ຂປລ
ບຸນກຸດຈີນ ປີນີ້ ເປັນປີ ທຳອິດ ຫລັງຈາກ ຖືກຈັດເຂົ້າ ໃນບັນຊີລາຍຊື່ ມໍລະດົກ ວັດທະນະທໍາ ນາມມະທໍາໂລກ, ຄວາມກະຕືລືລົ້ນ ດ້ານການບໍລິໂພກ ຂອງປະຊາຊົນຈີນ ໄດ້ເປັ່ງອອກມາ ແບບລວມສູນ. ໃບສັ່ງຊື້ສິນຄ້າ ພາຍໃຕ້ ຫົວຂໍ້ “ມໍລະດົກ ວັດທະນະທຳ ນາມມະທຳ” ຢູ່ບາງເວັບໄຊ ຫລື ແອັບທາງອິນເຕີເນັດ ໄດ້ເພີ່ມຂຶ້ນ 12 ເທົ່າເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ບຸນກຸດຈີນ ປີນີ້ ເປັນປີ ທຳອິດ ຫລັງຈາກ ຖືກຈັດເຂົ້າ ໃນບັນຊີລາຍຊື່ ມໍລະດົກ ວັດທະນະທໍາ ນາມມະທໍາໂລກ, ຄວາມກະຕືລືລົ້ນ ດ້ານການບໍລິໂພກ ຂອງປະຊາຊົນຈີນ ໄດ້ເປັ່ງອອກມາ ແບບລວມສູນ. ໃບສັ່ງຊື້ສິນຄ້າ ພາຍໃຕ້ ຫົວຂໍ້ “ມໍລະດົກ ວັດທະນະທຳ ນາມມະທຳ” ຢູ່ບາງເວັບໄຊ ຫລື ແອັບທາງອິນເຕີເນັດ ໄດ້ເພີ່ມຂຶ້ນ 12 ເທົ່າເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ, ພາເຂົ້າສາມັກຄີ ໃນຕອນຄ່ຳ ມື້ສົ່ງທ້າຍປີເກົ່າ ຢູ່ຮ້ານອາຫານ ຈຳນວນໜຶ່ງ ແມ່ນຈອງຍາກທີ່ສຸດ; ຜູ້ເດີນທາງ ພາຍໃນປະເທດຈີນ ມີເຖິງ 501 ລ້ານເທື່ອຄົນ ແລະ ຄ່າໃຊ້ຈ່າຍ ມີເຖິງ 677 ຕື້ 2 ລ້ານຢວນ, ຕ່າງໄດ້ເພີ່ມຂຶ້ນ 5,9% ແລະ 7,0% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ ຕາມລຳດັບ; ພາກສ່ວນກວດກາ ຄົນເຂົ້າ-ອອກເມືອງ ໄດ້ກວດຄົນເຂົ້າ-ອອກເມືອງທັງຊາວຈີນ ແລະ ຊາວຕ່າງປະເທດເຖິງ 14.366.000 ເທື່ອຄົນ, ເພີ່ມຂຶ້ນ 6,3%; ຍອດມູນຄ່າການຈຳໜ່າຍປີ້ຮູບເງົາ ແລະ ຜູ້ຊົມຮູບເງົາ ໃນໄລຍະບຸນກຸດຈີນປີນີ້ ລ້ວນແຕ່ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ຍອດມູນຄ່າຈຳໜ່າຍປີ້ຮູບເງົາຂອງຕະຫຼາດຮູບເງົາຈີນໄດ້ລື່ນກາຍອາເມຣິກາເໜືອ ແລະ ຂຶ້ນເປັນອັນດັບໜຶ່ງຂອງໂລກ. ຕະຫຼາດການບໍລິໂພກໃນໄລຍະບຸນກຸດຈີນທີ່ເຕັມໄປດ້ວຍຄວາມຄຶກຄື້ນ ໄດ້ສ້າງເງື່ອນໄຂທີ່ດີ ໃຫ້ແກ່ ການພັດທະນາ ເສດຖະກິດ ປີມະເສັງ ຂອງ ສປ ຈີນ. ການເລີ່ມຕົ້ນທີ່ດີ ຂອງການບໍລິໂພກ ໃນໄລຍະບຸນກຸດຈີນ ເຮັດໃຫ້ຄົນທັງຫຼາຍໄດ້ຮັບຮູ້ເຖິງຈັງຫວະການພັດທະນາເສດຖະກິດຂອງຈີນ. ໃນໄລຍະມໍ່ໆມານີ້, ອົງການກອງທຶນເງິນຕາສາກົນ ໄດ້ປັບຂຶ້ນການຄາດຄະເນ ການເຕີບໂຕຂອງເສດຖະກິດຈີນໃນປີ 2025 ແລະ ປີ 2026. ໃນຫຼາຍມື້ຜ່ານມາ, ບັນດາບໍລິສັດທຶນຕ່າງປະເທດ ເຊັ່ນ: ບໍລິສັດຊາໂນຟີ ຂອງຝຣັ່ງ, ບໍລິສັດຟອກສະເວເກີນຂອງເຢຍລະມັນ ແລະອື່ນໆ ໄດ້ພາກັນເພີ່ມການລົງທຶນຢູ່ຈີນ, ອົງການທຶນຕ່າງປະເທດຫຼາຍແຫ່ງ, ໃນນີ້ ລວມທັງທະນາຄານຮົງກົງ-ຊຽງໄຮ້ ໄດ້ປະກາດ ການຄາດຄະເນການລົງທຶນ ທົ່ວໂລກປີ 2025 ແລະ ສືບຕໍ່ຕີລາຄາໄປໃນດ້ານດີຕໍ່ຕະຫລາດຂອງ ສປ ຈີນ.ການວາງແຜນ ພັດທະນາ ປະຈຳປີ ແມ່ນຢູ່ກັບລະດູໃບໄມ້ປົ່ງ. ໂດຍຜ່ານບຸນກຸດຈີນ, ຊາວໂລກໄດ້ເຫັນປະເທດຈີນທີ່ເປີດປະຕູສູ່ພາຍນອກ ແລະ ກວມລວມກວ່າເກົ່າ, ເຫັນພະລັງຊີວິດ ແລະ ຄວາມມີຊີວິດຊີວາຂອງເສດຖະກິດຈີນ. ຄຽງຄູ່ກັບການລົງເລິກ ການປະຕິຮູບ ຢ່າງຮອບດ້ານຕື່ມອີກ ແລະ ເປີດກວ້າງ ການເປີດປະຕູສູ່ ພາຍນອກໃນລະດັບສູງ, ສປ ຈີນ ຈະຊຸກຍູ້ໃຫ້ເສດຖະກິດ ຂອງຕົນນັບມື້ ຟື້ນຕົວ ດີຂຶ້ນ ຢ່າງຕໍ່ເນື່ອງ, ພັດທະນາຕົນເອງ, ນຳເອົາຜົນປະໂຫຍດ ມາສູ່ໂລກ ດ້ວຍຄວາມໝັ້ນໜຽວ ແລະ ນັບມື້ຫລາຍຂຶ້ນກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL