ຂປລ
ຫົວກະຫລົດ ເປັນຜັກທີ່ຮັບປະທານສ່ວນຫົວຂອງມັນ, ມີລົດຊາດຫວານກອບຈຶ່ງກາຍເປັນຜັກຍອດນິຍົມທີ່ສໍາຄັນອຸດົມໄປດ້ວຍວິຕາມິນເອ ແລະ ເກືອແຮ່ຈະເລີນເຕີບໂຕດີ, ແຕ່ບໍ່ໝາຍຄວາມວ່າຈະປູກລະດູອື່ນບໍ່ໄດ້, ກະຫລົດສາມາດປູກໄດ້ຕະຫລອດປີ ແຕ່ຈະໃຫ້ຜົນເກັບກ່ຽວດີທີ່ສຸດແມ່ນໃນລະດູໜາວ.
*ຫົວກະຫລົດ ເປັນຜັກທີ່ຮັບປະທານສ່ວນຫົວຂອງມັນ, ມີລົດຊາດຫວານກອບຈຶ່ງກາຍເປັນຜັກຍອດນິຍົມທີ່ສໍາຄັນອຸດົມໄປດ້ວຍວິຕາມິນເອ ແລະ ເກືອແຮ່ຈະເລີນເຕີບໂຕດີ, ແຕ່ບໍ່ໝາຍຄວາມວ່າຈະປູກລະດູອື່ນບໍ່ໄດ້, ກະຫລົດສາມາດປູກໄດ້ຕະຫລອດປີ ແຕ່ຈະໃຫ້ຜົນເກັບກ່ຽວດີທີ່ສຸດແມ່ນໃນລະດູໜາວ, ສ່ວນລະດູຝົນບໍ່ຄ່ອຍນິຍົມປູກປານໃດເນື່ອງຈາກລະດູນີ້ມີພະຍາດ ແລະ ແມງໄມ້ທໍາລາຍຫລາຍ ເຮັດໃຫ້ຜົນຜະລິດຕົກຕໍ່າໂດຍຮາກ ແລະ ລໍາຕົ້ນຂອງຫົວກະຫລົດມີລັກສະນະຄ້າຍຄືຜັກຊີ, ລໍາຕົ້ນສັ້ນຢູ່ຕິດກັບຄວັນຂອງຫົວ, ສ່ວນຮາກ ຫລື ຫົວກະຫລົດທ່ີ ເປັນສ່ວນນໍາມາຮັບປະທານນັ້ນແມ່ນຈັດເປັນຮາກແກ້ວທີ່ມີລັກສະນະຂະໜາດໃຫຍ່, ມີຮູບຮ່າງ ແລະ ສີແຕກຕ່າງກັນຕາມສາຍພັນ, ມີຄວາມຍາວປະມານ 15-30 ຊັງຕີແມັດ, ເສັ້ນຜ່າສູນກາງ 1,5-5 ຊັງຕີແມັດ.
ສໍາລັບວິທີການປູກ: ຫົວກະຫລົດເປັນພືດທີ່ມັກອາກາດໜາວອຸນຫະພູມສະເລ່ຍປະມານ 7,2- 23,8 ອົງສາ ດ້ວຍເຫດນີ້ຈຶ່ງມັກປູກຫົວກະຫລົດໃນລະດູໜາວ ດ້ວຍວິທີຫວ່ານເມັດ ຫລື ຢອດເມັດ, ແຕ່ການຢອດເມັດຈະຊ່ວຍຄວບຄຸມໄລຍະຫ່າງລະຫວ່າງຕົ້ນ ໄດ້ດີກວ່າເຮັດໃຫ້ການຈະເລີນເຕີບໂຕດີກວ່າ ແລະ ໄດ້ຮັບຜົນຜະລິດສູງກວ່າການຫວ່ານເມັດເໝາະສໍາລັບການປູກໃນໜານຂະໜາດນ້ອຍ ຫລື ການປູກໃນກະຖັງ, ແຕ່ວິທີການປູກທີ່ນິຍົມສ່ວນຫລາຍແມ່ນວິທີຫວ່ານເນື່ອງຈາກສະດວກ ແລະ ປະຢັດຕົ້ນທຶນກວ່າ ເຊິ່ງວິທີນີ້ເໝາະສໍາລັບປູກໃນພື້ນທີ່ກວ້າງ, ສາມາດປູກໄດ້ທຸກລະດູການແຕ່ຈະໃຫ້ຜົນຜະລິດສູງໃນລະດູໜາວເຖິງຕົ້ນລະດູຮ້ອນ, ລະດູຝົນມັກພົບບັນຫາພະຍາດ ແລະ ແມງໄມ້ເຮັດໃຫ້ຜົນຜະລິດຕໍ່າ. ຫລັງຈາກປູກໄດ້ 80-100 ວັນ ກໍສາມາດເກັບກ່ຽວຜົນຜະລິດ ໄດ້.

