5 ປີຜ່ານມາ ແຂວງຄຳມ່ວນ ໄດ້ຮັບການພັດທະນາໃນຫລາຍດ້ານທີ່ພົ້ນເດັ່ນ

21/09/2025 09:30
ຂປລ ຂປລ. ຕະຫອດໄລຍະ 5 ປີຜ່ານມາ ແຂວງຄໍາມ່ວນ ມີທ່າຂະຫຍາຍຕົວ ແລະ ໄດ້ຮັບການພັດທະນາດີຂຶ້ນ

     ຂປລ. ຕະຫອດໄລຍະ 5 ປີຜ່ານມາ ແຂວງຄໍາມ່ວນ ມີທ່າຂະຫຍາຍຕົວ ແລະ ໄດ້ຮັບການພັດທະນາດີຂຶ້ນ ໂດຍສະເພາະດ້ານເສດຖະກິດມະຫາພາກມີທ່າຂະຫຍາຍຕົວຕໍ່ເນື່ອງຢ່າງມີຄຸນນະພາບ, ເຂັ້ມແຂງ-ໝັ້ນທ່ຽງ; ດ້ານພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມກໍໄດ້ຮັບການປັບປຸງ.ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຜ່ານສື່ມວນຊົນແຂວງກ່ຽວກັບການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີຜ່ານມາວ່າ: ໃນຊຸມປີຜ່ານມານີ້ເຖິງວ່າສະພາບການຂອງໂລກ ພາກພື້ນມີຫລາຍອັນສັບສົນ ແລະ ຄາດຄະເນໄດ້ຍາກ ເຊິ່ງພາຍໃນປະເທດເວົ້າລວມ, ເວົ້າສະເພາະ ກໍ່ຄື ພາຍໃນແຂວງຄໍາມ່ວນ ພວກເຮົາໄດ້ປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ, ບັນຫາໄພເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າຖີບຕົວສູງຂຶ້ນທັງໝົດເຫລົ່ານີ້ໄດ້ສົ່ງຜົນສະທ້ອນໂດຍກົງຕໍ່ການດໍາລົງຊີວິດການເປັນຢູ່ຂອງພະນັກງານ, ທະຫານ-ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ແລະ ກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເຖິງຢ່າງໃດກໍຕາມພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກແຂວງໄດ້ເອົາໃຈໃສ່ໃນການນໍາພາຈັດຕັ້ງປະຕິບັດເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງມີການຂະຫຍາຍຕົວຕໍ່ເນື່ອງ, ມີຜົນສໍາເລັດ ແລະ ມີຫລາຍດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນອັດຕາການເຕີບໂຕເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໃນລະດັບ 6,02%; ລວມຍອດຜະລິດຕະພັນໃນ 5 ປີ ຜ່ານມາ ບັນລຸເຖິງ 96.119 ຕື້ກວ່າກີບ ທຽບໃສ່ປີ 2020 ເພີ່ມຂຶ້ນ 58.500 ກວ່າຕື້ກີບ; ລາຍຮັບສະເລ່ຍຕໍ່ຫົວຄົນຮອດປັດຈຸບັນນີ້ບັນລຸໄດ້ 2.700 ກວ່າໂດລາສະຫະລັດ/ຄົນ/ປີ ທຽບໃສ່ປີ 2020 ເພີ່ມຂຶ້ນ 520 ໂດລາສະຫະລັດ/ຄົນ/ປີ.

