ປີນີ້ ແຂວງບໍ່ແກ້ວ ຕັ້ງໜ້າສູ້ຊົນຫລາຍວຽກໃຫ້ບັນລຸຕາມແຜນ

11/03/2025 10:21
Email Print 630
ຂປລ ປີ 2025 ນີ້, ແຂວງບໍ່ແກ້ວ ໄດ້ເປົ້າສູ້ຊົນຫລາຍໜ້າວຽກທີ່ຍັງຄົງຄ້າງໃຫ້ປະສົບຜົນສຳເລັດຕາມແຜນທ່ີວາງໄວ້ ໂດຍສະເພາະແມ່ນວຽກງານກ່ໍສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ເຊິ່ງເປັນແນວໃດນັ້ນພວກເຮົາໄປຮູ້ພ້ອມໆກັນ.

    *ປີ 2025 ນີ້, ແຂວງບໍ່ແກ້ວ ໄດ້ເປົ້າສູ້ຊົນຫລາຍໜ້າວຽກທີ່ຍັງຄົງຄ້າງໃຫ້ປະສົບຜົນສຳເລັດຕາມແຜນທ່ີວາງໄວ້ ໂດຍສະເພາະແມ່ນວຽກງານກ່ໍສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ເຊິ່ງເປັນແນວໃດນັ້ນພວກເຮົາໄປຮູ້ພ້ອມໆກັນ. ຢູ່ໃນກອງປະຊຸມສະຫລຸບຖອດຖອນບົດຮຽນວຽກງານຫ້ອງວ່າການ, ວຽກກໍ່ສ້າງຮາກການເມືອງປີ 2024 ແລະ ທິດທາງແຜນການ 2025 ທ່ີຈັດຂ້ຶນບ່ໍດົນນີ້ວ່າ: ຄະນະພັກແຕ່ລະຂັ້ນແມ່ນໄດ້ເອົາໃຈໃສ່ຖືເອົາວຽກງານກ່ໍສ້າງຮາກຖານການເມືອງເປັນ ສຳຄັນເຮັດໃຫ້ຢູ່ຂັ້ນຮາກຖານມີຄວາມເຂ້ັມແຂງ, ໄດ້ກຳນົດແຜນວຽກຂອງຕົນເປັນແຕ່ລະໄລຍະ ແລະ ໄດ້ນຳເອົາບັນດານິຕິກໍາຂອງພັກ-ລັດ ມາຈັດຕັ້ງຜັນຂະຫຍາຍ ເປັນມະຕິ, ຄຳສັ່ງ, ຄຳແນະນໍາຂອງຄະນະປະຈຳພັກ, ໄດ້ແບ່ງຄວາມຮັບຜິດຊອບໃນການຊີ້ນໍາ ວຽກງານກ່ໍສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກ 3 ສ້າງ ແມ່ນຕ້ອງໄດ້ເອົາໃຈໃສ່ສືບຕໍ່ຄົ້ນຄວ້າ ແລະ ປັບປຸງກົນໄກ, ວິທີການປັບປຸງລະບົບການເມືອງຢູ່ຮາກຖານໃຫ້ເຂັ້ມແຂງນໍາພາສັງຄົມຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ, ເພີ່ມທະວີຄວາມຮັບຜິດຊອບແບ່ງຂັ້ນຄຸ້ມຄອງໃຫ້ທ້ອງຖິ່ນຫລາຍຂຶ້ນ. ການຫັນລົງກ່ໍສ້າງຮາກຖານການເມືອງຕາມສາຍວິຊາສະເພາະ, ສຸມງົບປະມານ, ເຕັກນິກ-ວິຊາການຂອງຕົນເຂ້ົາໃສ່ແກ້ໄຂວຽກງານທີ່ຍັງຄົງຄ້າງຢູ່ບັນດາບ້ານຈຸດສຸມຢ່າງເປັນເຈົ້າການແຕ່ຫົວທີ່, ການຂຸດຄົ້ນນໍາໃຊ້ທ່າແຮງຢູ່ກັບທີ່ສ້າງເສດຖະກິດເອກະລາດເປັນເຈ້ົາຕົນເອງປະຕິບັດຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ”, “ 3 ເຂັ້ມ 3 ບຸກ” ຕິດພັບກັບຂອງຂະແໜງການ. ສືບຕ່ໍສ້າງເມືອງປາກທາ ໃຫ້ກາຍເປັນເມືອງພົ້ນທຸກ; ສ້າງຄອບຄົວພ້ົນທຸກໃຫ້ໄດ້ 2.446 ຄອບຄົວ; ສ້າງບ້ານພົ້ນທຸກ19 ບ້ານ, ສ້າງເມືອງຫ້ວຍຊາຍ ແລະ ຫເມືອງຕົ້ນເຜິ້ງ ໃຫ້ກາຍເປັນເມືອງເຂັ້ນແຂງຮອບດ້ານ; ສືບຕໍ່ປະຕິບັດຕາມ 4 ມາດຕະຖານ 6 ຕົວຊີ້ບອກທີ່ຍັງບໍ່ທັນບັນລຸຄື: ສ້າງຄອບຄົວ ແລະ ບ້ານພັດທະນາໃຫ້ກວມ 85% ຂຶ້ນໄປ; ສ້າງຖານລາຍຮັບເພື່ອຕອບສະໜອງໃຫ້ແກ່ລາຍຈ່າຍ, ມີເງິນແຮ່ສຸກເສີນຕາມນະໂຍບາຍງົບປະມານ; ສ້າງເປັນເມືອງກໍາມະບານ 5 ເປັນເຈົ້າ ແລະ ເປັນເມືອງສະຫະພັນນັກຮົບເກົ່າ 3 ດີ 6 ຮັກສາ; ສ້າງບ້ານປ້ອງກັນຊາດເຂັ້ມແຂງ-ບ້ານປ້ອງກັນຄວາມສະຫງົບດີໃຫ້ກວມ 85% ຂຶ້ນໄປ. ສືບຕໍ່ນຳພາ-ຊີ້ນໍາ, ຕິດຕາມ, ຊຸກຍູ້ການຈັດຕ້ັງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງວຽກງານພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຢູ່ໃນ 46 ຈຸດສຸມຂອງແຂວງສຸມໃສ່ແກ້ໄຂບ້ານທຸກຍາກ, ສ້າງຈຸດສຸມຕົວແບບພັດທະນາຊົນນະບົດໃໝ່, ຈຸດສຸມດ້ານ ປກຊ-ປກສ ແລະ ຈຸດສຸມບ້ານໃຫຍ່ໃຫ້ກາຍເປັນຕົວເມືອງໃນ ຊົນນະບົດໃຫ້ໄດ້ຕາມແຜນການ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກການສ້າງຄອບຄົວ, ບ້ານ ແລະ ເມືອງພົ້ນທຸກ.

