ພັກກໍ່ສ້າງ-ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບ ປະກັນໄຊຊະນະ ຂອງການປະຕິວັດແຕ່ລະໄລຍະ

17/03/2025 18:58
ຂປລ ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມ​ສໍາ​ມະ​ນາ​ວິທະຍາສາດ ພາຍ​ໃຕ້​ຫົວ​ຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ຢູ່​ແຂວງ​ອຸດົມ​ໄຊ ​ເມື່ອ​ບໍ່​ດົນ​ມານີ້​, ທ່ານ ວິສູກ ພົມພິທັກ ຮອງຫົວໜ້າຄະນະຕັ້ງສູນກາງພັກ ​ໄດ້ໃຫ້ຮູ້ວ່າ: ໜ້າທີ່ການເມືອງຂອງພັກໄລຍະໃໝ່ ເລັ່ງທວງໃຫ້ພັກຕ້ອງກໍ່ສ້າງ-ປັບປຸງຕົນເອງ ເພື່ອເຮັດຫລ້ອນ ພາລະກໍາປະຫວັດສາດ ໃນການນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດຂອງຊາດ ໃນແຕ່ລະໄລຍະ

ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມ​ສໍາ​ມະ​ນາ​ວິທະຍາສາດ ພາຍ​ໃຕ້​ຫົວ​ຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ ຢູ່​ແຂວງ​ອຸດົມ​ໄຊ ​ເມື່ອ​ບໍ່​ດົນ​ມານີ້​, ທ່ານ ວິສູກ ພົມພິທັກ ຮອງຫົວໜ້າຄະນະຕັ້ງສູນກາງພັກ ​ໄດ້ໃຫ້ຮູ້ວ່າ: ໜ້າທີ່ການເມືອງຂອງພັກໄລຍະໃໝ່ ເລັ່ງທວງໃຫ້ພັກຕ້ອງກໍ່ສ້າງ-ປັບປຸງຕົນເອງ ເພື່ອເຮັດຫລ້ອນ ພາລະກໍາປະຫວັດສາດ ໃນການນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດຂອງຊາດ ໃນແຕ່ລະໄລຍະ ໂດຍສະເພາະ ແມ່ນນໍາພາພາລະກິດ ປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ໃນການຜ່ານຜ່າຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນດີຂຶ້ນເທື່ອລະກ້າວນັ້ນ, ມີ​ຄວາມຈໍາເປັນຕ້ອງກໍ່ສ້າງ-ປັບປຸງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນໃນທຸກດ້ານ ເພື່ອໃຫ້ມີຄວາມສາມາດພຽງພໍໃນ ນໍາພາລັດ ແລະ ນໍາພາການກໍ່ສ້າງເສດຖະກິດ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ທີ່ໜັກແໜ້ນ, ສາມາດ ແຂ່ງຂັນກັບບັນດາປະເທດອ້ອມຂ້າງ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນດີຂຶ້ນ.

ການກໍ່ສ້າງປັບປຸງປົວແປງຕົນເອງຂອງພັກ ເປັນບັນຫາສໍາຄັນພົວພັນເຖິງການຄົງຕົວ, ​ການຂະຫຍາຍຕົວຂອງພັກ, ຂອງປະເທດຊາດ ແລະ ຂອງລະບອບປະຊາທິປະໄຕ ປະຊາຊົນຢູ່ປະເທດເຮົາ.ດັ່ງນັ້ນ, ໃນໄລຍະຜ່ານມາ ພັກເຮົາຍາມໃດກໍຖືເອົາການຕິຊົມຕົນເອງ ແລະ ຕິຊົມກັນພາຍໃນພັກເປັນໜຶ່ງ ໃນຫລັກການກໍ່ສ້າງພັກທີ່ສໍາຄັນທີ່ສຸດ.

