ຮອງປະທານປະເທດ ຕ້ອນຮັບທູດຟິລິບປິນ ເຂົ້າຢ້ຽມອໍາລາ

11/03/2025 12:05
Email Print 146
ຂປລ ຂປລ. ໃນວັນທີ 11 ມີນາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ດີນາ ຈອຍ ອາມາຕົງ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ.



ຂປລ. ໃນວັນທີ 11 ມີນາ 2025 ນີ້
, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ດີນາ ຈອຍ ອາມາຕົງ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ດີນາ ຈອຍ ອາມາຕົງ  ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດ ຢ່າງຈົບງາມ ເຊິ່ງໄດ້ປະກອບສ່ວນເຂົ້າໃນ ການຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຟິລິບປິນ, ທັງໄດ້ປະກອບສ່ວນເຂົ້າໃນ ການສົ່ງເສີມ ການພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດ ດ້ວຍຄວາມ ສະຫວັດດີພາບ ແລະ ປະສົບຜົນສຳເລັດໃນພາລະກິດໃໝ່ຂອງຕົນ.




ທ່ານ ນາງ ດີນາ ຈອຍ ອາມາຕົງ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານຮອງປະທານປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ
, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳຂອງ ພັກ, ລັດ ຂອງ ສປປ ລາວ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະ ການປະຕິບັດໜ້າ ທີ່ວຽກງານຂອງຕົນ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ, ພ້ອມທັງສະແດງຄວາມເຊື້ອໝັ້ນວ່າ ທ່ານທູດຟິລິບປິນ ຄົນໃໝ່ ຈະສືບຕໍ່ສຸມທຸກເຫື່ອແຮງ, ສະຕິປັນຍາຂອງຕົນ ເພື່ອປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບໄດ້ຮັບ ການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ຫາລືແກ້ໄຂບັນຫາການສົ່ງອອກສິນຄ້າກະສິກໍາການເມືອງ

      ຫາລືແກ້ໄຂບັນຫາການສົ່ງອອກສິນຄ້າກະສິກໍາ

      3/11/2025 3:18:42 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມວິສາມັນ ຄະນະກໍາມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ເພື່ອປຶກສາຫາລືແກ້ໄຂບັນຫາ ການສົ່ງອອກສິນຄ້າກະສິກໍາ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້້າແຂວງ ແລະ ຮອງເຈົ້າແຂວງຈໍາປາສັກ, ຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ກົມກອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດຜູ້ປະກອບການສົ່ງອອກ ເຂົ້າຮ່ວມ.

    • ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີຫວຽດນາມການເມືອງ

      ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີຫວຽດນາມ

      3/11/2025 3:13:36 PM

      ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນລາວ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ.

    • ອົງຄະນະພັກ ກົມໃຫຍ່ການເມືອງ ປ້ອງກັນ ຄວາມສະຫງົບ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIIການເມືອງ

      ອົງຄະນະພັກ ກົມໃຫຍ່ການເມືອງ ປ້ອງກັນ ຄວາມສະຫງົບ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII

      3/11/2025 12:27:37 PM

      ຂປລ. ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄັ້ງທີ VII ຈັດຂຶ້ນໃນວັນທີ 10 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ, ຜູ້ແທນສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ງານວາງສະແດງສິນຄ້າ ລາວ-ຫວຽດນາມ 2025 ຈະຈັດຂຶ້ນໃນກາງເດືອນກໍລະກົດ ນີ້ການເມືອງ

      ງານວາງສະແດງສິນຄ້າ ລາວ-ຫວຽດນາມ 2025 ຈະຈັດຂຶ້ນໃນກາງເດືອນກໍລະກົດ ນີ້

      3/11/2025 12:10:19 PM

      ຂປລ. ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ແລະ ສູນການຄ້າລາວ-ໄອເຕັກ, ຈະຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2025 “ Lao-Viet Trade Fair 2025 ” ໃນລະຫວ່າງວັນທີ 17-21 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ.

    • ຄະນະກໍາມາທິການຮ່ວມມື ລາວ-ລຸກຊໍາບວກ, ລຸກຊໍາບວກ-ລາວ ທົບທວນການຮ່ວມມືໄລຍະຜ່ານມາການເມືອງ

      ຄະນະກໍາມາທິການຮ່ວມມື ລາວ-ລຸກຊໍາບວກ, ລຸກຊໍາບວກ-ລາວ ທົບທວນການຮ່ວມມືໄລຍະຜ່ານມາ

      3/11/2025 11:58:36 AM

      ຂປລ. ເມື່ອບໍ່ດົນມານີ້, ລັດຖະບານ ແຫ່ງ ຣາຊະອານາຈັກລຸກຊໍາບວກ ແລະ ລັດຖະບານ ແຫ່ງ ສປປ ລາວ ຈັດກອງປະຊຸມ ຄະນະກໍາມາທິການຮ່ວມມື ລຸກຊໍາບວກ-ລາວ, ລາວ-ລຸກຊໍາບວກ ຄັ້ງທີ XVI ຢູ່ນະຄອນ ຫລວງລຸກຊຳບວກ

ads
ads

Top