ຄຕພ ມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

12/03/2025 13:57
Email Print 111
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີມອບ-ຮັບໃບຢັ້ງ ຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມ​ທັງເຜີຍແຜ່ເນື້ອໃນຈິດໃຈ ກອງປະຊຸມວຽກງານກວດກາ ທົ່ວປະເທດ ປີ 2024; ສະຫລຸບ ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດ ທະນາ ປີ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະບໍລິຫານງານພັກ, ຫ້ອງ ການ, ບັນດາກົມ, ພະແນກ, ສະມາຊິກພັກ ​ແລະ ພະນັກງານ ເຂົ້າຮ່ວມ.



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີມອບ-ຮັບໃບຢັ້ງ ຢືນໜ່ວຍພັກປອດໃສ
, ເຂັ້ມແຂງ, ໜັກແໜ້ນ, ພ້ອມ​ທັງເຜີຍແຜ່ເນື້ອໃນຈິດໃຈ ກອງປະຊຸມວຽກງານກວດກາ ທົ່ວປະເທດ ປີ 2024; ສະຫລຸບ ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດ ທະນາ ປີ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະບໍລິຫານງານພັກ, ຫ້ອງ ການ, ບັນດາກົມ, ພະແນກ, ສະມາຊິກພັກ ​ແລະ ພະນັກງານ ເຂົ້າຮ່ວມ.




ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາສູງມາຍັງບັນດາໜ່ວຍພັກ ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສາມາດສ້າງ ແລະ ຮັກສານາມມະຍົດໜ່ວຍພັກປອດໃສ
, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໄດ້ເຖິງ 6 ໜ່ວຍພັກ ເຊິ່ງເປັນຄັ້ງທີ 2 ທີ່ສາມາດຍາດມາໄດ້ພ້ອມກັນທັງ 6 ໜ່ວຍພັກ, ສາມາດຕີລາໄດ້ 100%. ສິ່ງດັ່ງກ່າວ, ສະແດງໃຫ້ເຫັນເຖິງການນໍາພາ-ຊີ້ນຳ, ຄວາມເປັນເອກະພາບພາຍໃນໜ່ວຍພັກ, ຄວາມບຸກບືນຫ້າວຫັນໃນການເຄື່ອນໄຫວ ເຮັດໜ້າທີ່ການເມືອງ ຂອງສະມາຊິກພັກ-ພະນັກງານຢ່າງຕັ້ງໜ້າ ໂດຍຕິດພັນກັບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂອງບັນດາກົມ ສຳເລັດຜົນດ້ວຍດີ ເຊິ່ງສະແດງອອກໃນການປະເມີນວຽກງານ ແລະ ການຍ້ອງຍໍ ປະຈຳປີ 2024 ຂອງພະນັກງານ-ລັດຖະກອນ ທີ່ຜ່ານມານີ້.

ໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ກໍໄດ້ໃຫ້ທິດຊີ້ນຳບັນດາໜ່ວຍພັກ ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ຈົ່ງສືບຕໍ່ຮັກສານາມມະຍົດໃຫ້ໄດ້ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ໃນຊຸມປີຕໍ່ໜ້າ ແລະ ຕິດພັນກັບຂະບວນການ ແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນການຟົດຟື້ນ, ຍົກສູງຄວາມເປັນແບບຢ່າງນຳໜ້າ, ເອົາໃຈໃສ່ວຽກງານນຳພາການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານເປັນກົກ, ເອົາໃຈໃສ່ໃນການປະຕິບັດ ຫລັກການລວມສູນປະ ຊາທິປະໄຕ, ພ້ອມກັນປັບປຸງລະບອບແບບແຜນວິທີເຮັດວຽກ ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ ເອົາໃຈໃສ່ການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດວາງອອກ, ຮັບປະກັນໃນການເປັນເສນາທິການ ໃຫ້ຂັ້ນເທິງໃນແຕ່ລະໄລຍະ.