    ດ້ານການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ໂດຍປະຕິບັດຕາມມະຕິສະພາແຫ່ງຊາດ ເປັນ 1 ໃນ 5 ແຂວງ ທີ່ເປັນແຂວງທົດລອງການຫັນໄປສູ່ກຸ້ມຕົນເອງດ້ານງົບປະມານຜ່ານການປະຕິບັດຕົວຈິງໃນ 5 ປີ ແຂວງຄໍາມ່ວນ ຈັດເກັບລາຍຮັບໄດ້ທັງໝົດ 12.600 ກວ່າຕື້ກີບ ທຽບປີ 2020 ເພີ່ມ 9.400 ກວ່າຕື້ກີບ. ອັນພົ້ນເດັ່ນການຈັດເກັບລາຍຮັບພູດທ້ອງຖິ່ນປະຕິບັດໄດ້ເກີນແຜນໃນແຕ່ລະປີ ແລະ ມີລັກສະນະເພີ່ມຂຶ້ນ. ດ້ານການລະດົມທຶນເພື່ອພັດທະນາສາມາດລະດົມທຶນໄດ້ທັງໝົດ 19.000 ກວ່າຕື້ກີບ ທຽບໃສ່ປີ 2020 ເພີ່ມຂຶ້ນ 6.000 ກວ່າຕື້ກີບ ຫລື ເທົ່າກັບ 19,7% ຂອງຈີດີພີ (GDP) ຫລື ເທົ່າກັບ 280% ຂອງແຜນການ. ອັນພົ້ນເດັ່ນແມ່ນການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດບັນລຸກວມເອົາ 17,35% ຂອງຈີດີພີ, ດ້ານການພັດທະນາວິ ສາຫະກິດຂະໜາດນ້ອຍ-ຂະໜາດກາງ, ແຂວງໄດ້ເອົາໃຈໃສ່ຖືເປັນ ສໍາຄັນຊຸກຍູ້ສົ່ງເສີມ, ມີການເພີ່ມຂຶ້ນ, ພ້ອມນັ້ນໄດ້ເອົາໃຈໃສ່ສະໜອງສິນເຊື່ອ ຫລື ເປັນການຕໍ່ຍອດທຸລະກິດຕ່າງໆທີ່ມີໜໍ່ແໜງໃນອັດຕາດອກເບ້ຍຕໍ່າເຮັດໃຫ້ບັນດາຫົວໜ່ວຍເຂັ້ມແຂງຂຶ້ນ, ສິ່ງສໍາຄັນໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດພາຍໃນ, ການປູກ-ການລ້ຽງຜ່ານມາໄດ້ເກີດມີກຸ່ມການຜະ ລິດ, ມີການລ້ຽງສັດເປັນຟາມເປັນການສ້າງພື້ນຖານທີ່ດີໃຫ້ແກ່ການສະໜອງສະບຽງອາຫານພາຍໃນແຂວງ, ສົ່ງອອກຈໍາໜ່າຍຕ່າງແຂວງ ແລະ ຕ່າງປະເທດຈໍານວນໜຶ່ງ; ບັນຫາສໍາຄັນອີກດ້ານໜຶ່ງແມ່ນໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງເປັນຕົ້ນຖະໜົນຫົນທາງພາຍໃນເທສະບານເມືອງທ່າແຂກ ກໍ່ຄື ເສັ້ນທາງລະຫວ່າງເມືອງຕໍ່ເມືອງ, ເມືອງຫາບ້ານ, ສະເພາະເສັ້ນທາງໃນເທສະບານເມືອງທ່າແຂກ ຫລາຍໆເສັ້ນທາງໄດ້ມີການຟື້ນຟູປັບປຸງຄືນໃໝ່, ໄດ້ຕິດຕັ້ງດອກໄຟເຍືອງທາງຕາມເສັ້ນທາງຕ່າງໆ ເຮັດໃຫ້ຕົວເມືອງມີແສງສະຫວ່າງ, ມີຄວາມສວຍງາມ. ປັດຈຸບັນພວມດໍາເນີນກໍ່ສ້າງເສັ້ນທາງບ້ານເລົ່າໂພໄຊຫາ 3 ແຍກທາດເມືອງເກົ່າ, ເສັ້ນທາງແຕ່ 3 ແຍກທາດເມືອງເກົ່າຫາບ້ານດົງໃຕ້, ເສັ້ນທາງແຕ່ວົງວຽນຫລັກ 2 ຫາສາງນໍ້າມັນ ແລະ ເສັ້ນທາງເບຕົງແຕ່ທາງເລກ 12 ຫາໂຮງງານຄໍາມ່ວນຊິມັງ SCG. ພ້ອມກັນນັ້ນ, ໄດ້ເອົາໃຈໃສ່ກໍ່ສ້າງຕາຝັ່ງເຈື່ອນບ່ອນມີຄວາມສ່ຽງຢູ່ແຄມແມ່ນໍ້າຂອງ, ເຂດບ້ານດົງກາງເມືອງຫີນບູນ, ເຂດບ້ານດອນຂຽວເໜືອ ເມືອງໜອງບົກ ສໍາເລັດ, ມີລວງຍາວທັງໝົດ 1.560 ແມັດ ແລະ ກໍ່ສ້າງຕາຝັ່ງເຈື່ອນເຂດພະທາດສີໂຄດຕະບອງ ມີລວງຍາວ 240 ແມັດ, ຖ້າໂຄງການນີ້ສໍາເລັດຈະເສີມສ້າງທັດສະນີຍະພາບຢູ່ເຂດພະທາດເມືອງເກົ່າມີຄວາມສວຍງາມ, ກາຍເປັນແລນມາກອັນໜຶ່ງ ເພື່ອດຶງດູດນັກທ່ອງທ່ຽວມາທ່ຽວຊົມສະຖານທີ່ດັ່ງກ່າວ. ດ້ານວຽກງານການພັດທະນາສັງຄົມໄດ້ສຸມໃສ່ປັບປຸງຄຸນນະພາບການສຶກສາດ້ວຍການສະໜອງວັດຖຸອຸປະກອນທີ່ຈໍາເປັນໃນການສິດສອນ, ແກ່ລູກຫລານໃນຊັ້ນປະຖົມ, ກໍ່ສ້າງໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ເຊິ່ງໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວດຽນາມ, ໂຮງຮຽນມັດທະຍົມຕອນຕົ້ນເອກະພາບຂອງສະມາຄົມເຊື້ອຊາດຫວຽດນາມ ແຂວງຄໍາມ່ວນ ແລະ ໄດ້ເປີດໃຫ້ບໍລິການລູກຫລານໄດ້ເຂົ້າຮຽນແລ້ວ, ສິ່ງສໍາຄັນແຂວງໄດ້ເອົາໃຈໃສ່ແກ້ໄຂບັນຫາການຂາດແຄນຄູໂດຍມີນະໂຍບາຍຈໍານວນໜຶ່ງນໍາໃຊ້ແຫລ່ງທຶນຂອງແຂວງ ເພື່ອຊ່ວຍສະໜັບສະໜູນສໍາລັບຄູສອນເຂດຫ່າງໄກສອກຫລີກ ແລະ ຄູສອນຊ່ວຍເພື່ອໃຫ້ຄູພຽງພໍໃນການສິດສອນແຕ່ລະໂຮງຮຽນ. ດ້ານວຽກງານສາທາລະນະສຸກ ໄດ້ເອົາໃຈໃສ່ຂະຫຍາຍຕາໜ່າງສາທາລະນະສຸກ ໄປສູ່ເຂດຊົນນະບົດຫ່າງໄກສອກຫລີກເປັນຕົ້ນແມ່ນໄດ້ກໍ່ສ້າງໂຮງໝໍຊຸມຊົນຢູ່ບັນດາເມືອງ, ບ້ານໄດ້ມີການປັບປຸງເຮັດໃຫ້ການເຂົ້າເຖິງຂອງປະຊາຊົນໄດ້ເຂົ້າເຖິງຢ່າງສະດວກສະບາຍຂຶ້ນ ແລະ ໄດ້ດຶງດູດນັກລົງທຶນຕ່າງປະເທດຊ່ວຍສ້າງໂຮງໝໍສາກົນຄໍາມ່ວນສໍາເລັດ ແລະ ເປີດບໍລິການຮັບໃຊ້ປະຊາຊົນແລ້ວ ເພື່ອເປັນທາງເລືອກໜຶ່ງຂອງຜູ້ມາໃຊ້ບໍລິການປິ່ນປົວສຸຂະພາບ. ດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ສຸມທຶນຮອນເຂົ້າໃສ່ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຜ່ານການຈັດຕັ້ງປະຕິບັດຕົວຈິງ, ປັດຈຸບັນສາມາດລົບລ້າງປະກາດໄດ້ເມືອງພົ້ນທຸກ 7 ເມືອງ, ສ່ວນບ້ານທຸກຍາກຍັງເຫລືອພຽງ 90 ບ້ານ/ທົ່ວແຂວງມີ 10 ເມືອງ, 570 ບ້ານ ແລະ ຍັງຈະໄດ້ພ້ອມກັນສືບຕໍ່ເອົາໃຈໃສ່ ແລະ ຖືເປັນວຽກງານບຸລິມະສິດໜຶ່ງຂອງຄະນະພັກອົງການປົກຄອງແຂວງ ກ່ຽວກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ. 

