ຂປລ
ຂປລ. ໃນວາລະດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນ ຕໍ່ກັບຮ່າງລັດຖະທຳມະນູນ ສະບັບປັບປຸງ

ຂປລ. ໃນວາລະດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນ ຕໍ່ກັບຮ່າງລັດຖະທຳມະນູນ ສະບັບປັບປຸງ ເຊິ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ຕໍ່ໂຄງສ້າງ ແລະ ເນື້ອໃນຂອງລັດຖະທຳມະນູນ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງສະເໜີໃຫ້ຕັດອອກ, ຕື່ມໃສ່ ບາງຄຳສັບ, ບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ເປັນຕົ້ນ, ມາດຕາ11, ມາດຕາ 17, ມາດຕາ 86, ມາດຕາ 98, ມາດຕາ 104, ມາດຕາ 106 ແລະ ອື່ນໆ ເພື່ອໃຫ້ມີຄວາມກະທັດຮັດ ແລະ ເຂົ້າໃຈງ່າຍ, ພ້ອມທັງ ໃຫ້ອະທິບາຍຄຳສັບເຂົ້າຕື່ມ.

ໂອກາດນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ກຳນົດນະໂຍບາຍໃຫ້ຮັດກຸມ ເປັນຕົ້ນແມ່ນການກຳນົດນະໂຍບາຍ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ໃຫ້ມີຄວາມແຂງແຮງຂຶ້ນຕື່ມ ເພື່ອໃຫ້ສະພາແຫ່ງຊາດ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຂອງປະຊາຊົນບັນດາເຜົ່າ ເຂົ້າໄປມີສ່ວນຮ່ວມ ໃນການກຳນົດນະໂຍບາຍ.ພ້ອມກັນນີ້, ທ່ານຍັງໄດ້ປະກອບຄຳຄິດຄຳເຫັນຕໍ່ກັບ ມາດຕາ 54 ເຊິ່ງເປັນການຕັດສິນຊີ້ຂາດຊາຕາກໍາ ຂອງລະບົບເສດຖະກິດ ຂອງ ສປປ ລາວ ຕາມການຄົ້ນຄວ້າຕິດຕາມ ຂອງຂ້າພະເຈົ້າ ໃນຫລາຍສິບປີຜ່ານມາ ການຜະລິດເປັນສິນຄ້າຂອງ ສປປ ລາວ ຍັງບໍ່ແຂງແຮງ ເນື່ອງຈາກດອກເບ້ຍທະນາຄານສູງ ເມື່ອທຽບໃສ່ປະເທດເພື່ອນບ້ານ ເຮັດໃຫ້ຕົ້ນທຶນການຜະລິດສູງ ແລະ ບໍ່ສາມາດແຂ່ງຂັນທາງດ້ານລາຄາ ກັບສິນຄ້າຂອງ ສປ ຈີນ, ໄທ ແລະ ຫວຽດນາມ ທີ່ມີດອກເບ້ຍ ໂດຍສະເລ່ຍ 3%, ແຕ່ ສປປ ລາວ ມີດອກເບ້ຍສູງເຖິງ 13% ບວກຄ່າສິ້ນເປືອງຕ່າງໆ 3-5% ລວມເປັນ 16-18% ເຮັດໃຫ້ການຜະລິດກະສິກຳເປັນສິນຄ້າ ຂອງ ສປປ ລາວ ບໍ່ສາມາດແຂ່ງຂັນທາງດ້ານລາຄາ ກັບສິນຄ້າຂອງປະເທດເພື່ອນບ້ານ ເຮັດໃຫ້ການຜະລິດພາຍໃນ ບໍ່ມີການຂະຫຍາຍຕົວ ມີແຕ່ການຜະລິດແບບ ປະຖົມປະຖານຂອງປະຊາຊົນ ສາມາດຄົງຕົວໄດ້ ແຕ່ບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານທີ່ວ່າ “ກະສິກຳຂະໜາດນ້ອຍ ບໍ່ສາມາດແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ”. ສະນັ້ນ ຈຶ່ງສະເໜີໃຫ້ກຳນົດ ໃນມາດຕາໃຫ້ມີຄວາມຮັດກຸມ ແນໃສ່ເປີດໂອກາດ ໃຫ້ສະພາແຫ່ງຊາດ ເຂົ້າມາມີສ່ວນຮ່ວມ ແກ້ໄຂບັນຫາດອກເບ້ຍທະນາຄານ ທີ່ສູງຢ່າງຕໍ່ເນື່ອງ ມາຫລາຍສິບປີໃຫ້ຫລຸດລົງ ເພື່ອເອື້ອອຳນວຍແກ່ການດຳເນີນທຸລະກິດ ສ້າງວຽກເຮັດງານທຳແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ເທື່ອລະກ້າວ ແລະ ກາຍເປັນຖານລາຍຮັບງົບປະມານທີ່ຍືນຍົງ.
ພ້ອມນີ້, ທ່ານ ແດງ ປະທຸມພອນ ສສຊ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ກໍໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນເປັນເອກະພາບ ຕໍ່ຮ່າງລັດຖະທໍາມະນູນ ປີ 2025 ໂດຍສະເພາະເຫັນດີ ຕໍ່ຄໍານໍາ ແລະ ສະໜັບສູນໜູນຕໍ່ມາດຕາ 11 ທີ່ຂຽນວ່າ: ຜືນແຜ່ນດິນອັນຄົບຖ້ວນ ສາທາລະນະລັດ ປະຊາຊທິປະໄຕ ປະຊາຊົນລາວ ເປັນສິ່ງທີ່ແສນຮັກ ແລະ ຫ່ວງແຫນ ຊຶ່ງບໍ່ມີໃຜລ່ວງລໍ່າໄດ້. ສຳລັບມາດຕາ 77 ສະພາປະຊາຊົນທ້ອງຖິ່ນ ສ້າງຕັ້ງຂຶ້ນຕາມຂັ້ນຂອງການປົກຄອງທ້ອງຖິ່ນ ປະກອບດ້ວຍສະພາປະຊາຊົນຂັ້ນແຂວງ, ເມືອງ ແລະ ຂັ້ນຕາແສງ ສ້າງຕັ້ງຂຶ້ນຕາມການຕົງລົງຂອງສະພາແຫ່ງຊາດ ເຫັນວ່າເນື້ອໃນຍັງບໍ່ທັນຈະແຈ້ງ ສະເໜີໃຫ້ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ພິຈາລະນາເບິ່ງຕື່ມ.