   ສຳລັບການສ້າງຄອບຄົວພ້ົນທຸກໃຫ້ໄດ້ 2,446 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 19 ບ້ານນັ້ນ, ເມືອງຫ້ວຍຊາຍ 1 ບ້ານ, ຕົ້ນເຜິ້ງ 2 ບ້ານ, ເມິງ 1 ບ້ານ, ຜາອຸດົມ 10 ບ້ານ ແລະ ເມືອງປາກທາ 5 ບ້ານ, ກໍ່ສ້າງເສັ້ນທາງເຂົ້າຫາ ບ້ານໃຫ້ທຽວໄດ້ 2 ລະດູ; ປັບປຸງ ແລະ ກໍ່ສ້າງລະບົບນໍ້າລິນບ້ານໃນເຂດພູດອຍໃຫ້ໄດ້ມາດຕະຖານ ແລະ ພຽງພໍ; ສ້າງຄອບຄົວພົ້ນທຸກພາຍໃນບ້ານໃຫ້ກວມ 70% ຂຶ້ນໄປ. ສ້າງເມືອງພົ້ນທຸກໃຫ້ໄດ້ 1 ເມືອງຄື: ເມືອງປາກທາ ໂດຍສືບຕໍ່ຈັດຕັ້ງປະຕິບັດຕາມ 2 ມາດຕະຖານ ທີ່ຍັງບໍ່ທັນບັນລຸຄື: ມາດຕະຖານ ທີ 5 (ມີເສັ້ນທາງເຂົ້າເຖິງທຽວໄດ້ຕະຫລອດປີ ແລະ ເຊື່ອມຈອດທຸກໆບ້ານພາຍໃນເມືອງ) ແລະ ມາດຕະຖານທີ 9 (ເມືອງມີບ້ານພົ້ນທຸກກວມ 70% ຂຶ້ນໄປ); ສືບຕໍ່ສ້າງຄອບຄົວພັດທະນາໃຫ້ໄດ້ 4.286 ຄອບຄົວ ສ້າງຄອບຄົວໃຫ້ກາຍເປັນຄອບຄົວຕົວແບບຕ່າງໆ ຂອງຂະແໜງການເຊັ່ນ: ຄອບຄົວ ສາມັກຄີປອງດອງ, ຄອບຄົວ 3 ດີ 6 ຮັກສາ, ຄອບຄົວວັດທະນະທໍາ, ຄອບຄົວປ້ອງກັນຊາດເຂັ້ມ ແຂງ, ຄອບຄົວ, ບ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບດີໃຫ້ກວມ 85% ຂຶ້ນໄປ; ສ້າງບ້ານພັດທະນາໃຫ້ໄດ້ 45 ບ້ານ. ໃນນັ້ນ; ເມືອງຫ້ວຍຊາຍ ມີ 8 ບ້ານ, ຕົ້ນເຜິ້ງ 7 ບ້ານ, ເມິງ 3 ບ້ານ, ຜາອຸດົມ 18 ບ້ານ ແລະ ເມືອງປາກທາ 9 ບ້ານ; ສ້າງບ້ານໃຫ້ກາຍເປັນບ້ານຕົວແບບຕ່າງໆ. ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 2 ເມືອງ ຄື: ເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ. ສືບຕໍ່ຈັດຕັ້ງປະຕິບັດຕາມ 4 ມາດຕະຖານ 6 ຕົວຊີ້ບອກໃຫ້ບັນລຸຄື: ສ້າງຄອບຄົວ ແລະ ບ້ານພັດທະນາໃຫ້ກວມ 85% ຂຶ້ນໄປ; ສ້າງຖານລາຍຮັບເພື່ອສະໜອງໃຫ້ແກ່ລາຍຈ່າຍ, ມີເງິນແຮສຸກເສີນໄວ້. ການສ້າງຕົວແບບດ້ານການ ພັດທະນາຊົນນະບົດໃໝ່.ສືບຕໍ່ສ້າງຄອບຄົວ ແລະ ກຸ່ມຜະລິດທີ່ໄດ້ກໍານົດເປັນເປົ້າໝາຍ ເພ່ືອສ້າງເປັນໜໍ່ແໜງຂອງຄອບຄົວ ແລະ ກຸ່ມຕົວແບບດ້ານການພັດທະນາຊົນນະບົດໃໝ່ ມີ 10 ເປົ້າໝາຍຄື: ການສ້າງເປັນຄອບຄົວຕົວແບບມີ 7 ຄອບຄົວ, ມີ 3 ກິດຈະກໍາຄື: ລ້ຽງແບ້, ງົວ ແລະ ຄວາຍ; ສ້າງເປັນກຸ່ມຕົວແບບມີ 3 ກຸ່ມຄື: ລ້ຽງງົວ, ຜະລິດແຜ່ນແພ ແລະ ຫັດຖະກໍາຢູກວາດແຂມ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາ ເພື່ອສ້າງກຸ່ມບ້ານນາຄໍາເມືອງຕົ້ນເຜ້ິງ ໃຫ້ກາຍເປັນຕົວແບບດ້ານການພັດທະນາຊົນນະບົດໃໝ່. 

