ຂປລ
ຂປລ. ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄັ້ງທີ VII ຈັດຂຶ້ນໃນວັນທີ 10 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ, ຜູ້ແທນສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄັ້ງທີ VII ຈັດຂຶ້ນໃນວັນທີ 10 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ, ຜູ້ແທນສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ, ຮອງເລຂາຄະນະພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານບົດລາຍງານ ການເມືອງ ແລະ ຜ່ານບົດສຳຫລວດການນຳພາລວມ ຂອງຄະນະ ພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະໄໝທີ VI ເຊິ່ງໄດ້ສະຫລຸບຕີລາຄາຜົນ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ເປັນຕົ້ນ ບັນດາຜົນງານ-ດ້ານດີ ແລະ ຈຸດອ່ອນຂໍ້ຄົງຄ້າງ,ສາເຫດ ແລະ ບາງບັນຫາທີ່ເປັນບົດຮຽນໃນຕໍ່ໜ້າ. ຕະຫລອດໄລຍະ 5 ປີ ຜ່ານມາ ຄະນະພັກກົມໃຫຍ່ການເມືອງ ປກສ ໄດ້ເປັນເຈົ້າການນໍາພາວຽກງານ ສຶກສາອົບຮົມການເມືອງ-ແນວຄິດ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ປັບປຸງກໍ່ສ້າງພັກ-ພະນັກງານ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ, ມີຄວາມບາກບັ່ນພະຍາຍາມ ໃນການນຳພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໄດ້ມີຜົນສຳເລັດໃນຫລາຍດ້ານ. ກອງປະຊຸມໃຫຍ່ ໄດ້ເປັນເອກະພາບຮັບຮອງເອົາທິດທາງໜ້າທີ່, ຄາດໝາຍສູ້ຊົນ, ແຜນຍຸດທະສາດປັບປຸງກຳລັງ ປ້ອງກັນຄວາມສະຫງົບ ໃຫ້ປອດໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ.

ພ້ອມນີ້, ຜູ້ແທນກອງປະຊຸມໄດ້ພ້ອມກັນ ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກຕັ້ງເອົາຄະນະ ບໍລິຫານງານພັກ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະໄໝທີ VII ໂດຍມີຜູ້ສະໝັກ 17 ສະຫາຍ ແລະ ເລືອກເອົາ 15 ສະຫາຍ ເພື່ອເປັນແກນນຳໃນການນຳພາ ທົ່ວອົງຄະນະພັກ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຊຸດທີ VII ໄດ້ເລືອກເອົາ ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ເປັນເລຂາຄະນະບໍລິຫານງານພັກ ກົມໃຫຍ່ການ ເມືອງປ້ອງກັນ ຄວາມສະຫງົບ, ສະຫາຍ ພົຈວ ປອ ຫຸມພັນ ຜິວເຂັມພອນ ເປັນຮອງເລຂາ, ສະຫາຍ ພົຈວ ຊາຍຄອງ ເພັດຊະວົງ ເປັນປະທານກວດກາ, ສະຫາຍ ພັທ ພອນເພັດ ແສງສີລິຈັນ ແລະ ສະຫາຍ ພັທ ຄອນສະຫວັນ ໄຊຍະວົງ ເປັນຮອງປະທານກວດກາ, ພ້ອມນີ້ຍັງໄດ້ເລືອກເອົາຄະນະປະຈໍາພັກ ແລະ ແລະ ກໍາມະການພັກກົມໃຫຍ່ ການເມືອງປ້ອງກັນ ຄວາມສະຫງົບ ຕື່ມອີກ. ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນ ຄວາມສະຫງົບ ຈໍານວນ 24 ສະຫາຍ.
ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ນຳເອົາບັນດາທັດສະນະຊີ້ນຳ ກໍຄື ຈິດໃຈບຸກທະລຸໃນການສືບຕໍ່ປັບປຸງ ແລະ ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ເພື່ອເປັັນທິດ ໃນການຄົ້ນຄວ້າ ແລະ ນຳໄປຈັດຕັ້ງປະຕິ ບັດໃຫ້ເກີດໝາກເກີດຜົນຕົວຈິງ, ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ເປັນກຳລັງທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຮັບໃຊ້ປະຊາຊົນ ຢ່າງສຸດໃຈ.
ຂ່າວ: ວິທະຍຸ ປກສ
KPL