ຂປລ
ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມ ເດັດຊ໌ (Miguel Diaz-Canel ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 6-7 ກັນຍາ 2025.
ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມ ເດັດຊ໌ (Miguel Diaz-Canel ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 6-7 ກັນຍາ 2025, ເພື່ອ ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແໜ້ ແຟ້ນຍິ່ງໆຂຶ້ນ.
ໃນວັນທີ 7 ກັນຍາ 2025, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດທີ່ທໍານຽບປະທານປະເທດ. ຫລັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ມີເກນ ດີເອັດຊ໌-ກາ ແນນ ເບີຣມູເດັດຊ໌ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ເພ່ືອຕີລາຄາຄືນສະພາບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ໄດ້ແລກປ່ຽນທັດສະນະ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ກູບາ ໃນຕໍ່ໜ້າໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໃນໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມຖານອ້າຍນ້ອງ ແລະ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນຄັ້ງທີ 3 ຂອງ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູ ເດັດຊ໌ ໃນການເດີນທາງມາຢ້ຽມຢາມ ສປປ ລາວ, ພ້ອມທັງໄດ້ຝາກຄໍາຢ້ຽມຢາມຖາມຂ່າວເຖິງບັນດາການນໍາພັກ-ລັດທີ່ກ່ຽວຂ້ອງ ຂອງ ສ ກູບາ. ການພົບປະຄັ້ງນີ້, ຜູ້ນໍາທັງສອງ ໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງສອງປະເທດໃຫ້ກັນຊາບ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ທີ່ສອງປະເທດຍາດມາໄດ້ໃນຕະຫລອດໄລຍະຜ່ານມາ; ສອງຝ່າຍໄດ້ສະແດງຄວາມປິຕິ ຍິນດີທີ່ເຫັນວ່າການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໄດ້ເພີ່ມທະວີຮັດແໜ້ນສູງຂຶ້ນຢ່າງບໍ່ຢຸດຢັ້ງ ໃນຖານະທີ່ເປັນປະເທດເພື່ອນມິດຍຸດທະສາດທີ່ມີອຸດົມການດຽວກັນໂດຍເຫັນໄດ້ຈາກການພົວພັນຮ່ວມມືທາງດ້ານການເມືອງ ແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງສອງປະເທດຢ່າງເປັນປະຈໍາ; ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືອັນສໍາຄັນທາງດ້ານນິຕິບັນຍັດ, ຕຸລາການ, ເສດຖະກິດ-ການຄ້າ, ສາທາ ລະນະສຸກ, ການສຶກສາ, ກິລາ, ກະສິກໍາ ແລະ ດ້ານວັດທະນະທໍາ-ສັງຄົມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ, ພ້ອມທັງໄດ້ເຫັນດີເປັນເອກະ ພາບໃນການຊຸກຍູ້ສົ່ງເສີມບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ປຶກສາຫາລື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອນໍາເອົາໝາກຜົນຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນຂອງສອງປະເທດ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດຖະ ບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫລືອອັນລໍ້າຄ່າທີ່ພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ນັບຕັ້ງແຕ່ໄລຍະຕໍ່ສູ້ກູ້ຊາດເພື່ອປົດປ່ອຍປະເທດຊາດຈົນເຖິງປັດຈຸບັນ, ພ້ອມທັງຢືນຢັນຄືນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອອັນດີງາມ ແລະ ຄວາມສາມັກຄີລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ເຂົ້າສູ່ລວງເລິກຍ່ິງໆຂ້ຶນໃນອະນາຄົດ ແລະ ສະແດງຄວາມໝາຍໝ້ັນວ່າຈະຢືນຄຽງບ່າຄຽງໄຫລ່ກັບປະຊາຊົນກູບາອ້າຍນ້ອງ ເພື່ອກ້າວໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ ກໍຄືການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ໃນໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຖືໂອກາດເຊື້ອເຊີນ ສະຫາຍ ມີ ເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ເພື່ອເຂົ້າຮ່ວມພິທີສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມີຂຶ້ນໃນທ້າຍ ປີ 2025 ນີ້.
ໃນຂະນະດຽວກັນ, ສະຫາຍ ມີ ເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງ ຄວາມຍິນດີທີ່ໄດ້ພົບປະເຮັດວຽກກັບ ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະໃນຄັ້ງນີ້ ຊຶ່ງເຕັມໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ໄດ້ຮັບໝາກຜົນສູງເປັນທ່ີໜ້າເພິ່ງພໍໃຈ, ພ້ອມທັງຢືນຢັນວ່າຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທ່ີເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ສປປ ລາວ ທີ່ຍາມໃດກໍໄດ້ໃຫ້ການຊຸກຍູ້ຮ່ວມມື ແລະ ສະໜັບສະໜູນ ສ ກູບາ ຜ່ານ ຜ່າບັນດາອຸປະສັກ ແລະ ສ່ິງທ້າທາຍອື່ນໆ ຊຶ່ງເປັນມູນເຊື້ອ ແລະ ຜົນງານອັນດີງາມຂອງປະທານໄກສອນ ພົມວິຫານ ແລະ ປະທານ ຟີແດນ ກາສໂຕຣ, ຜູ້ນໍາທີ່ຍິ່ງໃຫຍ່ ຂອງສອງປະເທດໄດ້ສ້າງໄວ້. ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ເລຂາທິການທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສ ກູບາ ແລະ ຄະນະ ໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ທີ່ຮູບຫລໍ່ ປະທານ ໄກສອນ ພົມວິຫານ. ໃນຕອນແລງຂອງວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຈັດງານລ້ຽງຕ້ອນຮັບເປັນກຽດໃຫ້ແກ່ ສະຫາຍ ມີເກນ ດີເອັດ ຊ໌-ກາແນນ ເບີຣມູເດັດຊ໌ ພ້ອມດ້ວຍຄະນະຢ່າງອົບອຸ່ນ ແລະ ສົມກຽດ. ຫລັງຈາກນັ້ນ, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ແລະ ຄະນະກໍໄດ້ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ພາບ: ອ່າຍຄໍາ
KPL