ທ່ານ ວິສູກ ພົມພິທັກ ຍັງໃຫ້ອີກວ່າ: ຜົນສໍາເລັດອັນພື້ນຖານກວ່າໝູ່ ນັບແຕ່ສ້າງຕັ້ງພັກ ມາຮອດປັດຈຸບັນ, ພັກເຮົາໄດ້ດໍາເນີນກໍ່ສ້າງ-ປັບປຸງພັກ ແມ່ນຖືກຫລັກການ, ຖືກກົດເກນ ເປັນຕົ້ນທາງດ້ານການເມືອງ-ແນວຄິດ ແມ່ນໄດ້ຍຶດຖືເອົາລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ ແລະ ການເຄື່ອນໄຫວຂອງພັກທຸກປະການ, ໄດ້ຕັ້ງໜ້າຄົ້ນຄວ້າ, ໝູນໃຊ້ຫລັກມູນທິດສະດີ ຂອງລັດທິມາກ-ເລນິນ ເຂົ້າໃນເງື່ອນໄຂສະພາບການຕົວຈິງ ຂອງການປະຕິວັດໃນແຕ່ລະໄລຍະ. ດັ່ງນັ້ນ, ຈຶ່ງສາມາດປະດິດສ້າງ, ສ້າງຕັ້ງພັກຂອງຊົນຊັ້ນກໍາມະກອນ. ນັບແຕ່ໄດ້ຮັບການສ້າງຕັ້ງພັກ ໄດ້ກໍານົດແຈ້ງ ພາລະກໍາປະຫວັດສາດ ຂອງຊົນຊັ້ນກໍາມະກອນໃນຍຸກສະໄໝ ຈຶ່ງເຮັດໃຫ້ການປະຕິວັດລາວ ເດີນຖືກກັບກົດເກນຂອງການປະຕິວັດໂລກ, ສາມາດຜາບແພ້ຈັກກະພັດປົດປ່ອຍປະເທດຊາດ, ຍາດເອກະລາດມາໃຫ້ແກ່ປະຊາຊົນລາວ, ປັດຈຸບັນແມ່ນສືບຕໍ່ນໍາພາພາລະກິດປ່ຽນແປງໃໝ່ ຍູ້ການປະຕິວັດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ສະນັ້ນ, ການກໍ່ສ້າງປັບປຸງພັກຢູ່ປະເທດເຮົາ ແມ່ນມີຄວາມຈໍາເປັນ, ມີແຕ່ຍຶດໝັ້ນທັດສະນະຮັບເອົາການປັບປຸງຕົນເອງ ແລະ ຕັດສິນໃຈປັບປຸງປ່ຽນແປງຕົນເອງຢ່າງເຂັ້ມງວດ, ຖືກຫລັກການ ພັກເຮົາຈຶ່ງຈະຄົງຕົວ ແລະ ເຮັດລ້ອນພາລະ ກິດປະຕິວັດ ທີ່ຊົນຊັ້ນກໍາມະກອນ ແລະ ປະຊາຊົນລາວມອບໝາຍໃຫ້.


ຂ່າວ-ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ສສຊ ປະກອບຄໍາເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025ການເມືອງ

      ສສຊ ປະກອບຄໍາເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025

      3/17/2025 7:15:14 PM

      ຂປລ. ໃນວາລະດໍາ​ເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນ ຕໍ່ກັບຮ່າງລັດຖະທຳມະນູນ ສະບັບປັບປຸງ

    • ພັກນໍາພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນທົ່ວປວງຊົນລາວທັງຊາດການເມືອງ

      ພັກນໍາພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນທົ່ວປວງຊົນລາວທັງຊາດ

      3/17/2025 7:03:04 PM

      ຂປລ. ໃນໂອກາດເຂົ້າຮ່ວມ ສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີການນໍາພາຂອງພັກອັນມີກຽດສະຫງ່າ”ຢູ່ແຂວງຊຽງຂວາງ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ, ທັງເປັນນັກວິທະຍາສາດ ໄດ້ມີຄໍາເຫັນບາງ​ເນື້ອ​ໃນ​ສໍາຄັນວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືວຽກງານແນວໂຮມ ແລະ ວຽກງານມະຫາຊົນ ເປັນຍຸດທະສາດສຳຄັນ ຂອງການປະຕິວັດ, ຖືມະຫາຊົນເປັນບໍ່ເກີດ, ເປັນບ່ອນອີງ ແລະ ເປັນກຳ ລັງແຮງຕົ້ນຕໍຂອງພັກ.

    • ກະຊວງການຕ່າງປະເທດ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວການເມືອງ

      ກະຊວງການຕ່າງປະເທດ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ

      3/17/2025 6:52:03 PM

      ຂປລ. ກະຊວງການຕ່າງປະເທດ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 17 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກ ງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

    • ຄະນະກຳມະການລະດັບຊາດ ສະເໜີປັບປຸງລັດຖະທຳມະນູນ ປີ 2025ການເມືອງ

      ຄະນະກຳມະການລະດັບຊາດ ສະເໜີປັບປຸງລັດຖະທຳມະນູນ ປີ 2025

      3/17/2025 12:43:35 PM

      ຂປລ. ໃນວາລະກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025 ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ສະເໜີການປັບປຸງລັດຖະທຳມະນູນ ປີ 2025. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູບ, ສອດຄອງກັບແນວທາງຂອງພັກ-ລັດ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.

    • ການນໍາພາຂອງພັກ ຕະຫລອດ ໄລຍະ 70 ປີ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່ການເມືອງ

      ການນໍາພາຂອງພັກ ຕະຫລອດ ໄລຍະ 70 ປີ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່

      3/17/2025 12:40:26 PM

      ຂປລ. ຕະຫລອດ​ໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໄດ້ນໍາພາການປະຕິວັດລາວ ແລະ ການນໍາພາ​ປະຕິບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ ​ຄື: ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໄດ້ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່, ພັກເວລາໃດກໍເອົາໃຈໃສ່ ນໍາພາ-ຊີ້ນໍໍາ ປວງຊົນລາວທັງຊາດ ເຮັດໜ້າທີ່ຂອງຕົນເປັນກ້າວໆມາ ດ້ວຍຄວາມພາກພູມໃຈ

ads
ads

Top