ດິນ: ຄວນເປັນດິນຊາຍປົນໜຽວເລັກໜ້ອຍ, ສາມາດລະບາຍນໍ້າໄດ້ເປັນຢ່າງດີ, ຈະເຮັດໃຫ້ກາຫລົດມີຄຸນນະພາບດີຄື: ຫົວຕັ້ງຊບໍ່ແຕກຂະແໜງ ແລະ ຫົວບໍ່ຄົດບໍ່ງໍ.ທ່ານ ໂອຊາໂຕະ ນັກວິຊາການ ຈາກປະເທດຍີ່ປຸ່ນ ກໍ່ໄດ້ແນະນໍາວິທີການກຽມດິນ ແລະ ວິທີການປູກ ຄື: ດິນຕ້ອງຂຸດ ຫລື ໄຖໃຫ້ເລິກປະມານ 20 ຊັງຕີແມັດ, ທັບດິນໃຫ້ລະອຽດບ່ໍໃຫ້ມີເສດໄມ້ ແລະ ຫີນທີ່ແຂງໃນໜານເພາະຈະເຮັດໃຫ້ຫົວບໍ່ຊື່, ຄົດງໍ ແລະ ວິທີການປູກຫລັງຈາກກະກຽມໜານແລ້ວ ໃຫ້ຂີດເປັນຮ່ອງຍາວຕາມໜານແຕ່ບໍ່ໃຫ້ເລິກຈົນເກີນໄປ, ຈາກນັ້ນ ຢອດເມັດລົງໃຫ້ຖີ່ແນ່ໜ້ອຍໜຶ່ງປະມານ 3-4 ເມັດ, ແລ້ວເອົາດິນຖົມພໍປະມານ ແລະ ຫົດນໍ້າໃຫ້ຊຸ່ມ (ເພາະເມັດຂອງກາຫລົດຕ້ອງການແສງແດດໃນການແຕກງອກ), ກາຫລົດຈະເລ່ີມງອກໃນ 1 ອາທິດ, ເມ່ືອປູກໄດ້ 1 ເດືອນ ຄວນຖອນແຍກໃຫ້ເຫລືອຂຸມລະ 1 ຕົ້ນ ພ້ອມໃສ່ປຸຍ ຫລື ຝຸ່ນຄອກ ເມື່ອອາຍຸໄດ້ 45 ວັນ, ກາຫລົດເລີ່ມມີຫົວ ຄວນໃສ່ປຸຍ ຫລື ຝຸ່ນຕື່ມ, ເມື່ອອາຍຸໄດ້ 90-110 ວັນ ກໍສາມາດເກັບກ່ຽວໄດ້ ໂດຍທົ່ວໄປແລ້ວຈະເກັບກ່ຽວໄດ້ສອງເທື່ອ, ເທື່ອທີໜຶ່ງເມື່ອອາຍຸໄດ້ 90 ວັນ, ອາທິດທີສອງແມ່ນ 110 ວັນ.
ໂດຍ: ລູກສາວຫລ້າ
KPL