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ສສຊ ເຂດເລືອກຕັ້ງ 8 ແຂວງຫົວພັນ ສະແດງປະກອບຄໍາເຫັນໃສ່ມາດຕາ 7 ໂດຍສະເໜີໃຫ້ຄະນະຮັບຜິດຊອບເບິ່ງຄືນສິດ ແລະ ໜ້າທີ່ ຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນ ມີສິດໃນການຕິດຕາມກວດກາ ການເຄື່ອນໄຫວຂອງຂອງສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ແລະ ສະມາຊິກຂອງສະພາ ໂດຍຜ່ານຄຳສະເໜີຂອງປະຊາຊົນ, ສຳລັບມາດຕາ 30 ເວົ້າເຖິງການສົ່ງເສີມ, ເປີດກວ້າງ ແລະ ພັດທະນາການທ່ອງທ່ຽວ ໂດຍພື້ນຖານແມ່ນເຫັນດີ ເປັນເອກະພາບເນື່ອງຈາກວ່າ ລັດຖະທຳມະນູນ ສະບັບປັບປຸງນີ້ ໄດ້ເພີ່ມເນື້ອໃນກ່ຽວກັບການຊຸກຍູ້ສົ່ງເສີມ ການທ່ອງທ່ຽວ ດ້ານກະສິກຳ ເຊິ່ງຖືກວ່າເປັນໜໍແໜ່ງອັນໃໝ່ຂອງ ສປປ ລາວ ເຊິ່ງຫລາຍປະເທດໄດ້ເຄີຍຈັດຕັ້ງປະຕິບັດມາແລ້ວ ແຕ່ສຳລັບບ້ານເຮົາຍັງຖືວ່າເປັນອັນໃໝ່.
ຂ່າວ: ກິດຕາ
ພາບ: ເກດສະໜາ
KPL