ນັກສໍາມະນາວິທະຍາສາດ 70 ປີ ພັກ ປປ ລາວ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ຢູ່ແຂວງຊຽງຂວາງ

12/03/2025 13:48
ຂປລ ຂປລ. ຄະນະຜູ້ແທນກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີການນໍາພາຂອງພັກອັນມີກຽດສະຫງ່າ” ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທົ່ງໄຫຫີນ, ກຸ່ມຜະລິດປູກຝັງບ້ານວຽງ ແລະ ຢ້ຽມຊົມພູກູດຈອມເຫລັກວິລະຊົນ ເມືອງພູກູດ ໃນວັນທີ 11 ມີນາ 2025 ນໍາພາ ໂດຍ ທ່ານ ສີສົມພອນ ວົງພະຈັນ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ປົກ ຄອງແຫ່ງຊາດ.



ຂປລ. ຄະນະຜູ້ແທນກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້:
“70 ປີການນໍາພາຂອງພັກອັນມີກຽດສະຫງ່າ ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທົ່ງໄຫຫີນ, ກຸ່ມຜະລິດປູກຝັງບ້ານວຽງ ແລະ ຢ້ຽມຊົມພູກູດຈອມເຫລັກວິລະຊົນ ເມືອງພູກູດ ໃນວັນທີ 11 ມີນາ 2025 ນໍາພາ ໂດຍ ທ່ານ ສີສົມພອນ ວົງພະຈັນ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ປົກ ຄອງແຫ່ງຊາດ.




ສໍາລັບ ສະຖານທີ່ທ່ອງທ່ຽວທົ່ງໄຫຫີນເມືອງແປກ ແຂວງຊຽງຂວາງ ເປັນສະຖານທີ່ທີມີຊື່ສຽງແລະ ໄດ້ຖືກຮັບຮອງເປັນມໍລະດົກໂລກ ແລະ ກໍເປັນສະຖານທີ່ສໍາຄັນທີ່ດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວນັບມື້ເພີ່ມຂຶ້ນ. ໃນປີ
2024 ເຊິ່ງເປັນປີທ່ອງທ່ຽວລາວໄດ້ມີນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ຫລາຍກວ່າ 10 ພັນ​ເທື່ອຄົນ. ຈາກ​ນັ້ນ, ນັກສໍາມະນາວິທະຍາສາດ ຍັງໄດ້ໄປຢ້ຽມຢາມ ກຸ່ມການຜະລິດປູກຜັກບ້ານວຽງ ​ເມືອງ​ແປກ ​ໂດຍ ທ່ານ ນາງ ພູວັນ ທຸມມະວົງ ຫົວໜ້າກຸ່ມປູກຜັກສະອາດ ບ້ານວຽງ ໄດ້ໃຫ້ຮູ້ວ່າ: ກຸ່ມການຜະລິດ ໄດ້ສ້າງຕັ້ງຂຶ້ນໃນປີ 2019 ມີສະມາຊິກທັງໝົດ 21 ຄອບຄົວ. ສະເພາະ ບ້ານວຽງ ມີທັງໝົດ 71 ຫລັງຄາເຮືອນ, 89 ຄອບຄົວ, ມີຜົນລະເມືອງທັງໝົດ 376 ຄົນ, ປະຊາຊົນສ່ວນໃຫຍ່ແມ່ນເຮັດນາ ແລະ ປູກຝັງ-ລ້ຽງສັດ ເປັນອາຊີບຫລັກ, ລາຍຮັບແຕ່ລະປີຂອງແຕ່ລະຄອບຄົວສະເລ່ຍປີໜຶ່ງ 50-80 ລ້ານກີບ.




ໃນໂອກາດນີ້
, ຄະນະນັກສໍາມະນາວິທະຍາສາດ ຍັງໄດ້ໄປຢ້ຽມຊົມສະຖານທີ່ປະຫວັດສາດ ພູກູດຈອມເຫລັກວິລະຊົນ ເມືອງພູກູດ ເຊິ່ງເປັນຮ່ອງຮອຍທາງປະຫວັດສາດ ໃນໄລຍະການຕໍ່ສູ້ກູ້ຊາດຂອງບັ້ນຮົບ ໃນປີ 1964-1966 ໂດຍມີນັກວິລະຊົນເຂົ້າຮ່ວມໃນບັ້ນຮົບດັ່ງກ່າວ 144 ຄົນ. ປັດຈຸບັນ, ໄດ້ເປີດເປັນແຫລ່ງທ່ອງທ່ຽວ ທີ່ສໍາຄັນຂອງ​ແຂວງ ​ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ຮ່ອງຮອຍຂຸມຄອງ, ບ່ອນລີ້ໄພ ແລະ ຈຸດຂອງ​ໂບມບີ ທີ່ພວກຈັກກະພັດນໍາມາທໍາລາຍ. ພ້ອມນີ້, ຍັງເປັນຈຸດຊົມວິວ, ທິວທັດທໍາມະຊາດ ຂອງຕົວເມືອງພູກູດ ແຂວງຊຽງຂວາງ ຕື່ມອີກ.