ໃນໂອກາດດຽວກັນ
, ບັນດາໜ່ວຍພັກພາຍໃນ ຄຕພ ກໍໄດ້ຂຶ້ນຈັບມືເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປີ 2025 ​ເຊິ່ງບັນດາໜ່ວຍພັກໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນສູ້ຊົນສືບຕໍ່ກໍ່ສ້າງໜ່ວຍພັກຂອງຕົນ ທັງດ້ານປະລິມານ ແລະ ຄຸນນະພາບ  ເພື່ອສືບຕໍ່ເປັນເຈົ້າການໃນການ ຮັກສານາມມະຍົດ ໜ່ວຍພັກຂອງຕົນ ໃຫ້ໄດ້ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2025 ແລະ ໃນປີຕໍ່ໆໄປ.

KPL

ຂ່າວອື່ນໆ

    • ສຊປລ ຫວນຄືນມູນເຊື້ອ ວັນສຳຄັນ ຂອງພັກ ຂອງຊາດການເມືອງ

      ສຊປລ ຫວນຄືນມູນເຊື້ອ ວັນສຳຄັນ ຂອງພັກ ຂອງຊາດ

      3/12/2025 2:25:28 PM

      ຂປລ. ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຈັດປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດ ຄົບຮອບ 79 ໃນວັນທີ 12 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາ ຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະກົມ, ສະມາຊິກພັກ-ພະນັກງານ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ສໍາມະນາວິທະຍາສາດ 70 ປີ ພາຍໃຕ້ ການນໍາພາຂອງພັກ ທີ່ມີກຽດສະຫງ່າການເມືອງ

      ສໍາມະນາວິທະຍາສາດ 70 ປີ ພາຍໃຕ້ ການນໍາພາຂອງພັກ ທີ່ມີກຽດສະຫງ່າ

      3/12/2025 2:17:17 PM

      ຂປລ. ສໍາມະນາວິທະຍາສາດ ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ຢູ່ 3 ແຂວງພາກເໜືອ ປະກອບມີ: ແຂວງໄຊສົມບູນ, ຊຽງຂວາງ ແລະ ​ແຂວງຫົວພັນ ຈັດຂຶ້ນໃນວັນທີ 12 ມີນາ 2025 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ​ເລຂາ​ພັກ​ແຂວງ, ເຈົ້າແຂວງຊຽງຂວາງ, ມີບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ, ອະດີດການນໍາພັກແຂວງ, ນັກວິທະຍາສາດ ແລະ ແຂກທີ່ຖືກເຊີນຈາກ 3 ແຂວງ ເຂົ້າຮ່ວມ.

    • ພັກເປັນຜູ້ນໍາພາໂດຍກົງ ຮອບດ້ານ ແລະ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງການເມືອງ

      ພັກເປັນຜູ້ນໍາພາໂດຍກົງ ຮອບດ້ານ ແລະ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ

      3/12/2025 2:06:23 PM

      ຂປລ. ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍການສືບທອດພາລະກິດຈາກ ພັກຄອມມູນິດອິນດູຈີນ ເຊິ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນຫລັກແຫລ່ງໃນການນໍາພາກໍ່ຕັ້ງ, ພັກໄດ້ຖືເອົາລັດທິມາກ-ເລນິນ ສົມທົບໃສ່ພາກປະຕິບັດຕົວຈິງ ຂອງການປະຕິວັດລາວ ເປັນພື້ນຖານແຫ່ງຄວາມຄິດ ແລະ ເປັນເຂັມທິດຊີ້ທາງໃຫ້ແກ່ ການກະທຳຂອງພັກ.

    • ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊການເມືອງ

      ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ

      3/12/2025 1:28:55 PM

      ຂປລ. ​ໃນວັນທີ 11 ມີນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງຊານໄຊ ແຂວງອັດຕະປື ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຊານໄຊ, ບ້ານ, ໂຄງການ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.

    • ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງການເມືອງ

      ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ

      3/12/2025 1:01:07 PM

      ຂປລ. ວັນທີ 11 ມີນາ 2025 ນີ້, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງຊຽງຂວາງ ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ຊຽງຂວາງ ພ້ອມດ້ວຍການນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ຢູ່ສະໜາມບິນແຂວງຊຽງຂວາງ.

ads
ads

Top