ອິນເດຍ ພວມຜະເຊີນກັບ ພະຍາດສະໝອງອັກເສບ ແພ່ລະບາດເສຍຊີວິດ ເກືອບ 20 ຄົນ

19/09/2025 16:51
ຂປລ ອິນເດຍ ພວມຜະເຊີນກັບ ສະຖານະການ ໜ້າເປັນຫວ່າງ ຫລັງຈາກ ຍອດຈຳນວນຜູ້ເສຍຊີວິດ ຈາກ ພະຍາດ ສະໝອງ ອັກເສບ ຫລື ອະມີບາກິນສະໝອງ ໃນລັດເກຣລະ ເພີ່ມສູງຂຶ້ນ ໂດຍສະຖິຕິ ຜູ້ຕິດເຊື້ອໃນປີນີ້ ຢ່າງໜ້ອຍ 72 ຄົນ ແລະ ເສຍຊີວິດ 19 ຄົນ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ນີວແດນລີ ປະເທດ ອິນເດຍ, ວັນທີ 18 ກັນຍາ, ກະຊວງ ສາທາລະນະສຸກ ອິນເດຍ ແລະ ສຳນັກງານ ສາທາລະນະສຸກ ລັດເກຣລະ ທາງພາກຕາເວັນຕົກສຽງໃຕ້ຂອງ ອິນເດຍ ລາຍງານວ່າ: ອິນເດຍ ພວມຜະເຊີນກັບ ສະຖານະການ ໜ້າເປັນຫວ່າງ ຫລັງຈາກ ຍອດຈຳນວນຜູ້ເສຍຊີວິດ ຈາກ ພະຍາດ ສະໝອງ ອັກເສບ ຫລື ອະມີບາກິນສະໝອງ ໃນລັດເກຣລະ ເພີ່ມສູງຂຶ້ນ  ໂດຍສະຖິຕິ ຜູ້ຕິດເຊື້ອໃນປີນີ້ ຢ່າງໜ້ອຍ 72 ຄົນ ແລະ ເສຍຊີວິດ 19 ຄົນ, ເປັນຕົວເລກ ເພີ່ມຂຶ້ນ ເກືອບສອງເທົ່າ ເມື່ອທຽບໃສ່ ປີກາຍນີ້. ພະຍາດສະໝອງອັກເສບ ມີສາເຫດມາຈາກ ເຊື້ອອະມີບາກິນສະໝອງ ຊື່Naegleria fowleri”  ຫລື ນີ່ເກລໍເຣີຍ ຟາວເລີຣີ.

ຂໍ້ມູນຈາກ ອົງການອະນາໄມໂລກ (ດັບເບິລຢູເອຊໂອ) ລະບຸວ່າ: ອາການ ເລີ່ມຕົ້ນ ຖ້າຫາກ ຕິດເຊື້ອ ອະມີບາ ຊະນິດນີ້ໄດ້ແກ່: ເຈັບຫົວ,​ມີໄຂ້ ແລະ ປວດຮາກ ຊຶ່ງຈະແຜ່ລາມໄປ ຢ່າງວ່ອງໄວ ເປັນອາການຊັກ, ພາວະສັບສົນ, ປະສາດຫລອນ ແລະ ໝົດສະຕິ. /

KPL

ຂ່າວອື່ນໆ

ads
ads

Top