ຂປລ
ຂປລ. ຕະຫລອດໄລຍະ 5 ປີຜ່ານມານະຄອນຫລວງວຽງ ໄດ້ຮັບການພັດທະນາດີຂຶ້ນ

ຂປລ. ຕະຫລອດໄລຍະ 5 ປີຜ່ານມານະຄອນຫລວງວຽງ ໄດ້ຮັບການພັດທະນາດີຂຶ້ນ ໂດຍສະເພາະດ້ານເສດຖະກິດມະຫາພາກຂະຫຍາຍຕົວຂຶ້ນຢ່າງຕໍ່ເນ່ືອງ, ດ້ານພື້ນຖານໂຄງລ່າງຖະໜົນຫົນທາງ, ໄຟຟ້າ, ນ້ຳປະປາ, ປັບປຸງສວນປະຕູໄຊ, ການບໍລິການ ແລະ ອື່ນໆ ກໍໄດ້ຮັບການປັບປຸງ.ອີງຕາມຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຂອງນະຄອນຫລວງວຽງ ຈັນ (ນວ) ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມານະຄອນຫລວງວຽງຈັນ ໄດ້ຮັບພັດທະນາດີຂຶ້ນເປັນກ້າວໆ ໂດຍສະເພາະແມ່ນການພັດທະນາຕົວເມືອງໄດ້ສ້ອມແປງແກ້ໄຂປ້າຍຈະລາຈອນທີ່ບິດບ້ຽວເປ່ເພໄດ້ທັງໝົດ 5.352 ລາຍການ, ຕິດຕັ້ງອຸປະກອນດ້ານຄວາມປອດໄພ (ຝັງປຸ່ມດອກໄຟໃສ່ກາງທາງ) ຖະ ໜົນກຳແພງເມືອງ ແລະ ຖະໜົນທ່າເດື່ອ ທັງໝົດ 425 ຊຸດ ແລະ ປັບປຸງສ້າງວົງວຽນຄືນໃໝ່ລວມໄດ້ 2 ຈຸດຄື: ວົງວຽນຄອມເຊັນເຕີ ແລະ ວົງວຽນ 5 ເມສາ; ສຳເລັດການປັບປຸງແກ້ໄຂຈຸດມັກເກີດອຸບັດເຫດຕາມທາງແຍກ 26 ຈຸດ; ໃນນັ້ນໄດ້ມີການຕິດຕັ້ງປ້າຍຈະລາຈອນ, ຄື້ນລູກລະນາດ, ຄູຫລຸດຜ່ອນຄວາມໄວ, ຕິດຕັ້ງໄຟອຳນາດຈຳນວນ 1 ຈຸດ, ພ້ອມທັງໂຄສະນາດ້ານກົດລະບຽບ, ກົດໝາຍການສັນຈອນຢູ່ຕາມໂຮງຮຽນ, ໂຮງງານ, ສຳນັກງານ-ອົງການກຸ່ມບ້ານຢ່າງແຂງແຮງ ເພື່ອເຮັດໃຫ້ປະຊາຊົນເຂົ້າເຖິງ, ຮັບຮູ້ໄດ້ເຖິງການໃຊ້ລົດໃຊ້ຖະໜົນ ໄດ້ 1.646 ຄັ້ງ ໂດຍໂຄສະນາຜ່ານທາງໂທລະພາບ, ວິທະຍຸ ແລະ ໜັງສືພິມ ໄດ້ 218 ຄັ້ງ ຊຶ່ງເຮັດໃຫ້ອຸບັດເຫດຫລຸດລົງ 78%.
ດ້ານພື້ນຖານໂຄງລ່າງ, ການບໍລິການສາທາລະນຸປະໂພກສຳເລັດ ໂດຍພື້ນຖານໃນການຂະຫຍາຍຕາຂ່າຍໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ແບບຖາວອນໃນຂອບເຂດທົ່ວນະຄອນຫລວງວຽງຈັນ, ປັດຈຸບັນສາມາດຜະລິດນ້ຳປະປາໄດ້ 348.000 ມ3/ມື້ ເທົ່າກັບ 87% ແຜນການ (ແຜນການໃຫ້ໄດ້ 400.000 ມ3/ມື້). ໄດ້ດຳເນີນການຟື້ນຟູ, ບູລະນະຮັກສາ, ສ້ອມແປງເສັ້ນທາງ ເພື່ອໃຫ້ສາມາດນຳໃຊ້ໄດ້ຕະຫລອດປີ, ການເຄື່ອນໄຫວວຽກງານຂົວ-ທາງໃນໄລຍະ 5 ປີຜ່ານມານີ້ ສາມາດຂະຫຍາຍເສັ້ນທາງເບຕົງເພີ່ມຂຶ້ນ 81,95 ກິໂລແມັດ, ເສັ້ນທາງອັດສະຟານ ເພີ່ມຂຶ້ນ 88,77 ກິໂລແມັດ, ຫລຸດຜ່ອນເສັ້ນທາງດິນແດງ ໄດ້ 34,56 ກິໂລແມັດ, ຫລຸດຜ່ອນເສັ້ນທາງປູແຮ່ ໄດ້ 127,61 ກິໂລແມັດ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການກໍ່ສ້າງລະບົບປ້ອງກັນຕາຝັ່ງເຈື່ອນ ເຮັດໃຫ້ລະບົບປ້ອງກັນຕາຝັ່ງ ເພີ່ມຂຶ້ນ 8,29 ກິໂລແມັດ ລວມຄວາມຍາວລະບົບປ້ອງກັນຕາຝັ່ງເຈື່ອນໃນປັດຈຸບັນມີທັງໝົດ 76,2 ກິໂລແມັດ, ກວມເອົາ 41,85% ຂອງຄວາມຍາວຊາຍແດນທາງນ້ຳຂອງນະຄອນຫລວງວຽງຈັນ; ດ້ານການຂົນສົ່ງໄດ້ສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະ ມີຈຸດສຸມ ໂດຍສະເພາະພາຍຫລັງເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຮັດໃຫ້ການຂົນສົ່ງສິນຄ້າ ແລະ ບໍລິການເພີ່ມຂຶ້ນເປັນກ້າວໆ ຊຶ່ງປະລິມານການຂົນສົ່ງສິນຄ້າໄດ້ 4 ລ້ານໂຕນ ແລະ ການໂດຍສານໄດ້ 79 ລ້ານເທ່ືອຄົນ.
ພ້ອມນີ້, ທິດທາງແຜນການ, ຄາດໝາຍຂອງການພັດທະນາໃນ 5 ປີຕໍ່ໜ້າຂອງນະຄອນຫລວງວຽງຈັນ ຈະຂະຫຍາຍສະຖານີຮັບ-ສົ່ງສັນຍານມືຖືລະບົບ 3G ໃຫ້ຄວບຄຸມ 100%, 4G ໃຫ້ຄວບຄຸມ 90% ແລະ 5G ໃຫ້ຄວບຄຸມ 50% ຂອງພື້ນທີ່ທົ່ວນະຄອນຫລວງວຽງຈັນ; ແກ້ໄຂບັນດາສຸມສາຍໂທລະຄົມມະນາຄົມໃນ 21 ເສັ້ນທາງໃຫ້ເປັນລະບຽບຮຽບຮ້ອຍ. ຂະຫຍາຍເສັ້ນທາງເບຕົງໃຫ້ເພີ່ມຂຶ້ນ 100 ກິໂລແມັດ (ຈາກ 422,84 ກິໂລແມັດ), ເສັ້ນທາງປູຢາງອັດສະຟານໃຫ້ເພີ່ມຂຶ້ນ 42 ກິໂລແມັດ (ຈາກ 255,90 ກິໂລແມັັດ), ເສັ້ນທາງປູຢາງສອງຊັ້ນໃຫ້ເພີ່ມຂຶ້ນ 59 ກິໂລແມັດ (ຈາກ 582,42 ກິໂລແມັດ) ແລະ ເສັ້ນທາງດິນແດງ-ທຳມະຊາດໃຫ້ຫລຸດລົງເຫລືອ 1.327, 58 ກິໂລແມັດ (ຈາກ 1.486,58 ກິໂລແມັດ). ສືບຕໍ່ປະຕິບັດແຜນຜັງເມືອງ ສະບັບທີ 3 ໃຫ້ມີແຜນຜັງລະອຽດຂອງແຕ່ລະເຂດ; ພັດທະນາລະບົບຄຸ້ມຄອງຂີ້ເຫຍື້ອ, ຄວບຄຸມການເກັບມ້ຽນຂີ້ເຫຍື້ອ ແລະ ການເຮັດສັນຍາເຂດ 300 ບ້ານໃຫ້ໄດ້ 95%; ສ້າງຕົວເມືອງໃຫ້ມີຄວາມສະອາດປາສະຈາກການຖິ້ມຂີ້ເຫຍື້ອຊະຊາຍ, ຄວບຄຸມ ແລະ ຢຸດຕິການຈູດຂີ້ເຫຍື້ອຊະຊາຍຂອບເຂດ 4 ເມືອງໃນໃຫ້ໄດ້ 85%.
KPL