ຂປລ
ຂປລ. ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໄດ້ນໍາພາການປະຕິວັດລາວ ແລະ ການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່, ພັກເວລາໃດກໍເອົາໃຈໃສ່ ນໍາພາ-ຊີ້ນໍໍາ ປວງຊົນລາວທັງຊາດ ເຮັດໜ້າທີ່ຂອງຕົນເປັນກ້າວໆມາ ດ້ວຍຄວາມພາກພູມໃຈ

ຂປລ. ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໄດ້ນໍາພາການປະຕິວັດລາວ ແລະ ການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່, ພັກເວລາໃດກໍເອົາໃຈໃສ່ ນໍາພາ-ຊີ້ນໍໍາ ປວງຊົນລາວທັງຊາດ ເຮັດໜ້າທີ່ຂອງຕົນເປັນກ້າວໆມາ ດ້ວຍຄວາມພາກພູມໃຈ ເປັນຕົ້ນ ແມ່ນສາມາດປົກປັກຮັກສາຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ຢ່າງໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ປະຊາຊົນລາວບັນດາເຜົ່າ ມີຄວາມສາມັກຄີຮັກແພງກັນ ໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດ ແລະ ສ້າງສາປະເທດຊາດ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກ.
ເມື່ອບໍ່ດົນມານີ້, ສະຫາຍ ນາງ ວິທະຍາ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໃຫ້ສຳພາດເນື່ອງໃນໂອກາດຂ່ຳນັບຮັບຕ້ອນ ວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ຄົບຮອບ 70 ປີ ທີ່ຈະມາເຖິງນີ້ ໂດຍສະຫາຍໄດ້ຍົກໃຫ້ເຫັນ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກ ປປ ລາວ ແລະ ການນໍາພາຂອງພັກ ຕໍ່ກັບວຽກງານຂອງສະຖາບັນການຕ່າງປະ ເທດ ໂດຍພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ ແລະ ການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຈາກຄະນະພັກຂັ້ນເທິງ ຂອງກະຊວງການຕ່າງປະເທດ, ໜ່ວຍພັກສະຖາບັນການຕ່າງ ປະເທດ ໄດ້ເອົາໃຈໃສ່ສູ້ຊົນ ຜັນຂະຫຍາຍ ບັນດາທິດນໍາ ແລະ ມະຕິ XI ຂອງພັກ ໃຫ້ກາຍເປັນແຜນງານແຜນການທີ່ເປັນຮູບປະທໍາ, ຮັບປະກັນຄວາມເປັນເອກະພາບ ແລະ ສົ່ງເສີມວຽກງານການເຄື່ອນໄຫວວຽກງານການທູດ ສປປ ລາວ ແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບ, ເອົາໃຈໃສ່ສົ່ງເສີມວຽກວິຊາສະເພາະ ໃຫ້ຮັບປະກັນ ຄວາມສອດຄ່ອງ ກັບຫລັກການ, ຄວາມຕໍ່ເນື່ອງ ແລະ ແທດເໝາະຄວາມເປັນຈິງ ແລະ ສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນ ໃນຫລາຍດ້ານ ເປັນຕົ້ນ ດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ວຽກວິຊາສະເພາະ, ການປັບປຸງ-ກໍ່ສ້າງພະນັກງານ ແລະ ດ້ານອົງການຈັດຕັ້ງມະຫາຊົນ. ອັນພົ້ນເດັ່ນແມ່ນ ສະຖາບັນການຕ່າງປະເທດ ໄດ້ປະກອບສ່ວນ ໃນການສ້າງຊັບພະຍາກອນມະນຸດຂອງ ສປປ ລາວ, ໄດ້ສໍາເລັດການຈັດຝຶກອົບຮົມ ໃນຫລາຍຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ສໍາລັບພະນັກງານ ກະຊວງການຕ່າງປະເທດ ແລະ ບັນດາກະຊວງອ້ອມຂ້າງ. ພ້ອມນີ້, ຍັງໄດ້ມີການຂຽນບົດຄວາມ-ບົດຄົ້ນຄວ້າ ທັງພາສາລາວ ແລະ ອັງກິດ, ຂຽນປື້ມ, ຂຶ້ນຫ້ອງບັນຍາຍ, ຕິດຕາມສະພາບການພາກພື້ນ-ສາກົນ ແລະ ຍັງໄດ້ສ້າງຕັ້ງ ສະໂມສອນນັກການທູດລາວຂຶ້ນ ເພື່ອເປັນເວທີເຕົ້າໂຮມເອົາ ບັນດາອະດີດເອກອັກຄະລັດຖະທູດ ແລະ ນັກການທູດລາວ ປຶກສາຫາລື, ແລກປ່ຽນ, ປະກອບຄໍາຄິດຄຳເຫັນ ຕໍ່ບັນຫາສະພາບທີ່ເຄັ່ງຮ້ອນຢູ່ໃນພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ມີການພົວພັນຮ່ວມມື ແລະ ເຄື່ອນໄຫວການທູດຊ່ອງທາງທີ 2 ໂດຍໄດ້ສໍາເລັດການເຊັນບົດບັນທຶກຄວາມເຂົ້າໃຈ MOU ກັບບັນດາສະຖາບັນຄົ້ນຄວ້າຕ່າງໆ ແລະ ອົງການຈັດຕັ້ງສາກົນ ຈໍານວນ 22 ສະບັບ, ຈັດກອງປະຊຸມສຳມະນາສາກົນ ຂອງເຄືອຂ່າຍຄັງປັນຍາສາກົນ, ຈັດກອງປະຊຸມ ແລະ ປາຖະກະຖາ ຮ່ວມກັບສະຖານ ທູດຕ່າງໆ, ເຂົ້າຮ່ວມກອງປະຊຸມພາຍໃນ ແລະ ສາກົນ ເພື່ອແລກປ່ຽນຄວາມຮູ້ ແລະ ສ້າງຄວາມເຂັ້ມ ແຂງໃຫ້ແກ່ນັກການທູດ-ນັກຄົ້ນຄວ້າລາວ ກໍຄື ພະນັກງານສະຖາບັນການຕ່າງປະເທດ ຫລາຍກວ່າ 100 ຄັ້ງ ໃນແຕ່ລະປີ.
ໂອກາດດັ່ງກ່າວ, ສະຫາຍ ນາງ ວິທະຍາ ໄຊຍະວົງ ໄດ້ຕາງໜ້າໃຫ້ຄະນະພັກ ແລະ ສະມາຊິກພັກ-ພະນັກງານ ສະຖາບັນການຕ່າງປະເທດ ສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນ ຕໍ່ການນໍາພາ-ຊີ້ນໍາ ອັນສະຫລາດສ່ອງໃສຢ່າງຮອບດ້ານ ຂອງບັນດາການນໍາພັກ ຕະຫລອດໄລຍະເວລາ 70 ປີຜ່ານ ມາ. ພ້ອມທັງ ສະແດງຄວາມຮູ້ບຸນຄຸນ ຕໍ່ການເສຍສະລະເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ຂອງບັນດາການນໍາພັກແຕ່ລະຮຸ່ນ ຕໍ່ການນໍາພາການປະຕິວັດລາວ ຈົນສາມາດເຕົ້າໂຮມຄວາມສາມັກຄີຊາດ, ຍາດໄດ້ທຸກໄຊຊະນະ ພ້ອມທັງການສ້າງສາພັດທະນາປະເທດຊາດ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່. ພ້ອມທັງ ອວຍພອນໃຫ້ບັນດາ ສະຫາຍການນໍາພັກ, ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນໜ້າທີ່ການເມືອງ ອັນມີກຽດສະຫງ່າ ຂອງບັນດາສະຫາຍ ແລະ ສືບຕໍ່ໃຫ້ທິດຊີ້ນໍາ ແກ່ບັນດາສະມາຊິກພັກທົ່ວປະເທດ ນໍາເອົາຜົນສໍາເລັດອັນໃຫຍ່ຫລວງ ແລະ ສະຫງ່າງາມ ມາໃຫ້ປະເທດຊາດ.
ຂ່າວ-ພາບ: ທະນູທອງ
KPL