ຄົນເປັນພະຍາດຕັບ ຄວນກິນອາຫານແບບໃດ?

20/01/2025 10:23
Email Print 345
ຂປລ ຕັບເປັນອະໄວຍະວະທີ່ສຳຄັນຫລາຍຂອງຮ່າງກາຍຄົນເຮົາ ດ້ວຍເຫດນ້ັນພວກຄວນເບ່ິງແຍງໃຫ້ດີ ແລະ ຄວນຫລີກເວັ້ນການກິນອາຫານແບບໃດ?

      *ຕັບເປັນອະໄວຍະວະທີ່ສຳຄັນຫລາຍຂອງຮ່າງກາຍຄົນເຮົາ ດ້ວຍເຫດນ້ັນພວກຄວນເບ່ິງແຍງໃຫ້ດີ ແລະ ຄວນຫລີກເວັ້ນການກິນອາຫານແບບໃດ? ໃນກໍລະນີຫາກຄົນທີ່ເປັນພະຍາດຕັບຄວນຈະເລືອກກິນໃຫ້ເໝາະສົມ ເພື່ອຮັກສາບໍ່ໃຫ້ຕັບຊຸດໂຊມໄປກວ່າເກົ່າ ແລະ ຄວນກິນອາຫານຫລາກຫລາຍຊະນິດຕາມປົກກະຕິແຕ່ສິ່ງທີ່ຄວນຫລີກເວັ້ນຄື ການດື່ມເຫລົ້າ ເນື່ອງຈາກທາດເຫລົ້າມີຜົນເສຍຕໍ່ຕັບ .

-ຄວນກິນອາຫານໃຫ້ຄົບ 3 ຄາບ ເຊົ້າ; ສວຍ; ແລງ.

- ອາດກິນອາຫານວ່າງເສີມ ເຊັ່ນ: ລະຫວ່າງເຊົ້າ-ທ່ຽງ ຫລື ລະຫວ່າງທ່ຽງ-ແລງ.

-ຄວນກິນອາຫານວ່າງຊ່ວງ ເດິກເສີມນຳ ( Late evening  snake ) ເພາະສຳຄັນຕໍ່ຄົນເປັນ ພະຍາດຕັບແຂງ.

-ບໍ່ຄວນຊື້ຢາທີ່ຂຽນວ່າບຳ ລຸງຕັບຢູ່ອິນເຕີເນັດມາກິນເອງ ເພາະສ່ວນຫລາຍບໍ່ມີຫລັກຖານທາງການແພດຄວນປຶກສາແພດ ກ່ອນຊື້ມາກິນ.

-ຄວນກິນຜັກໝາກໄມ້ໃຫ້ ຫລາຍໆ ແຕ່ຖ້າກິນແລ້ວອືດທ້ອງ ຄວນປຶກສາແພດ.

- ພະຍາຍາມຫລີກເວັ້ນອາຫານ ເຄັມ ຫລຸດຜ່ອນການປຸງອາຫານ ດ້ວຍເກືອ ເນື່ອງຈາກຖ້າກິນເກືອ ຫລາຍຈະມີອາການບວມນ້ຳ ໂດຍ ສະເພາະນ້ຳໃນຜົ້ງທ້ອງ, ( ແນະນຳ ກິນເກືອໜ້ອຍກວ່າ 5 ກຣາມຕໍ່ມື້ ).

- ໂດຍທົ່ວໄປບໍ່ຄວນຈຳກັດ ປະລິມານໂປຣຕີນ ເພາະຈະເຮັດ ໃຫ້ຮ່າງກາຍຂາດໂປຣຕີນທີ່ຊ່ວຍ ເສີມສ້າງກ້າມຊີ້ນ ຄົນເປັນພະຍາດ ຕັບແຂງມັກຈະມີອາການກ້າມຊີ້ນ ໜ້ອຍຮ່ວມນຳຢູ່ແລ້ວ.

-ຖ້າກິນອາຫານປົກກະຕິແລ້ວ ໄດ້ໂປຣຕີີນບໍ່ຮອດເກນ ແພດ ອາດ ພິຈາລະນາໃຫ້ກິນອາຫານ ເສີມຈຳພວກ Branched chain amino acid.

     ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top