ຂ່າວ-ພາບ: ຂັນໄຊ
KPL

ຂ່າວອື່ນໆ

    • ເປີດໂຄງການກໍ່ສ້າງຂົວອູ່ ຂ້າມນ້ຳມ່າ ຈຸດບ້ານແຜ້ ເມືອງແອດ ວັດທະນະທຳ-ສັງຄົມ

      ເປີດໂຄງການກໍ່ສ້າງຂົວອູ່ ຂ້າມນ້ຳມ່າ ຈຸດບ້ານແຜ້ ເມືອງແອດ

      3/12/2025 3:03:53 PM

      ຂປລ. ແຫລ່ງຂ່າວຈາກ ເມືອງແອດ ແຂວງພົວພັນ ໃຫ້ຮູ້ວ່າ: ພິທີເປີດໂຄງການກໍ່ສ້າງຂົວອູ່ຂ້າມນ້ຳມ່າ ຢູ່ບ້ານແຜ້ ເມືອງແອດ ແຂວງຫົວພັນ ຈັດຂຶ້ນໃນຕອນແລງວັນທີ 11 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ມີບັນດາການນຳແຂວງ, ເມືອງ ແລະ ຕາງໜ້າບໍລິສັດ ຮັບເໝົາກໍ່ສ້າງ-ເຈົ້າຂອງໂຄງການ, ຕະຫລອດຮອດອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານແຜ້ ເຂົ້າຮ່ວມ.

    • ເປີດຄັດເລືອກບຸກຄົນ ຫລື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025ວັດທະນະທຳ-ສັງຄົມ

      ເປີດຄັດເລືອກບຸກຄົນ ຫລື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025

      3/12/2025 2:39:28 PM

      ຂປລ. ອາຊຽນ ຈະຈັດການແຂ່ງຂັນຊີງລາງວັນອາຊຽນ ປະຈໍາປີ 2025 (ASEAN Prize 2025) ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫລື ອົງການຈັດຕັ້ງທີ່ມີຜົນງານໂດດເດັ່ນ ໃນການປະກອບ ສ່ວນສ້າງປະຊາຄົມອາຊຽນ, ພ້ອມທັງສົ່ງເສີມ ແລະ ຍົກສູງເອກະລັກຂອງອາຊຽນ (ASEAN Identity) ເຊິ່ງຜູ້ຊະນະເລີດ ລາງວັນອາຊຽນປະຈໍາປີ 2025 ຈະໄດ້ຮັບໂລ້ລາງວັນອາຊຽນ ແລະ ເງິນສົດ ຈຳນວນ 20.000 ໂດລາສະຫະລັດ ໂດຍການສະໜັບສະໜູນຈາກອົງການ Temasek ຂອງ ສິງກະໂປ ແລະ Yayasan Hasanah ຂອງມາເລເຊຍ.

    • ເປີດມະຫະກຳໜັງສື ພາຍໃຕ້ຫົວຂໍ້ "ການອ່ານເພື່ອການພັດທະນາ"ວັດທະນະທຳ-ສັງຄົມ

      ເປີດມະຫະກຳໜັງສື ພາຍໃຕ້ຫົວຂໍ້ "ການອ່ານເພື່ອການພັດທະນາ"

      3/12/2025 2:36:44 PM

      ຂປລ. ສໍານັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານມະຫະກຳໜັງສື ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ V ໃນວັນທີ 12-16 ມີນາ 2025 ຢູ່ສະໂມສອນໃຫຍ່ ມຊ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ພາຍໃຕ້ຫົວຂໍ້ "ການອ່ານເພື່ອການພັດທະນາ" ເພື່ອສະແດງໃຫ້ເຫັນເຖິງການພັດທະນາດ້ານການສຶກສາ ແລະ ວັດທະ ນະທໍາການອ່ານ ຂອງ ສປປ ລາວ ​ໂດຍມີຮອງອະທິການບໍດີ ມຊ, ບັນດາຄູ-ອາຈານ, ນັກຂຽນ, ນັກປະພັນ, ຜູ້ປະກອບການຮ້ານຂາຍປື້ມ, ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

    • ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດຄັ້ງທີ IV ທ້າຍເດືອນເມສາ 2025ວັດທະນະທຳ-ສັງຄົມ

      ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດຄັ້ງທີ IV ທ້າຍເດືອນເມສາ 2025

      3/12/2025 1:19:33 PM

      ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກຽມຈັດງານແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງທີ IV ພາຍໃຕ້ຫົວຂໍ້ "ສີມືລາວກ້າວສູພາກພື້ນ ແລະ ສາກົນ" ໃນທ້າຍເດືອນເມສາ 2025 ເພື່ອຄັດເລືອກເອົານັກແຂ່ງຂັນທີ່ມີສີມືແຮງງານດີເລີດ ຕາງໜ້າທີມຊາດລາວ ເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດຟິລິບປິນ ໃນທ້າຍເດືອນສິງຫາ 2025 ນີ້.

    • ກະຊວງກະສິກຳ ແລະ ປ່າໄມ້ ສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີວັດທະນະທຳ-ສັງຄົມ

      ກະຊວງກະສິກຳ ແລະ ປ່າໄມ້ ສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ

      3/11/2025 9:59:12 AM

      ຂປລ. ສະຫະພັນແມ່ຍິງ ກະຊວງກະສິກໍາ ແລະ ປ່າໄມ້ ຈັດພິທີສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8/3/1910-8/3/2025) ໃນວັນທີ 7 ມີນາ 2025 ຜ່ານມາ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ປະທານສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະ ພັນແມ່ຍິງລາວ

ads
ads

Top