ຮອງລັດຖະມົນຕີ ກຕສ ກວດກາຈຸດ ເຊື່ອມຕໍ່ສາຍສົ່ງ ຢູ່ຂົວມິດຕະພາບ ລາວ-ໄທ

17/02/2025 13:12
Email Print 577
ຂປລ ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ຄະນະຮັບຜິດຊອບຕິດຕາມ ກວດກາ ແລະ ຈັດຕັ້ງປະຕິບັດມາດຕະການ ຕໍ່ຜູ້ລະເມີດ ໃນການເຊື່ອມຕໍ່ສາຍສົ່ງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ຢູ່ຕາມຈຸດຊາຍແດນ



ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ຄະນະຮັບຜິດຊອບຕິດຕາມ ກວດກາ ແລະ ຈັດຕັ້ງປະຕິບັດມາດຕະການ ຕໍ່ຜູ້ລະເມີດ ໃນການເຊື່ອມຕໍ່ສາຍສົ່ງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ຢູ່ຕາມຈຸດຊາຍແດນ ໃນຂອບເຂດທົ່ວປະເທດ ນໍາໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະ ມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຜູ້ຕາງໜ້າຈາກ ອົງການດັດສົມ ໂທລະຄົມມະນາຄົມ
, ສູນອິນເຕີເນັດແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະຄຸ້ມຄອງຂົວ ແລະ ບັນດາບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ໄດ້ລົງຊຸກຍູ້ ແລະ ຕິດຕາມ ການກວດກາຈຸດເຊື່ອມຕໍ່ຕົວຈິ່ງ ຢູ່ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.




ການລົງຊຸກຍູ້ ແລະ ຕິດຕາມ ການກວດກາຈຸດເຊື່ອມຕໍ່ ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ຄັ້ງນີ້
ເພື່ອກວດກາ ແລະ ປ້ອງກັນການເຊື່ອມຕໍ່ທີ່ຜິດກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ທັງເປັນການຮັບປະກັນ ຄວາມປອດໄພທາງດ້ານໄຊເບີ, ປ້ອງກັນການຫລອກລວງຂອງກຸ່ມຄົນບໍ່ດີ, ກຸ່ມແກ້ງຄອນເຊັນເຕີຕ່າງໆ, ພ້ອມທັງຊຸກຍູ້ສົ່ງເສີມ ການເຊື່ອມຕໍ່ສາຍສົ່ງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທົ່ວສັງຄົມສາມາດເຂົ້າເຖິງໄດ້; ບັນດາບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບໍລິສັດບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ກ່ຽວກັບການເຊື່ອມຕໍ່ສາຍສົ່ງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໂດຍຜ່ານບັນດາຈຸດເຊື່ອມຕໍ່ ກັບຕ່າງປະເທດ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍານົດຢ່າງເຂັ້ມງວດ.




ຂ່າວ-ພາບ: ອົງການດັດສົມໂທລະຄົມມະນາຄົມ

KPL

ຂ່າວອື່ນໆ

ads
ads

Top