ແຂວງວຽງຈັນ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ຮອບທີ 1

08/09/2025 09:31
Email Print 1278
ຂປລ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງ ປະຊຸມທາບທາມບຸກຄະລາກອນຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ I.

    ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງ ປະຊຸມທາບທາມບຸກຄະລາກອນຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ I ຈັດຂຶ້ນທ້າຍອາທິດຜ່ານມາ ທີ່ກອງບັນຊາການທະຫານແຂວງ ແລະ ສູນວັດທະນະທຳແຂວງ ໂດຍການເປັນປະທານຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ, ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງທັງເປັນຫົວໜ້າອະນຸກຳມະການບຸກຄະລາກອນຂັ້ນແຂວງ, ພ້ອມດ້ວຍຜູ້ຊີ້ນຳຈາກສູນກາງ, ຂັ້ນແຂວງ, ພະນັກງານຫລັກແຫລ່ງເຂົ້າຮ່ວມ.

    ສະຫາຍ ຄຳພັນ ສິດທິດຳພາ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການຈັດຕັ້ງທາບທາມເອົາບຸກຄະລາກອນ ແມ່ນເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດຄົບຕາມມາດຖານເງື່ອນໄຂທີ່ຂັ້ນເທິງໄດ້ກຳນົດໄວ້ ເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ VII ທ່ີ ຈະໄດ້ໄຂຂຶ້ນໃນມໍ່ໆນີ້ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ແລະ ຄັດເລືອກໃຫ້ໄດ້ບຸກຄະລາກອນຜູ້ທ່ີພຽບພ້ອມດ້ວຍຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດມີວິໄສທັດກວ້າງໄກ ເຂົ້າມາປະກອບສ່ວນວຽກງານຢູ່ໃນຄະນະບໍລິຫານງານພັກແຂວງເພື່ອນຳພາຊີ້ນຳແຂວງວຽງຈັນ ໃຫ້ນັບມື້ຈະເລີນກ້າວໜ້າຂຶ້ນກວ່າເກົ່າ.

    ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການເຊື່ອມຊຶມຄືນມະຕິ 10 ຂອງສູນກາງພັກສະໄໝທີ XI, ມະຕິຂອງກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ XIV ສະໄໝທີ VI, ເຜີຍແຜ່ບາງເນື້ອໃນຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ຜ່ານຄຳແນະນຳຂອງຄະນະສູນກາງພັກ ສະບັບເລກທີ 211/ຄຈສພ, ເຊື່ອມຊຶມມາດຖານເງື່ອນໄຂຜູ້ອອກຮັບສະໝັກເລືອກຕັ້ງ ເພື່ອເປັນທິດຊີ້ນຳ ແລະ ເປັນບ່ອນອີງໃຫ້ພະນັກງານຫລັກແຫລ່ງ ໄດ້ຕັດສິນໃຈນຳໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດ ເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດເຂົ້າສະໝັກເລືອກຕັ້ງ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VII ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ມີຜົນສຳເລັດອັນຈົບງາມ.

KPL

ຂ່າວອື່ນໆ

ads
ads

Top