ຄະນະກຳມະການລະດັບຊາດ ສະເໜີປັບປຸງລັດຖະທຳມະນູນ ປີ 2025

17/03/2025 12:43
Email Print 218
ຂປລ ຂປລ. ໃນວາລະກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025 ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ສະເໜີການປັບປຸງລັດຖະທຳມະນູນ ປີ 2025. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູບ, ສອດຄອງກັບແນວທາງຂອງພັກ-ລັດ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.




ຂປລ. ໃນວາລະກອງປະຊຸມ ສະໄໝວິສາມັນ ເທື່ອທີ
2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025 ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ສະເໜີການປັບປຸງລັດຖະທຳມະນູນ ປີ 2025. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູບ, ສອດຄອງກັບແນວທາງຂອງພັກ-ລັດ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.

ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງລັດຖະທຳມະນູນຄັ້ງນີ້, ເພື່ອແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນ ເຊິ່ງການປັບປຸງຄັ້ງນີ້ ເປັນການປັບປຸງຄັ້ງທີ 3 ໂດຍສຸມໃສ່ປະຕິບັດຕາມຈິດໃຈ ຊີ້ນຳຂອງມະຕິກອງປະຊຸມ ຄົບຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 9 ສະໄໝທີ XI (ຄັ້ງວັນທີ 28 ຕຸລາ-6 ພະຈິກ 2024) ແນໃສ່ປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກ ສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນ ຖານທາງດ້ານກົດໝາຍ ກໍຄື ນິຕິກໍາທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່; ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫລື ຮອງຮັບແນວທາງການເມືອງຂອງພັກ ແລະ ແນວທາງການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະ ໃໝ່ ກໍຄື ແນວທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ. 




ນອກຈາກນີ້
, ທ່ານ ຈະເລີນ ເຍຍປາວເຮີ ຍັງລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດ ລັດ ຖະທຳມະນູນ ປີ 2015 ເຊິ່ງຖືກຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ແລະ ປະກາດໃຊ້ຕາມລັດຖະດຳລັດ ຂອງປະທານປະເທດ ສະບັບເລກທີ 214/ປປທ, ລົງວັນທີ 15 ທັນວາ 2015 ເຊິ່ງເປັນສະບັບປັບປຸງຄັ້ງທີສອງ ແນໃສ່ບູລະນະອົງການອຳນາດລັດ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິຜົນ, ມີການແບ່ງງານ, ມີການປະສານສົມທົບ ແລະ ຕິດຕາມ ກວດກາ ເຊິ່ງກັນ ແລະ ກັນ ລະຫວ່າງອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການ ຕາມກົນໄກການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ. ລັດຖະທຳມະນູນ ສະບັບນີ້ ເປັນກົດໝາຍພື້ນຖານອັນສໍາຄັນ ໃຫ້ແກ່ການປົກປັກຮັກສາປະເທດຊາດ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດ ໝາຍ; ເປັນບ່ອນອີງໃນການສ້າງ ແລະ ປັບປຸງກົດໝາຍ; ການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕ ຂອງປະຊາຊົນລາວ ບັນດາເຜົ່າ.




ນັບແຕ່ມີລັດຖະທຳມະນູນ ສປປ ລາວ ເປັນຕົ້ນມາ
, ລັດໄດ້ຕັ້ງໜ້າຜັນຂະຫຍາຍລັດຖະທຳມະ ນູນ ເປັນກົດໝາຍ ໄດ້ 169 ສະບັບ ແລະ ນິຕິກຳໃຕ້ກົດໝາຍ ເປັນຈຳນວນຫລວງຫລາຍ ທີ່ເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍໃນທົ່ວສັງຄົມໃຫ້ສູງຂຶ້ນ, ຮັບປະກັນການເຊື່ອມໂຍງທາງດ້ານເສດຖະກິດກັບສາກົນ ແລະ ພາກພື້ນ, ຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ. ແຕ່ເຖິງຢ່າງໃດກໍຕາມຍັງມີຂໍ້ຄົງຄ້າງຈຳນວນ ໜຶ່ງ ຄື: ບາງຂໍ້ກຳນົດຂອງລັດຖະທຳມະນູນ ປີ 2015 ໂດຍສະເພາະກ່ຽວກັບອໍານາດລັດ ຍັງບໍ່ທັນສອດ ຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ໃນໄລຍະໃໝ່; ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ຂອງບັນດາອົງການອຳນາດລັດຂັ້ນຕ່າງໆ ມີຫລາຍກໍລະນີ ຍັງບໍ່ທັນມີປະສິດທິພາບ, ປະສິທິຜົນ; ຄວາມຮັບຮູ້ເຂົ້າໃຈຕໍ່ລັດຖະທຳມະນູນ ຂອງພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ ໃນລະບົບການເມືອງ ຍັງບໍ່ທັນເລິກເຊິ່ງ, ສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ທົ່ວສັງຄົມຍັງບໍ່ທັນສູງ; ການເສີມຂະຫຍາຍ ແລະ ປະຕິບັດ ສິດ, ປະຊາ ທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ຕາມລັດຖະທຳມະນູນ ແລະ ກົດໝາຍ ຍັງບໍ່ທັນແຂງແຮງ ແລະ ເຂັ້ມງວດ.




