ມອບ-ຮັບ ແລະ ເປີດນຳໃຊ້ສູນການຮຽນຮູ້ດ້ານກະສິກຳສະຫະກອນກາເຟວັນໃໝ່ ທີ່ແຂວງຫົວພັນ

22/09/2025 12:33
Email Print 246
ຂປລ ແຫລ່ງຂ່າວຈາກແຂວງຫົວພັນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ແລະ ເປີດນໍາໃຊ້ສູນການຮຽນຮູ້ດ້ານກະສິກຳ ສະຫະກອນກາເຟວັນໃໝ່ ຢູ່ແຂວງຫົວພັນ.

    ຂປລ. ແຫລ່ງຂ່າວຈາກແຂວງຫົວພັນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ແລະ ເປີດນໍາໃຊ້ສູນການຮຽນຮູ້ດ້ານກະສິກຳ ສະຫະກອນກາເຟວັນໃໝ່ ຢູ່ແຂວງຫົວພັນ ຈັດຂຶ້ນໃນວັນທີ 17 ກັນຍາ 2025 ຕາງໜ້າມອບໂດຍ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆ ຫົວພັນ, ມີທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງກະຊວງ, ແຂວງ ແລະ ເມືອງ ເຂົ້າຮ່ວມ.

  ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີ ແລະ ຂອບໃຈມາຍັງທ່ານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທປະຈຳ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຕະຫລອດມາ ເຊິ່ງຖືເປັນການພົວພັນຮ່ວມມືຖານບ້ານໃກ້ເຮືອນຄຽງທ່ີດີທີ່ມີມາແຕ່ດົນນານ ເຮັດໃຫ້ສາຍພົວພັນມິດຕະພາບຂອງສອງປະເທດໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເປັນກ້າວໆໃນຫລາຍດ້ານ.ສູນການຮຽນຮູ້ດ້ານກະສິກຳສະຫະກອນກາເຟວັນໃໝ່ ຢູ່ບ້ານໂພໄຊ ເມືອງຊຳເໜືອ ແຂວງຫົວ ພັນ ໄດ້ຮັບການສະໜັບສະໜູນຈາກລັດຖະບານ ແຫ່ງຣາຊະອານາຈັກໄທ ມູນຄ່າ 5,45 ລ້ານບາດ, ເຊິ່ງໄດ້ເລີ່ມກໍ່ສ້າງມາແຕ່ເດືອນ ກຸມພາ 2025 ປັດຈຸບັນແມ່ນສໍາເລັດ 100% ປະກອບມີອາຄານ 3  ຫລັງຄື: ອາຄານຫ້ອງປະຊຸມ; ອາຄານວິໄຈພະຍາດແມງໄມ້; ອາຄານວິໄຈດິນ ແລະ ຫ້ອງນໍ້ານອກອາຄານ. ສະຫະກອນ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕ້ັງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງ ສປປ ລາວ ໂດຍສະຫະກອນກາເຟວັນໃໝ່ ແມ່ນຢູ່ພາຍໃຕ້ໂຄງການຮ່ວມມືລາວ-ສະຫະປະຊາຊາດ, ພັດທະນາທົດແທນການປູກຝິ່ນຢູ່ແຂວງຫົວພັນສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການຜະລິດ, ປຸງແຕ່ງກາເຟໃຫ້ໄດ້ທັງປະລິມານ, ຄຸນນະພາບ ແລະ ຄວາມຍືນຍົງ. ສູນແຫ່ງນີ້ຈະກາຍເປັນສູນຕົວແບບໃນການຮຽນຮູ້ດ້ານກະສິກຳ ແລະ ການວິໄຈຂອງໂຄງການຮ່ວມມື ລາວ-ສະຫະປະຊາຊາດ ແລະ ໄດ້ເປັນຂີດໝາຍສໍາຄັນຄັ້ງປະຫວັດສາດຂອງມູນເຊື້ອການພົວພັນຮ່ວມມືຂອງສອງຊາດລາວ- ໄທ. 

ຂ່າວ: ສົມໝາຍ, ພາບ:ສີອຳພອນ

KPL

ຂ່າວອື່ນໆ

ads
ads

Top