ກະຊວງການຄ້າຈີນ ເພີ່ມທະວີປະສິດທິພາບຂອງເວທີເປີດປະຕູສູ່ພາຍນອກ

17/03/2025 20:55
Email Print 122
ຂປລ ວຽກ​ງານ​ການ​ດຶງ​ດູດ​ ການ​ລົງ​ທຶນ​ ຈາກ​ຕ່າງ​ປະ​ເທດ ​ຢ່າງ​ໜັກ​ແໜ້ນ​ຂອງ​ ສປ ຈີນ​ໃນ​ປີ​ນີ້​ ຈະ​ປະ​ສານ​ສົມ​ທົບ​ກັບ​ ເຂດ​ພັດ​ທະ​ນາ ​ເສດ​ຖະ​ກິດ ແລະ ເຕັກ​ໂນ​ໂລ​ຊີ​ລະ​ດັບ​ຊາດ, ເຂດ​ສາ​ທິດ​-ເຂດທົດ​ລອງ​ສັງ​ລວມ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ແຫ່ງ​ຊາດ, ເຂດ​ທົດ​ລອງ​ການ​ຄ້​າ​ເສ​ລີ ແລະ ເວ​ທີ​ອື່ນໆ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 16 ມີ​ນາ​ນີ້, ຜູ້​ຮັບ​ຜິ​ດ​ຊອບ​ທີ່ ​ກ່ຽວ​ຂ້ອງ ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ວຽກ​ງານ​ການ​ດຶງ​ດູດ​ ການ​ລົງ​ທຶນ​ ຈາກ​ຕ່າງ​ປະ​ເທດ ​ຢ່າງ​ໜັກ​ແໜ້ນ​ຂອງ​ ສປ ຈີນ​ໃນ​ປີ​ນີ້​ ຈະ​ປະ​ສານ​ສົມ​ທົບ​ກັບ​ ເຂດ​ພັດ​ທະ​ນາ ​ເສດ​ຖະ​ກິດ ແລະ ເຕັກ​ໂນ​ໂລ​ຊີ​ລະ​ດັບ​ຊາດ, ເຂດ​ສາ​ທິດ​-ເຂດທົດ​ລອງ​ສັງ​ລວມ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ແຫ່ງ​ຊາດ, ເຂດ​ທົດ​ລອງ​ການ​ຄ້​າ​ເສ​ລີ ແລະ ເວ​ທີ​ອື່ນໆ ເພື່ອ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ພາບ​ຂອງ​ເວ​ທີ​ດັ່ງ​ກ່າວ.ປັດ​ຈຸ​ບັ​ນ, ​ທົ່ວປະ​ເທດ​ຈີນ ​ມີ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ລະ​ດັບ​ຊາດ 232 ແຫ່ງ, ເຂດ​ພັດ​ທະ​ນ​ເສດ​ຖະ​ກິດ​ດັ່ງ​ກ່າວ​ ກວມ​ເອົາ​ເນື້​ອ​ທີ່​ທົ່ວ​ປະ​ເທດ​ຈີນ ​ບໍ່​ຮ​ອດ 3%, ແຕ່​ໄດ້​ກວມ​ເອົາ 1/10 ຂອງ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ(GDP) ຂອງ​ເຂດ​ແຄວ້ນ ​ໃນ​ທົ່ວ​ປະ​ເທດ ແລະ ໄດ້​ກວມ​ເອົາຫລາຍກວ່າ 1/5 ​ຂອງມູນ​ຄ່າ​ການ​ນຳ​ໃຊ້​ທຶນ​ຈາກ​ຕ່າງ​ປະ​ເທດ​ຂອງ​ ສປ ຈີນ.ນອກ​ນີ້, ໃນ​ປີ 2024, ຢູ່ 11 ແຂວງ ແລະ ​ກຳ​ແພງນະ​ຄອນ ທີ່​ເປັນ​ເຂດ​ສາ​ທິດ-ເຂດ​ທົດ​ລອງ​ລັງ​ລວມ ການ​ເປີດກວ້າງ​ການ​ເປີດ​ປະ​ຕູ ​ສູ່​ພາຍນອກ​ ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​, ມູນ​ຄ່າ​ການ​ດຶງ​ດູດ​ທຶນ​ຈາກ​ຕ່າງ​ປະ​ເທດ ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ ​ບັນ​ລຸ​ເຖິງ 41,3 ຕື້​ໂດ​ລາ, ກວມ​ເອົາ​ປະ​ມານ 50,2% ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ທົ່ວ​ປະ​ເທດ​ຈີນ.ແຜນ​ດຳ​ເນີນ​ງານ​ວ່າ​ດ້ວຍ​ ການ​ດຶ​ງ​ດູດ​ທຶນ ​ຈາກ​ຕ່າງ​ປະ​ເທດ​ ຢ່າງ​ໜັກ​ແໜ້ນ​ປີ 2025 ທີ່​ ສປ ຈີນ​ເປີດ​ເຜີຍ​ໃນ​ເດືອນ​ກຸມ​ພາ​ປີ​ນີ້ ​ໄດ້​ລະ​ບຸ​ກ່​ຽວ​ກັບ​ ການ​ເພີ່ມ​ທະ​ວີ​ ປະ​ສິ​ທິ​ພາບ​ ຂອງ​ເວ​ທີ​ເປີດ​ປະ​ຕູ​ສູ່​ພາຍນອກ, ຍົກ​ລະ​ດັບ ​ການ​ພັດ​ທະ​ນາ ເສດ​ຖະ​ກິດ​ ແບບ​ເປີດກວ້າງ​ ຂອງ​ເຂ​ດ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ເຕັກ​ໂນ​ໂລ​ຊີ ​ລະ​ດັບ​ຊາດ ແລະ ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ ​ເພື່ອ​ຍົກ​ລະ​ດັບ​ ເຂດ​ທົດ​ລອງ ​ການ​ຄ້າ​ເສ​ລີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຍີ່ປຸ່ນ-ໄທ-ສສ ຫວຽດນາມ ຈັດເວທີປາໄສເຊື່ອມຕໍ່ການຄ້າ-ການທ່ອງທ່ຽວຂ່າວຕ່າງປະເທດ

      ຍີ່ປຸ່ນ-ໄທ-ສສ ຫວຽດນາມ ຈັດເວທີປາໄສເຊື່ອມຕໍ່ການຄ້າ-ການທ່ອງທ່ຽວ

      3/17/2025 8:55:10 PM

      ມີວິສາຫະກິດກວ່າ 100 ແຫ່ງເຂົ້າຮ່ວມ ເວທີປາໄສ ໄດ້ສະໜອງຂໍ້ມູນຂ່າວສານ ກ່ຽວກັບ ບັນດາຂົງເຂດ ຮ່ວມມື ທີ່ມີຄວາມສາມາດບົ່ມຊ້ອນຢູ່ 3 ປະເທດ ຄື: ສສ ຫວຽດນາມ, ໄທ ແລະ ຍີ່ປຸ່ນ ເພື່ອສຸມໃສ່ບັນດາຂົງເຂດການທ່ອງທ່ຽວ, ໂລຈີສຕິກ(logistics), ຜະລິດ ແລະ ປຸງແຕ່ງອາຫານ, ເຕັກໂນໂລຊີ ແລະ ນະວັດຕະກຳ, ພະລັງງານທົດແທນ, ອຸດສາຫະກຳໜູນຊ່ວຍ ແລະ ເຄື່ອງອາໄຫລ່ ເອເລັກໂຕນິກ.

    • ງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 8ຂ່າວຕ່າງປະເທດ

      ງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 8

      3/17/2025 8:55:08 PM

      ອົງ​ການ ​ວາງ​ສະ​ແດງ​ ການ​ນຳ​ເຂົ້າ ສາ​ກົນ​ຈີນ ​ແຈ້​ງ​ໃຫ້​ຮູ້​ວ່າ: ວຽກ​ງານ​ກະ​ກຽມ ​ລາຍ​ການ​ຕ່າງໆ​ ຂອງງານ​ວາງ​ສະ​ແດງ ​ການ​ນຳ​ເຂົ້າ ​ສາ​ກົນ​ຈີນ ​ຄັ້ງ​ທີ 8 ພວມດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ, ໃນ​ນັ້ນ ເນື້ອ​ທີ່​ການ​ເຊັນ​ສັນ​ຍາ ກ່ຽວ​ກັບ ​ເຂດ​ວາງ​ສະ​ແດງ ​ຂອງວິ​ສາ​ຫະ​ກິດ​ ໄດ້​ລື່ນ​ກາຍ 220.000 ​ຕາ​ແມັດ​ ເຊິ່ງກວມ​ເອົາ ຫລາຍກວ່າ 60% ຂອງ​ເນື້ອ​ທີ່ ​ແຜນ​ການ​ທີ່​ວາງ​ໄວ້.

    • ລາຄາຫຸ້ນ7 ບໍລິສັດໃຫຍ່ດ້ານວິທະຍາສາດເຕັກໂນໂລຊີໃນຕະຫລາດຫລັກຊັບ ສ.ອາເມລິກາ ໄດ້ຕ່ຳລົງ 2.700 ຕື້ໂດລາຂ່າວຕ່າງປະເທດ

      ລາຄາຫຸ້ນ7 ບໍລິສັດໃຫຍ່ດ້ານວິທະຍາສາດເຕັກໂນໂລຊີໃນຕະຫລາດຫລັກຊັບ ສ.ອາເມລິກາ ໄດ້ຕ່ຳລົງ 2.700 ຕື້ໂດລາ

      3/17/2025 8:54:54 PM

      ໃນໄລ​ຍະ 3 ອາ​ທິດ​ຜ່ານ​ມາ, ລາ​ຄາ​ຫຸ້ນ​ຂອງ 7 ບໍ​ລິ​ສັດ​ໃຫຍ່ ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ​ໃນ​ຕະຫລາດຫລັກ​ຊັບ​ ຂອງ​ ສ.ອາ​ເມ​ຣິ​ກາ ໄດ້​ຕົກ​ຕ່ຳ​ລົງ 2.700 ຕື້​ໂດ​ລາສະຫະລັດ.

    • ຮົງກາຣີ ສະເໜີຄວາມຮຽກຮ້ອງ 12 ຂໍ້ຕໍ່ສະຫະພາບເອີຣົບຂ່າວຕ່າງປະເທດ

      ຮົງກາຣີ ສະເໜີຄວາມຮຽກຮ້ອງ 12 ຂໍ້ຕໍ່ສະຫະພາບເອີຣົບ

      3/17/2025 8:54:36 PM

      ທ່ານ​ ໂອບັນ ວິກ​ໂຕ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮົງ​ກາ​ຣີ​ ໄດ້​​ສະ​ເໜີ​ ຄວາມ​ຮຽກ​ຮ້ອງ 12 ຂໍ້​ຕໍ່​ສະ​ຫະ​ພາບ ​ເອີ​ຣົບ ເຊິ່ງ​ລວມ​ທັງ​ ປະ​ເທດ​ສະ​ມາ​ຊິກ​ ທັງ​ໝົດ ຂອງສະ​ຫະ​ພາບ​ເອີ​ຣົບ ​ມີ​ຄວາມ​ສະ​ເໝີ​ພາບ ​ໃນ​ກົດ​ໝາຍ, ສົ່ງ​ຄືນ​ສິດເປັນເຈົ້າ​ຂອງ​ຊາດ ​ທີ່​ຖືກສະ​ຫະ​ພາບ​ເອີ​ຣົບ​ຕັດ​ໄປ, ​ບໍ່​ຈຳ​ກັດ​ ການ​ປ້ອງ​ກັນ ​ຢູ່​ຊາຍ​ແດນ ​ເພື່ອຄຸ້ມ​ຄອງ​ຊາວ​ອົບ​ພະ​ຍົບ ​ຢ່າງ​ເຂັ້ມ​ງວດ, ບັນ​ລຸ​ສັນ​ຕິ​ພາບ, ອູ​ແກ​ຣນ ບໍ່​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ ແລະອື່ນໆ.

    • ເກີດເຫດໄຟໄໝ້ ສະຖານທີ່ບັນເທິງ ໃນມາເຊໂດນີ ເສຍຊີວິດ-ບາດເຈັບ 150 ກວ່າຄົນຂ່າວຕ່າງປະເທດ

      ເກີດເຫດໄຟໄໝ້ ສະຖານທີ່ບັນເທິງ ໃນມາເຊໂດນີ ເສຍຊີວິດ-ບາດເຈັບ 150 ກວ່າຄົນ

      3/17/2025 3:03:23 PM

      ມີຜູ້ເສຍຊີວິດ ຢ່າງໜ້ອຍ 50 ຄົນ ແລະ ບາດເຈັບ 100 ກວ່າຄົນ ຈາກ ເຫດໄຟໄໝ້ ສະຖານທີ່ບັນເທິງ (ໄນຄລັບ) ໂດຍມີ ການຈັດສະແດງ ຄອນເສີດ ໃນປະເທດ. ເຫດໄຟໄໝ້ ໄນຄລັບ ຊື່ ພັລສ ຕັ້ງຢູ່ ເມືອງໂຄຊານີ ຫ່າງຈາກ ນະຄອນຫລວງ ສະໂກເປີຍ ທາງພາກ ຕາເວັນອອກ ສຽງເໜືອ ປະມານ 100 ກິໂລແມັດ

ads
ads

Top