ປີ 2025 ໂຮງງານປຸງແຕ່ງທອງ-ຄຳພູຄຳ ຈະຂົ່ນແຮ່ອອກຈາກບໍ່ໃຫ້ໄດ້ 29 ລ້ານໂຕນ

12/03/2025 09:42
Email Print 866
ຂປລ ປີຜ່ານມາໂຮງງານປຸງແຕ່ງທອງ-ຄຳພູຄຳ ສາມາດຂົນແຮ່ອອກຈາກບໍ່ໄປໃສ່ໂຮງງານ ແລະ ຂົນສິ່ງເສດເຫລືອທີ່ບໍ່ແມ່ນແຮ່ອອກຈາກບໍ່ໄດ້ປະມານ 30 ລ້ານໂຕນ ເຊິ່ງການສຳປະທານຂອງໂຮງງານດັ່ງກ່າວ ຈະດຳເນີນໄປຮອດໄຕມາດທໍາອິດຂອງປີ 2026.

     *ປີຜ່ານມາໂຮງງານປຸງແຕ່ງທອງ-ຄຳພູຄຳ ສາມາດຂົນແຮ່ອອກຈາກບໍ່ໄປໃສ່ໂຮງງານ ແລະ ຂົນສິ່ງເສດເຫລືອທີ່ບໍ່ແມ່ນແຮ່ອອກຈາກບໍ່ໄດ້ປະມານ 30 ລ້ານໂຕນ ເຊິ່ງການສຳປະທານຂອງໂຮງງານດັ່ງກ່າວ ຈະດຳເນີນໄປຮອດໄຕມາດທໍາອິດຂອງປີ 2026 ພາຍຫລັງສິ້ນສຸດການດຳເນີນໂຄງແລ້ວ ຕາມແຜນແມ່ນຈະຖົມຄືນກ່ອນມອບໃຫ້ລັດຖະບານກໍຄືອົງການປົກຄອງທ້ອງຖິ່ນເພື່ອນຳໃຊ້ໃນອະນາຄົດ.

    ທ່ານ ຂັນຊະນະ ຫົວໜ້າດູແລ ການຂຸດຄົ້ນພາກສະໜາມໂຮງງານປຸງແຕ່ງທອງ-ຄຳພູຄຳ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ເມືອງອານຸວົງ ແຂວງໄຊສົມບູນ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບ່ໍດົນນີ້ວ່າ: ການຂຸດຄົ້ນບໍ່ທອງ-ຄຳພູຄຳ ເລີ່ມມາແຕ່ປີ 2007 ການ ຂຸດຄົ້ນເປັນບໍ່ເປີດມີເນື້ອທີ່ປະມານ 3 ກິໂລແມັດ ເລິກປະມານ 300-400 ກວ່າແມັດ ເປັນບ່ໍທອງແດງ. ໃນ ປີ 2024 ສາມາດຂົນແຮ່ອອກຈາກບໍ່ໄປໃສ່ໂຮງງານຂົນສິ່ງເສດເຫລືອອອກຈາກ ບໍ່ໄດ້ປະມານ 30 ລ້ານໂຕນ ເຫັນວ່າການຈັດຕັ້ງປະຕິບັດແມ່ນສາມາດບັນລຸໄດ້ຕາມເປົ້າໝາຍທ່ີວາງໄວ້. ສຳລັບປີ 2025 ນີ້, ກຳລັງຂຸດຄົ້ນຢູ່ຈຸດທີ 8 ເປົ້າໝາຍ ໃຫ້ສາມາດຂົນແຮ່ ແລະ ສິ່ງເສດເຫລືອອອກຈາກບໍ່ໃຫ້ໄດ້ປະມານ 29 ລ້ານໂຕນ ເຊິ່ງມາຮອດປັດຈຸບັນກຳລັງດຳເນີນການຂຸດຄົ້ນໄປໄດ້ດີພໍສົມຄວນ.

     ຢ່າງໃດກໍດີ ໄປຄຽງຄູ່ກັບການຂຸດຄົ້ນໂຮງງານປຸງແຕ່ງທອງ-ຄຳພູຄຳ ຍັງໄດ້ເອົາໃຈໃສ່ດ້ານຄວາມປອດໂດຍນຳໃຊ້ລະບົບຄວາມປອດໄພຂອງສາກົນເຊັ່ນ: ການຄຸ້ມຄອງຄວາມປອດໄພຂອງພະນັກງານ, ການຄຸ້ມຄອງພາຫະນະຮັບໃຊ້ຕ່າງໆໄດ້ຮັບການກວດກາ ມາດຕະຖານດ້ານເຕັກນິກຕ່າງໆຂອງສາກົນວາງອອກ. ພ້ອມດຽວກັນນັ້ນ, ກໍໄດ້ເອົາໃຈໃສ່ຕໍ່ການຮັກສາສິ່ງແວດລ້ອມຢ່າງເຄັ່ງຄັດ ໂດຍນຳໃຊ້ລະບົບການຈັດການສິ່ງແວດລ້ອມສາກົນ, ການຈັດການນໍ້າເສຍບໍ່ໃຫ້ໄຫລລົງສູ່ແມ່ນໍ້າເດັດຂາດກວດຄຸ້ມຄອງສານເຄມີທີ່ນຳໃຊ້ໃນໂຮງງານບໍ່ໃຫ້ໄຫລໄປສູ່ພາຍນອກກ່ອນມີການບຳບັດໃຫ້ມີຄວາມປອດໄພ.

ໂດຍ: ຢ່່າຕົ່ງ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top