ສຳລັບ ໂຄງສ້າງຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ
2025 ປະກອບມີ 14 ໝວດ, 122 ມາດຕາ. ໃນນັ້ນ, ມາດຕາໃໝ່ 5 ມາດຕາ, ມາດຕາປັບປຸງ 59 ມາດຕາ, ຍົກເລີກ 3 ມາດຕາ ແລະ ບໍ່ໄດ້ປັບປຸງ 58 ມາດຕາ, ພາຍຫລັງຖືກຮັບຮອງ ແລະ ປະກາດໃຊ້ ຈະກາຍເປັນບ່ອນອີງ ໃນການເຄື່ອນ ໄຫວປະຕິບັດສິດ ແລະ ໜ້າທີ່ ຂອງລະບົບອຳນາດແຫ່ງລັດ ກໍຄື ລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ຂອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະ ການປັບປຸງຂັ້ນການປົກຄອງທ້ອງຖິ່ນ ໃຫ້ສອດຄ່ອງຕາມມະຕິ 05/ຄບສພ ແລະ ແທດເໝາະກັບສະພາບການ ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນໄລຍະໃໝ່;  ເປັນພື້ນຖານທີ່ສຳຄັນ ແລະ ຈຳເປັນໃຫ້ແກ່ການສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ເປັນລະບົບ, ຄົບຊຸດ ແລະ ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່ ແນໃສ່ສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ສູ່ບາດກ້າວໃໝ່; ເປັນບ່ອນອີງທີ່ສຳຄັນໃຫ້ແກ່ ການໂຄສະນາ ເຜີຍແຜ່, ສຶກສາອົບຮົມ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ໃນທົ່ວສັງຄົມໃຫ້ສູງຂຶ້ນ; ຮັບປະກັນການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ;  ເປັນການຍົກສູງຖານະບົດບາດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວທີສາກົນ ແລະ ພາກພື້ນ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສສຊ ປະກອບຄໍາເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025ການເມືອງ

      ສສຊ ປະກອບຄໍາເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025

      3/17/2025 7:15:14 PM

      ຂປລ. ໃນວາລະດໍາ​ເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນ ຕໍ່ກັບຮ່າງລັດຖະທຳມະນູນ ສະບັບປັບປຸງ

    • ພັກນໍາພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນທົ່ວປວງຊົນລາວທັງຊາດການເມືອງ

      ພັກນໍາພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນທົ່ວປວງຊົນລາວທັງຊາດ

      3/17/2025 7:03:04 PM

      ຂປລ. ໃນໂອກາດເຂົ້າຮ່ວມ ສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີການນໍາພາຂອງພັກອັນມີກຽດສະຫງ່າ”ຢູ່ແຂວງຊຽງຂວາງ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ, ທັງເປັນນັກວິທະຍາສາດ ໄດ້ມີຄໍາເຫັນບາງ​ເນື້ອ​ໃນ​ສໍາຄັນວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືວຽກງານແນວໂຮມ ແລະ ວຽກງານມະຫາຊົນ ເປັນຍຸດທະສາດສຳຄັນ ຂອງການປະຕິວັດ, ຖືມະຫາຊົນເປັນບໍ່ເກີດ, ເປັນບ່ອນອີງ ແລະ ເປັນກຳ ລັງແຮງຕົ້ນຕໍຂອງພັກ.

    • ພັກກໍ່ສ້າງ-ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບ ປະກັນໄຊຊະນະ ຂອງການປະຕິວັດແຕ່ລະໄລຍະການເມືອງ

      ພັກກໍ່ສ້າງ-ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບ ປະກັນໄຊຊະນະ ຂອງການປະຕິວັດແຕ່ລະໄລຍະ

      3/17/2025 6:58:33 PM

      ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມ​ສໍາ​ມະ​ນາ​ວິທະຍາສາດ ພາຍ​ໃຕ້​ຫົວ​ຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ຢູ່​ແຂວງ​ອຸດົມ​ໄຊ ​ເມື່ອ​ບໍ່​ດົນ​ມານີ້​, ທ່ານ ວິສູກ ພົມພິທັກ ຮອງຫົວໜ້າຄະນະຕັ້ງສູນກາງພັກ ​ໄດ້ໃຫ້ຮູ້ວ່າ: ໜ້າທີ່ການເມືອງຂອງພັກໄລຍະໃໝ່ ເລັ່ງທວງໃຫ້ພັກຕ້ອງກໍ່ສ້າງ-ປັບປຸງຕົນເອງ ເພື່ອເຮັດຫລ້ອນ ພາລະກໍາປະຫວັດສາດ ໃນການນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດຂອງຊາດ ໃນແຕ່ລະໄລຍະ

    • ກະຊວງການຕ່າງປະເທດ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວການເມືອງ

      ກະຊວງການຕ່າງປະເທດ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ

      3/17/2025 6:52:03 PM

      ຂປລ. ກະຊວງການຕ່າງປະເທດ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 17 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກ ງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

    • ການນໍາພາຂອງພັກ ຕະຫລອດ ໄລຍະ 70 ປີ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່ການເມືອງ

      ການນໍາພາຂອງພັກ ຕະຫລອດ ໄລຍະ 70 ປີ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່

      3/17/2025 12:40:26 PM

      ຂປລ. ຕະຫລອດ​ໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໄດ້ນໍາພາການປະຕິວັດລາວ ແລະ ການນໍາພາ​ປະຕິບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ ​ຄື: ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໄດ້ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່, ພັກເວລາໃດກໍເອົາໃຈໃສ່ ນໍາພາ-ຊີ້ນໍໍາ ປວງຊົນລາວທັງຊາດ ເຮັດໜ້າທີ່ຂອງຕົນເປັນກ້າວໆມາ ດ້ວຍຄວາມພາກພູມໃຈ

ads
ads

Top