ຂປລ
ຂປລ. ໃນໂອກາດເຂົ້າຮ່ວມ ສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີການນໍາພາຂອງພັກອັນມີກຽດສະຫງ່າ”ຢູ່ແຂວງຊຽງຂວາງ ໃນທ້າຍອາທິດຜ່ານມາ, ທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ, ທັງເປັນນັກວິທະຍາສາດ ໄດ້ມີຄໍາເຫັນບາງເນື້ອໃນສໍາຄັນວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືວຽກງານແນວໂຮມ ແລະ ວຽກງານມະຫາຊົນ ເປັນຍຸດທະສາດສຳຄັນ ຂອງການປະຕິວັດ, ຖືມະຫາຊົນເປັນບໍ່ເກີດ, ເປັນບ່ອນອີງ ແລະ ເປັນກຳ ລັງແຮງຕົ້ນຕໍຂອງພັກ.

ຂປລ. ໃນໂອກາດເຂົ້າຮ່ວມ ສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີການນໍາພາຂອງພັກອັນມີກຽດສະຫງ່າ”ຢູ່ແຂວງຊຽງຂວາງ ໃນທ້າຍອາທິດຜ່ານມາ, ທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ, ທັງເປັນນັກວິທະຍາສາດ ໄດ້ມີຄໍາເຫັນບາງເນື້ອໃນສໍາຄັນວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືວຽກງານແນວໂຮມ ແລະ ວຽກງານມະຫາຊົນ ເປັນຍຸດທະສາດສຳຄັນ ຂອງການປະຕິວັດ, ຖືມະຫາຊົນເປັນບໍ່ເກີດ, ເປັນບ່ອນອີງ ແລະ ເປັນກຳ ລັງແຮງຕົ້ນຕໍຂອງພັກ. ຕະຫລອດໄລຍະແຫ່ງການນຳພາພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍຄືໃນໄລຍະປະຕິບັດ 2 ໜ້າທີ່ຍຸດທະສາດ, ພັກເຮົາຍາມໃດກໍອີງໃສ່ ກຳລັງແຮງຂອງມະຫາຊົນ, ເອົາການກໍ່ສ້າງພະນັກງານ, ສະມາຊິກພັກຕິດແໜ້ນກັບມະຫາຊົນ, ຖືເອົາຂະບວນການຂອງມະຫາຊົນ ເປັນບ່ອນຝຶກຝົນ, ທົດສອບ ແລະ ສາມາດສ້າງໄດ້ພະນັກງານ, ສະມາຊິກພັກຜູ້ເດັ່ນຈາກຂະບວນການຕົວຈິງ ຂອງມະຫາຊົນ, ພ້ອມນັ້ນກໍປຸກລະດົມ ມະຫາຊົນ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາ ເຜົ່າ ເຂົ້າຮ່ວມພາລະກິດປະຕິວັດ ຈົນໄດ້ຮັບຜົນສຳເລັດເປັນກ້າວໆມາ.
ແນວລາວສ້າງຊາດ ກໍາເນີດເກີດຂຶ້ນໃນວັນທີ 13 ສິງຫາ 1950 ຕາມຄວາມຮຽກຮ້ອງຕ້ອງການ ຂອງພາລະກິດຕໍ່ສູ້ກູ້ຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງການປະຕິວັດລາວ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກຄອມມູນິດອິນດູຈີນ ກໍຄື ອົງຄະນະພັກແຄວ້ນລາວ ໂດຍໃສ່ຊື່ວ່າ: ແນວລາວອິດສະຫລະ ໃນເງື່ອນໄຂທີ່ພັກເຮົາເຄື່ອນໄຫວ ແລະ ນໍາພາແບບປິດລັບນັ້ນ, ພັກໄດ້ອີງໃສ່ແນວລາວອິດສະຫລະ ເປັນຜູ້ຕາງໜ້າພັກອອກເຄື່ອນໄຫວເປີດເຜີຍ ໃນຖານະເປັນລັດຖະບານຝ່າຍປະເທດລາວ, ເປັນຄັນທຸງ, ເປັນຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ດໍາເນີນການສຶກສາອົບຮົມ, ປຸກລະດົມຜູ້ ຊົງຄຸນວຸທິທຸກເຜົ່າ, ທຸກຊັ້ນຄົນ, ທຸກສາສະໜາ, ເພດ-ໄວ ທີ່ມີໃຈຮັກຊາດ. ໃນເງື່ອນໄຂໃໝ່ຂອງການປະຕິວັດ ໂດຍຢືນຕໍ່ໜ້າສະພາບການ ທີ່ມີສິ່ງທ້າທາຍທົດສອບນາໆປະການ ຕໍ່ຄວາມສາມາດນໍາພາຂອງພັກເຮົາ, ຍິ່ງຕ້ອງຖືການເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາພາຍໃນຊາດ ເປັນພື້ນຖານຮັບປະກັນໃຫ້ແກ່ ການສືບຕໍ່ຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ເຮັດໃຫ້ຈຸດໝາຍປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ປະກົດຜົນເປັນຈິງ.
ທ່ານ ຄະນອງລິດ ສີສົມບູນ ຍັງໃຫ້ຮູ້ອີກວ່າ: ໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພັກເຮົາໄດ້ກໍານົດວ່າ: ວຽກງານແນວໂຮມ ແລະ ວຽກງານມະຫາຊົນໃນໄລຍະໃໝ່ ຕ້ອງຕອບສະໜອງຄວາມຕ້ອງການ ຜັນຂະຫຍາຍແນວທາງຂອງພັກ ກ່ຽວກັບການສ້າງຄວາມສາມັກຄີປອງດອງ ແລະ ເປັນປຶກແຜ່ນຂອງ ທຸກຊົນເຜົ່າຊັ້ນຄົນ, ສາສະໜາ ແລະ ເພດໄວຢູ່ໃນປະເທດ ແລະ ສຶບຕໍ່ສົ່ງເສີມໃຫ້ພີ່ນ້ອງຊາວລາວ ທີ່ດໍາລົງຊີວິດທໍາມາຫາກິນຢູ່ຕ່າງປະເທດ ມີສ່ວນຮ່ວມຢ່າງຕັ້ງໜ້າ ໃນພາລະກິດສ້າງສາພັດທະນາປະເທດຊາດ ອັນແສນຮັກຂອງພວກເຮົາ, ເຊີດຊູສະຕິເປັນເຈົ້າ ແລະ ຄວາມຮັບຜິດຊອບຂອງຄົນລາວທຸກເຜົ່າ ແລະ ຊັ້ນຄົນຕໍ່ຊາຕາກໍາຂອງຊາດ, ລະດົມທຸກກໍາແຮງດ່ານສະຕິປັນຍາ, ມານະຈິດ ແລະ ກໍາລັງຄວາມສາມາດອື່ນໆທົ່ວສັງຄົມ ເພື່ອພັດທະນາເສດຖະກິດ-ສັງຄົມ.
ຂ່າວ: ວີລະວັນ
ພາບ: ຂັນໄຊ
KPL