    ທ່ານ ວັນໄຊ ພອງສະຫວັນ ຍັງກ່າວຕື່ມອີກວ່າ: ນອກຈາກການລົງທຶນຂອງລັດ ແລະ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດເຫັນວ່າປະຊາຊົນຊາວແຂວງຄໍາມ່ວນ ໄດ້ມີຄວາມຕື່ນຕົວປະກອບສ່ວນໃນການພັດທະນາເປັນຕົ້ນການກໍ່ສ້າງເສັ້ນທາງພາຍໃນບ້ານ, ເສັ້ນທາງບ້ານຕໍ່ບ້ານເຫັນວ່າເປັນຂະບວນສົມຄວນ, ທັງດ້ານທຶນຮອນ, ດ້ານເຫື່ອແຮງໃນການພັດທະນາບ້ານຊ່ອງຂອງຕົນ, ນອກນີ້ຍັງໄດ້ປຸກລະດົມພາກທຸລະກິດເອກະຊົນທີ່ມາລົງທຶນຢູ່ແຂວງຄໍາມ່ວນ ຊ່ວຍພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານກະບູດຊຽງແຫວນ ພັດທະນາພື້ນຖານໂຄງລ່າງ, ເສັ້ນທາງ,  ໂຮງຮຽນ, ໂຮງໝໍ, ກິດຈະກຳຕ່າງໆທີ່ຕິດພັນກັບການຜະລິດທີ່ໄດ້ຮັບການຊ່ວຍເຫລືອຈາກບໍລິສັດຊີໂນອາກຣີ ໂປຕາສ ຈໍາກັດ ໄລຍະຜ່ານມາເຫັນໄດ້ວ່າຊີວິດການເປັນຢູ່ຂອງປະຊາຊົນໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ. 
    ສ່ວນດ້ານວຽກງານການທ່ອງທ່ຽວແຂວງໄດ້ກໍານົດວຽກບໍລິການທ່ອງທ່ຽວເປັນທ່າແຮງໃນການພັດທະນາແຂວງຄໍາມ່ວນ ໂດຍເອົາໃຈໃສ່ພັດທະນາບັນດາແຫລ່ທ່ອງທ່ຽວຕ່າງໆ, ທົ່ວແຂວງມີແຫລ່ງທ່ອງທ່ຽວທັງໝົດ 210 ແຫ່ງ, ໄດ້ມີການພັດທະນາເປີດໃຊ້ບໍລິການ 25 ແຫ່ງ, ແຕ່ລະປີເຫັນວ່າມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາທ່ຽວແຂວງຄໍາມ່ວນ ນັບມື້ນັບເພີ່ມຂື້ນ, ໃນ 5 ປີ ຜ່ານມາບັນລຸໄດ້ 3 ລ້ານກວ່າຄົນ, ສະເພາະປີ 2025 ມີນັກທ່ອງທ່ຽວເຂົ້າມາບັນລຸເກືອບລ້ານກວ່າຄົນ, ສ້າງລາຍຮັບສໍາພັດໄດ້ 100 ກວ່າຕື້ກີບ, ສິ່ງສໍາຄັນ ແລະ ເປັນຄວາມພູມໃຈເອກອ້າງແຂວງຄໍາມ່ວນ ກໍ່ຄື ປະຊາຊົນບັນດາເຜົ່າໃນທົ່ວປະເທດແມ່ນອຸທິຍານແຫ່ງຊາດຫີນໜາມໜໍ່ຖືກຮັບຮອງເຂົ້າເປັນມໍລະດົກໂລກຈາກອົງການ UNESCO ເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທໍາມະຊາດຮ່ວມຊາຍແດນຟອງຍາ-ແກບາງ ໃນວັນທີ 13 ກໍລະກົດ 2025.

    ໂດຍ : ມະນີວັນ ນາມວົງ

KPL

ຂ່າວອື່ນໆ

ads
ads

Top