ຳໃຈ ຕໍ່ຕ້ານການຮຸກຮານ ອັນຍິ່ງໃຫຍ່ ດ້ວຍຄວາມຕັດສິນໃຈ ແລະ ຄວາມກ້າຫານ ທີ່ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ ໂດຍບໍ່ໃຫ້ອຸປະສັກເຫລົ່ານັ້ນ ເຕັງຫົວຂອງພວກເຮົາຈົນລົ້ມ ແລະ ປະຊາໄຊໄປ, ກ້າຕໍ່ສູ້ ແລະ ຮູ້ວິທີການປະດິດສ້າງ, ມຸ່ງໝັ້ນສູ້ຊົນຢ່າງບໍ່ລົດລະ ເພື່ອບັນລຸເປົ້າໝາຍຟື້ນຟູ ຄວາມຈະເລີນຮຸ່ງເຮືອງ ທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ຈົນກວ່າ ຈະຍາດໄດ້ໄຊຊະນະ ໃນຂັ້ນສຸດທ້າຍ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL