ງານວາງສະແດງສິນຄ້າ ລາວ-ຫວຽດນາມ 2025 ຈະຈັດຂຶ້ນໃນກາງເດືອນກໍລະກົດ ນີ້

11/03/2025 12:10
Email Print 191
ຂປລ ຂປລ. ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ແລະ ສູນການຄ້າລາວ-ໄອເຕັກ, ຈະຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2025 “ Lao-Viet Trade Fair 2025 ” ໃນລະຫວ່າງວັນທີ 17-21 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ.


ຂປລ. ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ແລະ ສູນການຄ້າລາວ-ໄອເຕັກ, ຈະຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2025 “ Lao-Viet Trade Fair 2025 ” ໃນລະຫວ່າງວັນທີ 17-21 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້, ເພື່ອເປັນການສືບຕໍ່​ເພີ່ມ​ທະ​ວີ ແລະ ເສີມຂະຫຍາຍສາຍພົວພັນ ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ທີ່ມີມາຍາວນານ, ຄວາມ​ສາມັກຄີແບບພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ລາວ-ຫວຽດ​ນາມ ໂດຍສະເພາະ ການເພີ່ມທະວີຄວາມຮ່ວມມື ທາງດ້ານການຄ້າລາວ-ຫວຽດນາມ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ.ພ້ອມກັນນີ້, ກໍເປັນການ ເປີດໂອກາດໃຫ້ນັກທຸລະກິດ, ຜູ້ປະກອບການຂອງ 2 ປະເທດ ໄດ້ມີການແລກປ່ຽນບົດ ຮຽນ,  ແນະນໍາຄຸນນະພາບສິນຄ້າຂອງກັນ ແລະ ກັນ ເພື່ອກ້າວໄປເຖິງ ການຊື້-ຂາຍສິນຄ້າ ໃຫ້ຫລາຍຂຶ້ນກວ່າເກົ່າ. ງານວາງສະແດງສິນຄ້າຄັ້ງນີ້, ແມ່ນກິດຈະກຳໜຶ່ງທີ່ຈະກະຕຸ້ນ ການຄ້າສອງຝ່າຍໃຫ້ມີການຂະຫຍາຍຕົວ,  ທັງເປັນ ການຜັນຂະຫຍາຍ ສົນທິສັນຍາການຄ້າ ຂອງສອງລັດຖະບານ ຊຶ່ງໄດ້ກຳນົດມູນຄ່າການຄ້າ ໃຫ້ບັນລຸຕາມເປົ້າໝາຍທີ່ ວາງໄວ້. 

ການຈັດງານໃນ​ຄັ້ງ​ນີ້, ຈະມີຫ້ອງວາງສະແດງສິນຄ້າທັງໝົດ 200 ກວ່າຫ້ອງ. ໃນນັ້ນ, ມີທຸລະກິດຈາກ ສສ ຫວຽດນາມ ແລະ ພາກທຸລະກິດລາວເຂົ້າຮ່ວມຈາກທົ່ວປະເທດ. ສໍາລັບສິນ​ຄ້າ​ທີ່​ນໍາມາ ​ວາງ​ສະ​ແດງສ່ວນ​ໃຫຍ່​ ຈະແມ່ນເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າກະສິກໍາປຸງແຕ່ງ, ຜະລິດຕະພັນການກະເສດ, ເຄື່ອງຫັດຖະກຳ, ເຄື່ອງຕັດຫຍິບ-ແຟຊັ້ນ, ອາຫານທະເລ, ເຄື່ອງເຟີນີເຈີ, ຢາ ແລະ ອຸປະກອນການແພດ. ນອກຈາກການວາງສະແດງ ສິນຄ້າແລ້ວ, ພາຍໃນງານຍັງມີກິດຈະກໍາອື່ນໆເຊັ່ນ: ການແຈກຢາຍສິນຄ້າໂປຣໂມຊັນ ຈໍານວນໜຶ່ງ ໃຫ້ຜູ້ມາຊົມງານ, ການສະແດງສິລະປະ-ວັນນະຄະດີ ທີ່ເປັນເອກະລັກໂດດເດັ່ນ ຂອງສອງຊາດ ລາວ-ຫວຽດນາມ ແລະ ການຮ້ອງເພງ ລາວ-ຫວຽດນາມ ຂອງນັກຮຽນ ແລະ ໄວໜຸ່ມ. ພິເສດ ຈະມີສິລະປະຈາກ ສສ ຫວຽດນາມ ມາສະແດງໃຫ້ ຊົມທຸກມື້ຕະຫລອດໄລຍະຈັດງານ.

KPL

ຂ່າວອື່ນໆ

    • ຫາລືແກ້ໄຂບັນຫາການສົ່ງອອກສິນຄ້າກະສິກໍາການເມືອງ

      ຫາລືແກ້ໄຂບັນຫາການສົ່ງອອກສິນຄ້າກະສິກໍາ

      3/11/2025 3:18:42 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມວິສາມັນ ຄະນະກໍາມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ເພື່ອປຶກສາຫາລືແກ້ໄຂບັນຫາ ການສົ່ງອອກສິນຄ້າກະສິກໍາ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້້າແຂວງ ແລະ ຮອງເຈົ້າແຂວງຈໍາປາສັກ, ຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ກົມກອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດຜູ້ປະກອບການສົ່ງອອກ ເຂົ້າຮ່ວມ.

    • ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີຫວຽດນາມການເມືອງ

      ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີຫວຽດນາມ

      3/11/2025 3:13:36 PM

      ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນລາວ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ.

    • ອົງຄະນະພັກ ກົມໃຫຍ່ການເມືອງ ປ້ອງກັນ ຄວາມສະຫງົບ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIIການເມືອງ

      ອົງຄະນະພັກ ກົມໃຫຍ່ການເມືອງ ປ້ອງກັນ ຄວາມສະຫງົບ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII

      3/11/2025 12:27:37 PM

      ຂປລ. ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄັ້ງທີ VII ຈັດຂຶ້ນໃນວັນທີ 10 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ, ຜູ້ແທນສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຟິລິບປິນ ເຂົ້າຢ້ຽມອໍາລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຟິລິບປິນ ເຂົ້າຢ້ຽມອໍາລາ

      3/11/2025 12:05:14 PM

      ຂປລ. ໃນວັນທີ 11 ມີນາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ດີນາ ຈອຍ ອາມາຕົງ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ.

    • ຄະນະກໍາມາທິການຮ່ວມມື ລາວ-ລຸກຊໍາບວກ, ລຸກຊໍາບວກ-ລາວ ທົບທວນການຮ່ວມມືໄລຍະຜ່ານມາການເມືອງ

      ຄະນະກໍາມາທິການຮ່ວມມື ລາວ-ລຸກຊໍາບວກ, ລຸກຊໍາບວກ-ລາວ ທົບທວນການຮ່ວມມືໄລຍະຜ່ານມາ

      3/11/2025 11:58:36 AM

      ຂປລ. ເມື່ອບໍ່ດົນມານີ້, ລັດຖະບານ ແຫ່ງ ຣາຊະອານາຈັກລຸກຊໍາບວກ ແລະ ລັດຖະບານ ແຫ່ງ ສປປ ລາວ ຈັດກອງປະຊຸມ ຄະນະກໍາມາທິການຮ່ວມມື ລຸກຊໍາບວກ-ລາວ, ລາວ-ລຸກຊໍາບວກ ຄັ້ງທີ XVI ຢູ່ນະຄອນ ຫລວງລຸກຊຳບວກ

ads
ads

Top