ໂດຍ: ເຂົ້າຈານນ້ຳ

KPL

ຂ່າວອື່ນໆ

    • ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາບົດ-ສາລະຄະດີ

      ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາ

      3/26/2025 10:50:50 AM

      ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ທົ່ວປະເທດ ໄດ້ພ້ອມກັນສະເຫລີມສະຫລອງໂຮມຊຸມນຸມວັນດ່ັງກ່າວ ຢ່າງມີຄວາມໝາຍເລິກເຊ່ິງ.

    • ຄຸນປະໂຫຍດຂອງຜັກກະລໍ່າບົດ-ສາລະຄະດີ

      ຄຸນປະໂຫຍດຂອງຜັກກະລໍ່າ

      3/26/2025 10:04:23 AM

      ຜັກກະລໍ່າ ແມ່ນຜັກທີ່ຄົນນິຍົມບໍລິໂພກ ເນື່ອງຈາກສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍເຍື່ອງ ບໍ່ວ່າຈະນໍາມາເຮັດເຍື່ອເຂົ້າປຸ້ນ, ເຮັດສົ້ມຜັກ, ຂ້ົວ ຫລື ລວກກັບແຈ່ວ ແລະ ອ່ືນໆ ແລ້ວແຕ່ຈະນຳມາປະຍຸກໃນອາຫານ.

    • ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານບົດ-ສາລະຄະດີ

      ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານ

      3/25/2025 9:15:56 AM

      ຖ້າຈະເອີຍເຖິງຮ້ານເຂົ້າປຽກນາງ ສອນ ບ້ານດົງປາລານ ຫລາຍຄົນຕ້ອງອາດຄຸນເຄີຍ ຫລື ຫລາຍຄົນກໍອາດຈະເປັນຂາປະຈໍາກໍເປັນໄດ້ ເພາະຮ້ານເພີ່ນເປັນອີກຮ້ານໜຶ່ງທີ່ເປີດມາຍາວນານ ຊຶ່ງເລີ່ມເປີດແຕ່ ປີ 2006 ຕອນນັ້ນ ຂາຍເລີ່ມຕົ້ນຖ້ວຍ 3.000 ກີບເທົ່ານັ້ນ ຈົນວັນເວລາຜ່ານໄປເສດຖະກິດກໍມີການປ່ຽນແປງຂຶ້ນຕາມເສດຖະກິດໂລກ ຈຶ່ງເຮັດໃຫ້ການຄ້າຂາຍກໍມີການເໜັງຕີງຂຶ້ນຕາມການເວລາສັງເກດໄດ້ຈາກລາຄາ 3.000 ສູ່ 30.000 ກີບໃນປັດຈຸບັນ.

    • ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີບົດ-ສາລະຄະດີ

      ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີ

      3/24/2025 7:03:22 PM

      ພາຍໃຕ້ການນໍາພາ-ຊີ້ນຳອັນສະຫລາດສ່ອງໃສຂອງພັກ ກໍຄືອົງການຈັດຕັ້ງຕ່າງໆ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ ເຫັນໄດ້ວຽກງານພັດທະນາແກ້ໄຂ້ຄວາມທຸກຍາກຂອງປະຊາຊົນເປັນວຽກງານສຳຄັນ ໂດຍໄດ້ສົ່ງເສີມການຜະລິດກະສິກຳການປູກ-ການລ້ຽງ ເພື່ອຂາຍກາຍເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ.

    • ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານບົດ-ສາລະຄະດີ

      ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ

      3/24/2025 6:57:08 PM

      ທ້າຍອາທິດຜ່ານມານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.

ads
ads

Top