ຂປລ
ຂປລ. ໃນວັນທີ 11 ມີນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງຊານໄຊ ແຂວງອັດຕະປື ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຊານໄຊ, ບ້ານ, ໂຄງການ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.

ຂປລ. ໃນວັນທີ 11 ມີນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງຊານໄຊ ແຂວງອັດຕະປື ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຊານໄຊ, ບ້ານ, ໂຄງການ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເຂດຈຸດສຸມກຸ່ມບ້ານວັງຕັດ ເຊິ່ງກຸ່ມບ້ານດັ່ງກ່າວ ມີ 6 ບ້ານຂຶ້ນກັບ, ມີ 631 ຫລັງຄາເຮືອນ (ຍັງມີຄອບຄົວທຸກຍາກ 43 ຄອບຄົວ), ພົນລະເມືອງທັງໝົດ 3.693 ຄົນ, ຍິງ 1.790 ຄົນ, ທົ່ວເຂດມີເນື້ອທີ່ການຜະລິດ 750 ກວ່າເຮັກຕາ. ໃນນັ້ນ, ມີເນື້ອທີ່ໄຮ່ໝູນວຽນ 670 ກວ່າເຮັກຕາ, ເນື້ອທີ່ນາ 76 ເຮັກຕາ, ເນື້ອທີ່ສວນກາເຟ 5 ເຮັກຕາ, ມີຄວາຍ 1.100 ກວ່າໂຕ, ງົວ 600 ກວ່າໂຕ ແລະ ຍັງມີສັດລ້ຽງອື່ນໆ; ມີໂຮງຮຽນປະຖົມ 6 ແຫ່ງ, ໂຮງຮຽນມັດທະຍົມຕົ້ນ 1 ແຫ່ງ, ມີໂຮງໝໍນ້ອຍ 3 ແຫ່ງ; ອາຊີບຫລັກຂອງປະຊາຊົນ ແມ່ນເຮັດໄຮ່, ເຮັດສວນປູກພືດ-ຜັກ ແລະ ລ້ຽງສັດ ເປັນຕົ້ນຕໍ.
ຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ພົບປະໂອ້ລົມ ຄະນະຮັບຜິດຊອບພັດທະນາກຸ່ມບ້ານ ແລະ ປະຊາຊົນກຸ່ມບ້ານດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ ໃນຄວາມພະຍາຍາມແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານຕ່າງໆ ຂອງລັດຖະບານ ເຊິ່ງເຫັນວ່າມີທ່າອ່ຽງດີຂຶ້ນ. ພ້ອມນັ້ນ, ກໍຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນ ແລະ ແຜນການຈັດກິດຈະກຳ ຂອງການສະເຫລີມສະຫລອງ 3 ວັນປະຫວັດສາດຂອງຊາດ ໃນປີ 2025. ອັນສໍາຄັນ, ທ່ານໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ ບາງດ້ານ ເປັນຕົ້ນ ໃຫ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ບັນຫາຢາເສບຕິດ, ຂີ້ລັກງັດແງະ, ລັກຕັດໄມ້-ຈູດປ່າ, ການໂຄສະນາຊວນເຊື່ອໃນທາງທີ່ບໍ່ຖືກຕ້ອງ; ພ້ອມ ກັນເອົາໃຈໃສ່ປົກປັກຮັກສາ ແຫລ່ງນໍ້າທຳມະຊາດ ໃຫ້ມີຄວາມສະອາດ, ປອດໄພ ແລະ ຍືນຍົງ ໄປຄຽງຄູ່ກັບການປົກປັກຮັກສາປ່າໄມ້ ໂດຍຫລີກລ່ຽງການຖາງປ່າເຮັດໄຮ່ແບບເລື່ອນລອຍ, ຈູດປ່າ, ນຳໃຊ້ສານ ເຄມີ ແລະ ອື່ນໆ ທີ່ເປັນການທຳລາຍ ທຳມະຊາດ ແລະ ສົ່ງຜົນກະທົບຕໍ່ສິ່ງມີຊີວິດ; ຈັດຕັ້ງ-ສົ່ງເສີມການປູກ-ການລ້ຽງ ທີ່ທ້ອງຖິ່ນມີທ່າແຮງ ແລະ ເປັນເສດຖະກິດ ຢ່າງເປັນລະບົບ; ໃຫ້ການຮ່ວມມື, ເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງ ກໍຄື ການປັບປຸງຊີວິດການເປັນຢູ່ຂອງຄອບຄົວ ໃຫ້ນັບມື້ດີຂຶ້ນ. ນອກນັ້ນ, ທ່ານນາຍົກ ລັດຖະມົນຕີ ຍັງໄດ້ມອບເຂົ້າສານ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ງົບປະມານຈຳນວນໜຶ່ງ ໃຫ້ກຸ່ມບ້ານດັ່ງກ່າວ, ທັງໄດ້ມອບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ ໃຫ້ນັກຮຽນ ຕື່ມອີກ.

ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ກໍໄດ້ສືບຕໍ່ໄປຢ້ຽມຢາມ ແລະ ຕິດຕາມກວດເບິ່ງການປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳຂອງ ບໍລິສັດ ວັງຕັດ ມາຍ ນິງກຣຸບ ເຊິ່ງ ທ່ານ ພົງໄຊຊະນະ ໄຊຍະເສນາ ປະທານບໍລິສັດ ວັງຕັດ ມາຍນິງກຣຸບ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດດັ່ງກ່າວ ໄດ້ເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ກັບລັດຖະບານ ໃນເດືອນເມສາ 2019 ໃນເນື້ອທີ່ 3 ກິໂລຕາແມັດ, ມາຮອດເດືອນເມສາ 2022 ກໍໄດ້ເຊັນສັນຍາ ຂະຫຍາຍເນື້ອທີ່ຂຸດຄົ້ນແຮ່ຄໍາ ແລະ ແຮ່ທີ່ຕິດພັນ ເພີ່ມອີກ 18 ກິໂລຕາແມັດ. ຜ່ານການຈັດຕັ້ງປະຕິບັດໂຄງການ ແມ່ນສາ ມາດດຳເນີນຕາມ ແຜນທີ່ກຳນົດໄວ້ ໂດຍສະເພາະ ປະລິມານການຂຸດຄົ້ນແຮ່, ການຄັດແຍກແຮ່, ການຜະລິດໂລຫະ ທີ່ໄດ້ຈາກການຄັດແຍກ. ພ້ອມກັນນັ້ນ, ໄດ້ປະຕິບັດພັນທະໃຫ້ລັດ ຄື: ປີ 2023 ຈໍານວນ 72,8 ຕື້ກີບ ແລະ 3,1 ລ້ານໂດລາສະຫະລັດ, ປີ 2024 ປະຕິບັດໄດ້ 222,5 ຕື້ກີບ ແລະ 10,37 ລ້ານໂດລາສະຫະລັດ. ນອກນັ້ນ, ຍັງໄດ້ໃຫ້ການ ຊ່ວຍເຫລືອຊ່ວຍສັງຄົມ ລວມມູນຄ່າທັງໝົດ 31 ຕື້ກວ່າກີບ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍສະເພາະ ຜູ້ຕາງໜ້າບັນດາຂະແໜງການຂອງສູນກາງ, ການນໍາແຂວງອັດຕະປື, ການນໍາເມືອງຊານໄຊ ແລະ ບໍລິສັດຜູ້ພັດທະນາໂຄງການ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຂະແໜງການກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ສົມທົບກັນກວດກາຄືນ ບັນດາເອກະສານ ການດຳເນີນກິດຈະການຂອງ ບໍລິສັດແມ່ ແລະ ບັນ ດາບໍລິສັດລູກ, ລວມທັງການປະຕິບັດພັນທະຕ່າງໆ ເພື່ອໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງກັບກົດ ໝາຍ ແລະ ລະບຽບການທີ່ກຳນົດໄວ້; ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ບໍລິສັດ ສົມທົບກັນສ້າງແຜນ ການຜະລິດສະບຽງອາຫານ ເພື່ອສະໜອງໃຫ້ໂຄງການ, ທັງເປັນການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນຫລາຍຂຶ້ນ, ການຜະລິດຕ້ອງບົນພື້ນຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ທີ່ສອງຝ່າຍກຳນົດຢ່າງເປັນປົກກະຕິ; ໃຫ້ບໍລິສັດສືບຕໍ່ປະກອບສ່ວນ ພັດທະນາທ້ອງຖິ່ນ ໃນເຂດໂຄງການໃຫ້ຫລາຍຂຶ້ນ. ພ້ອມກັນນັ້ນ, ກໍປະກອບສ່ວນພັດທະນາສັງຄົມ ໂດຍສະເພາະ ການສຶກສາ, ໂຄງລ່າງພື້ນຖານ ແລະ ປັດໃຈການຜະລິດ, ການສ້າງອາຊີບຄົງທີ່ ແລະ ວຽກເຮັດງານທຳ ໃຫ້ປະຊາຊົນ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດດັ່ງກ່າວ ໄດ້ຮັບການປັບປຸງນັບມື້ດີຂຶ້ນເປັນກ້າວໆ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL