ຮົງກາຣີ ສະເໜີຄວາມຮຽກຮ້ອງ 12 ຂໍ້ຕໍ່ສະຫະພາບເອີຣົບ

17/03/2025 20:54
ຂປລ ທ່ານ​ ໂອບັນ ວິກ​ໂຕ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮົງ​ກາ​ຣີ​ ໄດ້​​ສະ​ເໜີ​ ຄວາມ​ຮຽກ​ຮ້ອງ 12 ຂໍ້​ຕໍ່​ສະ​ຫະ​ພາບ ​ເອີ​ຣົບ ເຊິ່ງ​ລວມ​ທັງ​ ປະ​ເທດ​ສະ​ມາ​ຊິກ​ ທັງ​ໝົດ ຂອງສະ​ຫະ​ພາບ​ເອີ​ຣົບ ​ມີ​ຄວາມ​ສະ​ເໝີ​ພາບ ​ໃນ​ກົດ​ໝາຍ, ສົ່ງ​ຄືນ​ສິດເປັນເຈົ້າ​ຂອງ​ຊາດ ​ທີ່​ຖືກສະ​ຫະ​ພາບ​ເອີ​ຣົບ​ຕັດ​ໄປ, ​ບໍ່​ຈຳ​ກັດ​ ການ​ປ້ອງ​ກັນ ​ຢູ່​ຊາຍ​ແດນ ​ເພື່ອຄຸ້ມ​ຄອງ​ຊາວ​ອົບ​ພະ​ຍົບ ​ຢ່າງ​ເຂັ້ມ​ງວດ, ບັນ​ລຸ​ສັນ​ຕິ​ພາບ, ອູ​ແກ​ຣນ ບໍ່​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ ແລະອື່ນໆ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ທ່ານ​ ໂອບັນ ວິກ​ໂຕ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮົງ​ກາ​ຣີ​ ໄດ້​​ສະ​ເໜີ​ ຄວາມ​ຮຽກ​ຮ້ອງ 12 ຂໍ້​ຕໍ່​ສະ​ຫະ​ພາບ ​ເອີ​ຣົບ ເຊິ່ງ​ລວມ​ທັງ​ ປະ​ເທດ​ສະ​ມາ​ຊິກ​ ທັງ​ໝົດ ຂອງສະ​ຫະ​ພາບ​ເອີ​ຣົບ ​ມີ​ຄວາມ​ສະ​ເໝີ​ພາບ ​ໃນ​ກົດ​ໝາຍ, ສົ່ງ​ຄືນ​ສິດເປັນເຈົ້າ​ຂອງ​ຊາດ ​ທີ່​ຖືກສະ​ຫະ​ພາບ​ເອີ​ຣົບ​ຕັດ​ໄປ, ​ບໍ່​ຈຳ​ກັດ​ ການ​ປ້ອງ​ກັນ ​ຢູ່​ຊາຍ​ແດນ ​ເພື່ອຄຸ້ມ​ຄອງ​ຊາວ​ອົບ​ພະ​ຍົບ ​ຢ່າງ​ເຂັ້ມ​ງວດ, ບັນ​ລຸ​ສັນ​ຕິ​ພາບ, ອູ​ແກ​ຣນ ບໍ່​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ ແລະອື່ນໆ.ນອກ​ນີ້, ທ່ານ ​ໂອ​ບັນ​ ຍັງ​ໄດ້​ກ່າວ​ໃນ​ພິ​ທີ​ລະ​ນຶກ ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫລວງ​ບູ​ດາແປັດ​ສ໌ ວ່າ: ໃນ​ຄວາມ​ເປັນ​ຈິງ​ແລ້ວ, ສະ​ຫະ​ພາບ​ເອີ​ຣົບ​ບໍ່​​ຢາກ​ຊ່ວຍ​ເຫລືອ ​ອູແກ​ຣນ, ແຕ່​ຢາກ​ປົກ​ຄອງ​ອູແກຣນ ​ແບບ​ລ່າ​ເມືອງ​ຂຶ້ນ. ວິ​ທີປະຕິບັດ​ກໍ​ແມ່ນ​ສົງ​ຄາມ, ດັ່ງ​ນັ້ນ ສະ​ຫະ​ພາບ​ເອີ​ຣົບ ຈຶ່ງ​ຕົກ​ລົງ​ກັນ​ວ່າ ອູ​ແກ​ຣນ ​ຄວນ​ສືບ​ຕໍ່​ ການ​ປະ​ທະ​ກັນ. ເພື່ອເປັນຄ່າຕອບແທນ, ສະຫະພາບເອີຣົບ ຈະສະຫລະຜົນປະໂຫຍດ ຂອງຮົງກາຣີ ແລະ ປະເທດສະມາຊິກອື່ນໆ ເພື່ອໃຫ້ອູແກຣນ ໄດ້ຮັບສິດທິເຂົ້າເປັນປະເທດ ສະມາຊິກ ສະຫະພາບເອີຣົບ ໄດ້ໂດຍໄວ. ຕໍ່​ກັບ​ເລື່ອງ​ນີ້, ຄຳ​ຕອບ​ຂອງ​ຮົງ​ກາ​ຣີ​ ແມ່ນ:ເອົາ​ສະ​ຫະ​ພາບ​ເອີ​ຣົບ​ໄວ້, ແຕ່ບໍ່​ໃຫ້​ມີ ​ອູ​ແກ​ຣນ.”./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top