ກະຊວງການຕ່າງປະເທດ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ

17/03/2025 18:52
Email Print 102
ຂປລ ຂປລ. ກະຊວງການຕ່າງປະເທດ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 17 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກ ງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.



ຂປລ. ກະຊວງການຕ່າງປະເທດ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ
70 ປີ ໃນວັນທີ 17 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກ ງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ທາດແທ້, ອຸດົມການ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ໄຊຊະນະປະຫວັດສາດ ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ຜົນງານອັນໃຫຍ່ຫລວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ ໂດຍສະເພາະ ພັກເຮົາໄດ້ນຳພາການຕໍ່ສູ້ບໍ່ຍອມຈໍານົນ, ພິລະອາດຫານ ທີ່ນໍາໄປສູ່ໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ, ສືບຕໍ່ນໍາພາການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ. ພັກເຮົາເວລາໃດກໍຍຶດໝັ້ນລັດທິມາກ-ເລນິນ ເປັນພື້ນຖານ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ຍຶດຖືຫລັກໝັ້ນຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໜ້ນລະຫວ່າງ ລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫລັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວ ບັນດາເຜົ່າຕະຫລອດມາ. ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນ ກອງເສນາທິການທາງການເມືອງທີ່ສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນ ປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບ ການເມືອງແຫ່ງລະບອບ ປະຊາທິປະໄຕປະຊາຊົນ ອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດມີຄວາມສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດວັດທະນະທຳ-ສັງຄົມ ໄດ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາ ແກ້ໄຂເປັນກ້າວໆ.

 

ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນຳ
, ຄະນະກົມ, ສະມາຊິກພັກ, ພະນັກງານທັງໜົດຂອງກະຊວງການຕ່າງປະເທດ ຈົ່ງຢຶດໝັ້ນໃນແນວຄິດທິດສະດີມາກ -ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ ກໍຄື ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ຍຶດໝັ້ນ ແລະ ປະຕິບັດ ຢ່າງຖືກຕ້ອງບັນດາ ຫລັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ຍຶດໝັ້ນໃນຊົນຊັ້ນກໍາມະກອນ ແລະ ຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ ຂອງປະຊາຊົນ, ສ້າງຄວາມເປັນແບບຢ່າງທາງດ້ານແນວຄິດ ແລະ ພຶດຕິກໍາ, ຈໍາກັດແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ທັງເປັນເຈົ້າຕົນເອງ ແລະ ເສີມຂະຫຍາຍກໍາລັງແພງພາຍໃນຊາດ ສົມທົບກັບການພົວພັນຮ່ວມມືກັບສາກົນ ແລະ ບັນດາປະເທດເພື່ອນມິດຍຸດທະສາດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ, ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ຂອງພັກ ເປັນຕົ້ນ ແມ່ນບົດຮຽນການນໍາພາຂອງພັກ. ພ້ອມນັ້ນ, ກໍພ້ອມກັນຖອດຖອນບົກຮຽນ ຈາກບັນດາຂໍ້ຂາດຕົກບົກພ່ອງ ໃນໄລຍະຜ່ານມາ ເພື່ອປັບປຸງປ່ຽນແປງການນໍາພາ ຂອງພັກໃນໄລຍະໃໝ່ໃຫ້ສອດຄ່ອງ, ພ້ອມກັນສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັ້ກແໜ້ນ ເພື່ອຮັກສາບົດບາດກໍາອໍໍານາດຂອງພັກ ແລະ ນໍາພາວຽກງານການຕ່າງປະເທດ ໄປສູ່ຈຸດຫມາຍ ທີ່ວາງໄວ້.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ສສຊ ປະກອບຄໍາເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025ການເມືອງ

      ສສຊ ປະກອບຄໍາເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025

      3/17/2025 7:15:14 PM

      ຂປລ. ໃນວາລະດໍາ​ເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນ ຕໍ່ກັບຮ່າງລັດຖະທຳມະນູນ ສະບັບປັບປຸງ

    • ພັກນໍາພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນທົ່ວປວງຊົນລາວທັງຊາດການເມືອງ

      ພັກນໍາພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນທົ່ວປວງຊົນລາວທັງຊາດ

      3/17/2025 7:03:04 PM

      ຂປລ. ໃນໂອກາດເຂົ້າຮ່ວມ ສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີການນໍາພາຂອງພັກອັນມີກຽດສະຫງ່າ”ຢູ່ແຂວງຊຽງຂວາງ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ, ທັງເປັນນັກວິທະຍາສາດ ໄດ້ມີຄໍາເຫັນບາງ​ເນື້ອ​ໃນ​ສໍາຄັນວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືວຽກງານແນວໂຮມ ແລະ ວຽກງານມະຫາຊົນ ເປັນຍຸດທະສາດສຳຄັນ ຂອງການປະຕິວັດ, ຖືມະຫາຊົນເປັນບໍ່ເກີດ, ເປັນບ່ອນອີງ ແລະ ເປັນກຳ ລັງແຮງຕົ້ນຕໍຂອງພັກ.

    • ພັກກໍ່ສ້າງ-ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບ ປະກັນໄຊຊະນະ ຂອງການປະຕິວັດແຕ່ລະໄລຍະການເມືອງ

      ພັກກໍ່ສ້າງ-ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບ ປະກັນໄຊຊະນະ ຂອງການປະຕິວັດແຕ່ລະໄລຍະ

      3/17/2025 6:58:33 PM

      ຂປລ. ​ໃນ​ໂອກາດ​ເຂົ້າ​ຮ່ວມ​ສໍາ​ມະ​ນາ​ວິທະຍາສາດ ພາຍ​ໃຕ້​ຫົວ​ຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ຢູ່​ແຂວງ​ອຸດົມ​ໄຊ ​ເມື່ອ​ບໍ່​ດົນ​ມານີ້​, ທ່ານ ວິສູກ ພົມພິທັກ ຮອງຫົວໜ້າຄະນະຕັ້ງສູນກາງພັກ ​ໄດ້ໃຫ້ຮູ້ວ່າ: ໜ້າທີ່ການເມືອງຂອງພັກໄລຍະໃໝ່ ເລັ່ງທວງໃຫ້ພັກຕ້ອງກໍ່ສ້າງ-ປັບປຸງຕົນເອງ ເພື່ອເຮັດຫລ້ອນ ພາລະກໍາປະຫວັດສາດ ໃນການນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດຂອງຊາດ ໃນແຕ່ລະໄລຍະ

    • ຄະນະກຳມະການລະດັບຊາດ ສະເໜີປັບປຸງລັດຖະທຳມະນູນ ປີ 2025ການເມືອງ

      ຄະນະກຳມະການລະດັບຊາດ ສະເໜີປັບປຸງລັດຖະທຳມະນູນ ປີ 2025

      3/17/2025 12:43:35 PM

      ຂປລ. ໃນວາລະກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025 ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ສະເໜີການປັບປຸງລັດຖະທຳມະນູນ ປີ 2025. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູບ, ສອດຄອງກັບແນວທາງຂອງພັກ-ລັດ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.

    • ການນໍາພາຂອງພັກ ຕະຫລອດ ໄລຍະ 70 ປີ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່ການເມືອງ

      ການນໍາພາຂອງພັກ ຕະຫລອດ ໄລຍະ 70 ປີ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່

      3/17/2025 12:40:26 PM

      ຂປລ. ຕະຫລອດ​ໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໄດ້ນໍາພາການປະຕິວັດລາວ ແລະ ການນໍາພາ​ປະຕິບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ ​ຄື: ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໄດ້ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່, ພັກເວລາໃດກໍເອົາໃຈໃສ່ ນໍາພາ-ຊີ້ນໍໍາ ປວງຊົນລາວທັງຊາດ ເຮັດໜ້າທີ່ຂອງຕົນເປັນກ້າວໆມາ ດ້ວຍຄວາມພາກພູມໃຈ

ads
ads

Top